Breaking News

ສຸດຍອດເກັ່ງຫຼາຍ!!! ແຮນນ່າ ສາວລາວ 1 ດຽວເທິງເວທີແຂ່ງຂັນເພື່ອເປັນ Girl Group Star (ປະເທດໄທ) ຜ່ານເຂົ້າຮອບ Team Audition ແລ້ວ…

ແບ່ງປັນ

ເລື່ອງຄວາມເກັ່ງບໍ່ເປັນສອງຮອງໃຜສໍາລັບ ສາວນ້ອຍ ແຮນນ່າ ໂຣເຊັ້ນບູ້ມ ໄພວັນ ຈາກນາງາມ ສູ່ການເປັນນັກສະແດງ ແລະ ຈາກນັກສະແດງສູ່ການແຂ່ງຂັນເພື່ອເຂົ້າເປັນ Girl Group Star ທີ່ປະເທດໄທ ໂດຍໃນນັ້ນ ແຮນນ່າ ເປັນສາວລາວ 1 ດຽວເທິງເວທີການແຂ່ງຂັນ ສໍາລັບຄືນວານທີ່ຜ່ານມານີ້ ແມ່ນສາວໆທັງໝົດ 20 ຄົນ ໄດ້ມີການແຂ່ງຂັນເພື່ອຜ່ານເຂົ້າຮອບ Team Audition 3 ທີມ ທີມລະ 6 ຄົນ ລວມເປັນ 18 ຄົນ ໝາຍຄວາມວ່າຮອບນີ້ມີ 2 ຄົນທີ່ຖືກຄັດອອກ ເຊິ່ງຮອບນີ້ ສາວແຮນນ່າ ຂອງເຮົາກໍໄດ້ຜ່ານເຂົ້າຮອບອີກແລ້ວຈ່າາາາ ໂດຍ ແຮນນ່າ ແມ່ນໄດ້ຢູ່ທີມຂອງ Unicorn ແນວໃດ ແຟນໆຊາວລາວ ແລະແອັດມິ້ນກໍຂໍສະແດງຄວາມຍິນດີນໍາ ແຮນນ່າ ຫຼາຍໆ ແລະ ຈະເປັນກໍາລັງໃຈໃຫ້ນ້ອງສູ້ຕໍ່ໄປຜ່ານເຂົ້າຮອບເລິກ ເພື່ອໃຫ້ເປັນດາວຕາມທີ່ຕັ້ງໃຈໄວ້ເດີ້!!!

ຮຽບຮຽງໂດຍ: Kuanjai Magazine

ສົນໃຈລົງໂຄສະນາ ຫລື ຕ້ອງການຕິດຕໍ່ນັກຂ່າວໄປເອົາຂ່າວ ຕິດຕໍ່ໄດ້ທີ່ເບີ: +856 20 28042166
‭+856 20 52172698‬
ຫລື ສົ່ງຂໍ້ຄວາມທາງເພຈ : Target Magazine

ແບ່ງປັນ