Breaking News

Live ສົດທັງນໍ້າຕາ!!! ເດັກນ້ອຍ 14 ປີ Live ຂາຍເຄື່ອງຊ່ວຍພໍ່-ແມ່ ແຕ່ຖືກບູລີ່ຮູບຮ່າງໜ້າຕາ ແລະ ສີຜິວ…

ແບ່ງປັນ

ປັດຈຸບັນໂລກ Social ກໍາລັງມາແຮງ ບັນດາທຸລະກິດຕ່າງໆກໍໄດ້ຮັບອິດທິພົນໄປນໍາ ຈຶ່ງນໍາມາເຊິ່ງການປັບຕົວເພື່ອໃຫ້ຢູ່ລອດໃນຍຸກນີ້… ຄືດັ່ງເລື່ອງລາວຂອງສາວນ້ອຍຄົນນີ້ ທີ່ກໍາລັງເປັນກະແສ ແລະ ຖືກເວົ້າເຖິງໃນສັງຄົມ Social ປະເທດໄທ!!! ນ້ອງເນີຍ ອາຍຸ 14 ປີ ຮຽນຢູ່ຊັ້ນ ມ2 ແຕ່ເນື່ອງຈາກທາງຄອບຄົວ (ພໍ່-ແມ່) ມີອາຊີບເປັນຊາວຄ້າຂາຍ ຍ້ອນສະພາບການເສດຖະກິດປ່ຽນໄປຂາຍເຄື່ອງໜ້າຮ້ານຢ່າງດຽວບໍ່ໄດ້ດີເທົ່າທີ່ຄວນ ນ້ອງຈຶ່ງຢາກເປັນອີກແຮງຊ່ວຍເຫຼືອພໍ່ແມ່ ຈຶ່ງໄດ້ມີການ Live ຂາຍເຄື່ອງ ເຊິ່ງກໍເຮັດຕະຫຼອດມາ ຈົນເປັນອາຊີບເສີມຂອງນ້ອງຫຼັງຈາກເລີກໂຮງຮຽນໄປແລ້ວ…

ແຕ່ເມື່ອເດືອນທີ່ຜ່ານມາ ໃນຂະນະທີ່ນ້ອງ Live ຂາຍສະບູ-ຄິມຂາວ ຢູ່ກໍມີລູກຄ້າທີ່ບໍ່ຫວັງດີເຂົ້າໄປຄອມເມັ້ນ ກໍ່ກວນ ລັກສະນະດູໝິ່ນສີຜິວ ໜ້າຕາຂອງນ້ອງໄປໃນທາງລົບ ຈົນເຮັດໃຫ້ນ້ອງກັ້ນນໍ້າຕາໄວ້ບໍ່ຢູ່ ແຕ່ເຖິງແນວໃດນ້ອງບໍ່ໄດ້ປິດການ Live ຍັງຂາຍຕໍ່ຈົນຄົບກໍານົດ!!!

ເມື່ອເລື່ອງນີ້ຖືກຮັບຮູ້ໃນວົງກວ້າງ ກໍມີຊາວເນັດເຂົ້າໄປສະແດງຄວາມຄິດເຫັນໃຫ້ກໍາລັງໃຈນ້ອງເປັນຈໍານວນຫຼາຍ ລວມທັງສະໜັບສະໜູນໃນນ້ອງເຮັດອາຊີບນີ້ຕໍ່ໄປ… ນ້ອງເນີຍຍັງບອກອີກວ່າ ພຽງແຕ່ນ້ອຍໃຈຕອນຖືກເວົ້າໃສ່ຊື່ໆ ແຕ່ຄົນສ່ວນຫຼາຍກໍໃຫ້ກໍາລັງໃຈ ໝູ່ເພື່ອນ ພໍ່-ແມ່ ຄູ-ອາຈານ ຄອຍສະຊັບພອດຕະຫຼອດເວລາ ຈຶ່ງເຮັດໃຫ້ມີກໍາລັງໃຈໃນການຂາຍເຄື່ອງຕໍ່ໄປ.

ອາຈານປະຈໍາຫ້ອງຂອງນ້ອງເນີຍກໍບອກວ່າ ນ້ອງເນີຍເປັນຫົວໜ້າຫ້ອງ ມີຄວາມເປັນຜູ້ນໍາສູງ ແລະ ເປັນທີ່ຮັກຂອງໝູ່ເພື່ອນທຸກຄົນໃນຫ້ອງ ສ່ວນເລື່ອງທີ່ລູກສິດພົບໃນ Live ກໍຮູ້ສຶກສົງສານນ້ອງ ແລະ ໃຫ້ກໍາລັງໃຈນ້ອງຕະຫຼອດ….

ຈາກເລື່ອງລາວຫາຍໆເລື່ອງທີ່ເກີດຂຶ້ນໃນສັງຄົມປັດຈຸບັນ ໃນປະເທດໄທຈຶ່ງໄດ້ມີເເຮັດແທັກຍອດຮິດໄລຍະນີ້ວ່າ #ການບູລີ່ບໍ່ແມ່ນເລື່ອງຕະລົກ ເພື່ອເປັນການສື່ໃຫ້ກຸ່ມຄົນທີ່ມັກບູລີ່ຄົນອື່ນໃຫ້ເຂົ້າໃຈ ແລະ ປ່ຽນແປງພຶດຕິກໍາເພື່ອສັງຄົມທີ່ໜ້າຢູ່ຍິ່ງຂຶ້ນ.

ຮຽບຮຽງໂດຍ: Kuanjai Magazine

Cr: อีจัน

ສົນໃຈລົງໂຄສະນາ ຫລື ຕ້ອງການຕິດຕໍ່ນັກຂ່າວໄປເອົາຂ່າວ ຕິດຕໍ່ໄດ້ທີ່ເບີ: +856 20 28042166
‭+856 20 52172698‬
ຫລື ສົ່ງຂໍ້ຄວາມທາງເພຈ : Target Magazine

ແບ່ງປັນ