Breaking News

ວອນແຟນເພງຊ່ວຍເຫຼືອ!! ແອນ້ອຍ ນິພົນ ນັກຮ້ອງລູກທົ່ງຊື່ດັງລະດັບຕໍານານ ປ່ວຍມະເຮັງທໍ່ນໍ້າບີ ຂາດກໍາລັງຊັບໃນການປິ່ນປົວ…

ແບ່ງປັນ

ຖ້າເວົ້າເຖິງນັກຮ້ອງລູກທົ່ງບ້ານນາ ລະດັບຕໍານານຂອງລາວເຮົາແລ້ວ ເຊື່ອວ່າ 1 ໃນນັ້ນ ຫຼາຍຄົນຄົງຈະຄິດພໍ້ຊື່ຂອງ ແອນ້ອຍ ນິພົນ ນັກຮ້ອງຄູ່ຂວັນກັບ ຕ໋ອຍ ນິພົນ ເຈົ້າຂອງຜົນງານເພງດັງຫຼາກຫຼາຍລະດັບຕໍານານຫຼາຍ ແລະ ຍັງມີເພງທີ່ໂດງດັງມາຮອດປັດຈຸບັນຄື ເພງ ຕ່າງຄົນຕ່າງຊໍ້າ… ແຕ່ກໍດົນເຕີບແລ້ວທີ່ແຟນເພງບໍ່ໄດ້ເຫັນຜົນງານຂອງ ອາຈານ ແອນ້ອຍ ຄິດວ່າເພິ່ນອາດຈະອໍາລາເບື້ອງໜ້າ ຫັນໄປສູ່ເບື້ອງຫຼັງແລ້ວ!!! ແຕ່ກັບກາຍມາເປັນກະແສຊ໋ອກວົງການ ເມື່ອນັກຮ້ອງສາວຊື່ດັງ ເມກຂະຫລາ ສະບາພອນ ໄດ້ອອກມາໂພສໃນຕອນເຊົ້າຂອງມື້ນີ້ວ່າ ອາຈານ ແອນ້ອຍ ນິພົນ ປ່ວຍເປັນມະເຮັງທໍ່ໍນໍ້າບີ ກໍາລັງປິ່ນປົວຕົນເອງຢູ່ ແຕ່ຂາດກໍາລັງຊັບ ຈຶ່ງໄດ້ຈັດງານຄອນເສີດເພື່ອເປັນການລະດົມທຶນຊ່ວຍເຫຼືອ….

ສາວເມກຂະຫຼາ ໂພສຜ່ານ Facebook ສ່ວນຕົວວ່າ ສະບາຍດີໝູ່ຮັກແຟນເພັງທຸກໆທ່ານ ເມກຂະຫຼາ ຂໍເລົ່າຂ່າວເລຶ່ອງສີນລະປີນທີ່ມີຊຶ່ສຽງ ໂດ່ງດັງຫຼາຍໆຜົນງານເພັງ ອາຈານແອນ້ອຍນິພົນ ເຈົ້າຂອງຜົນງານເພັງ ເຊີ້ງລັອກ ສາວດົງດອກໄມ້ ບ່າວໄທໃຕ້ ຕ່າງຄົນຕ່າງຊຳ້ເປັນຕົ້ນ ໃນຕອນນີ້ ເພີ່ນກຳລັງຕໍ່ສູ້ກັບໂລກມະເຮັງທໍ່ນຳ້ບີ ແຕ່ດ້ວຍຄວາມຂາດເຂີນທາງດ້ານກຳລັງຊັບ ເພຶ່ອທີ່ຈະປີ່ນປົວ ສະນັ້ນ ທາງດ້ານສາມາຄົມສີນລະປີນລາວ ພ້ອມດ້ວຍສີນລະປີນ ແລະ ຜູ້ທີ່ຊຶ່ນຊົມຜົນງານຜູ້ທີ່ຢູ່ເບຶ້ອງຫຼັງ ເລີຍຮ່ວມກັນຈັດງານຄອນເສີດໄລ່ເຟດ ເພຶ່ອລະດົມຂົນຂວຍຄ່າປິ່ນປົວຊ່ອຍຄອບຄົວເພີ່ນງານຈະໃດ້ຈັດຂຶ້ນໃນວັນສຸກນີ້ທີ່24/07/2020 ເລີ້ມເວ19ໂມງເປັນຕົ້ນໄປ ຢ່າລຶມຕິດຕາມ ຢ່າລຶມຊ່ອຍແຊຣ ມີສີນລະປີນທີ່ມີຊຶ່ສຽງຫຼາຍໆທ່ານ ທີ່ຈະມາໃຫ້ສຽງເພັງ ຮ້ອງແບບສົດໆ ໃຫ້ທຸກໆທ່ານໃດ້ຟັງກັນ ນຳໂດຍ1 ວົງດົນຕີໜຸ່ມໂກສີນ2 ຄຳພ່ານ ດິນດາວົງ3 ກຸຫຼາບ ເມຶອງເພຍ4 ສິດສາຍລຸ້ງ5 ປູນາ ທະນີວົງ6 ສູ່ນ່ານ+ໂມເມ

ແນວໃດ ທີມງານຂວັນໃຈ ແລະ ແຟນເພງຊາວລາວກໍຂໍເປັນອີກໜຶ່ງກໍາລັງໃຈໃຫ້ ອາຈານ ແອນ້ອຍ ນິພົນ ຕໍ່ສູ້ກັບພະຍາດຮ້າຍຊ່ວງເຊົາໄວໆ ກັບມາສ້າງຜົນງານ ສ້າງຄວາມບັນເທີງໃຫ້ແຟນເພງໄດ້ຕິດຕາມກັນຕໍ່ໄດ້ເດີ້!!!

ຮູບພາບຈາກ: ເມກຂະຫຼາ ສະບາພອນ Airnoy Niphon

ສົນໃຈລົງໂຄສະນາ ຫລື ຕ້ອງການຕິດຕໍ່ນັກຂ່າວໄປເອົາຂ່າວ ຕິດຕໍ່ໄດ້ທີ່ເບີ: +856 20 28042166
‭+856 20 52172698‬
ຫລື ສົ່ງຂໍ້ຄວາມທາງເພຈ : Target Magazine

ແບ່ງປັນ