Breaking News

ຄໍາຄິດເຫັນຈາກທາງບ້ານ!!! ປະເດັນຮ້ອນ ຄຣິບປະຈານຄົນຂີ້ລັກ “ມະນຸດທຸກຄົນລ້ວນແລ້ວແຕ່ມີໂອກາດເດີນທາງຜິດ ຄວນໃຫ້ໂອກາດແກ້ໄຂ ບໍ່ສົມຄວນປະຈານ” ພ້ອມຟັງຄໍາຊີ້ແຈງຈາກເຈົ້າຂອງຕະຫຼາດ…

ແບ່ງປັນ

ຈາກກໍລະນີຄລິບທີ່ເຈົ້າໜ້າທີ່ຕະຫຼາດອົດຊີນຳຕົວຍິງໄວກາງຄົນພ້ອມຫ້ອຍປ້າຍຄ້ອງຄໍ “ຄົນຂີ້ລັກ” ແຫ່ອ້ອມຕະຫຼາດ ໄດ້ກາຍເປັນຄລິບທີ່ໂດ່ງດັງ ແລະ ສ້າງຄວາມຮືຮາຕໍ່ຜູ້ທີ່ໄດ້ເບິ່ງຄລິບດັ່ງກ່າວໃນເວລານີ້ ສັງຄົມໄດ້ຕັ້ງຄຳຖາມຕໍ່ການກະທຳດັ່ງກ່າວວ່າເປັນການກະທຳທີ່ສົມຄວນແລ້ວບໍ່? ເຊິ່ງຄົນສ່ວນໃຫຍ່ກໍ່ເບິ່ງວ່າການກະທຳຂອງເຈົ້າໜ້າທີ່ຕະຫຼາດມັນເປັນການກະທໍາເກີນກວ່າເຫດ ຜູ້ກະທຳຜິດຄວນສົ່ງຕົວໃຫ້ເຈົ້າໜ້າທີ່ຕໍາຫຼວດຈັດຕາມດໍາເນີນການຕາມກົດໝາຍ ບໍ່ຄວນນຳຕົວຜູ້ກໍ່ເຫດແຫ່ປະຈານຕໍ່ສາທາລະນະ ເພື່ອສ້າງຄວາມອັບອາຍ.

ໃນຂະນະທີ່ສັງຄົມກໍາລັງຕັ້ງຄໍາຖາມກັບເຫດການທີ່ເກີດຂຶ້ນນັ້ນ ທາງເພຈ ຂວັນໃຈ ຂອງພວກເຮົາກໍໄດ້ຮັບບົດຄວາມຈາກທາງບ້ານ ຂໍໃຫ້ແອັດມິ້ນເປັນກະບອກສຽງໃນເລື່ອງດັ່ງວ່າ:

ເອື້ອຍຕິດຕາມ ອ່ານ ວາລະສານ ທາງອອນລາຍ ເຫັນວ່າ ມີເນື້ອໃນດີ ເປັນກາງ ແລະ ບໍ່ແຕະຕ້ອງໃຜ ມີຊື່ສງງດີ ແລະ ມີຄົນຕິດຕາມຫລາຍ. ເອື້ອຍ ຢາກຂໍຄວາມຊ່ວຍເຫລືອທາງພວກນ້ອງ ຊ່ວຍເປັນກະບອກສງງ ອອກພາດຫົວຂໍ້ ແມ່ຍິງທີ່ລັກເງິນ ແລະ ຖືກປ້າຫ້ອຍຄໍ ປະຈານ ຕໍ່ຫນ້າມະຫາຊົນ ແລະ ທາງສັງຄົມອອນລາຍ. ເຊິ່ງການກິນທໍາດັ່ງກ່າວ ແມ່ນບໍ່ເຫມາະສົມ… ເພາະວ່າມະນຸດເຮົາທຸກຄົນລ້ວນມີໂອກາດເດີນຜິດເສັ້ນທາງ ແຕ່ກໍມີໂອກາດກັບຕົວກັບໃຈ ກັບມາແກ້ໄຂສິ່ງທີ່ຜິດພາດໃນອາດີດໄດ້ ຫາກພວກເຂົາເຫຼົ່ານັ້ນໄດ້ຮັບໂອກາດຈາກສັງຄົມ ແລະ ບໍ່ຖືກກະທຳໃຫ້ເກີດຄວາມອັບອາຍຈາກສັງຄົມ ຈົນສົ່ງຜົນກະທົບສະພາບຈິດໃຈ ລວມເຖິງກະທົບຕໍ່ການດຳລົງຊີວິດ ແລະ ຄົນໃນຄອບຄົວຂອງພວກເຂົາ.

ໃນສະຖານະການແບບນີ້ບາງຄົນເງິນຕິດຖົງກໍເກືອບຈະບໍ່ມີນີ້ອາດເປັນທາງອອກດຽວທີ່ລາວຄິດໄດ້ໃນຕອນນັ້ນເນາະ.​ຄົນຕົກວຽກຕົກງານ,​ຂາດແຄນລາຍໄດ້ແລະມີພາລະທີ່ຕ້ອງແບກຮັບ. ຖ້າພວກຄົນຖ່າຍຄລິບ ຫຼືຜູ້ທີ່ຈັບນ້າສາວນີ້ໄດ້ຄິດແດ່ຈັກໜ້ອຍຄົງຈະບໍ່ເຮັດກັບລາວເຖິງປານນີ້ ລາວເຮັດຜິດຄວນໄດ້ຮັບໂທດຕາມກົດຫມາຍ. ຜູ້ຕ້ອງໂທດທຸກຄົນ ກໍມີສິດ ມີກງດ ມີສັກສີ ມີຄວາມເປັນມະນຸດ ທີ່ບໍ່ຄວນຖືກຢງບຢໍ່າທໍາລາຍ. ສັງຄົມລາວ ແມ່ນສັງຄົມພຸດທະສາດສະຫນາ ກໍຄວນໃຫ້ອະໄພເຊິ່ງກັນ ແລະ ກັນ.

ແຕ່ໃນຂະນະດຽວກັນ ທາງເຈົ້າຂອງຕະຫຼາດ ກໍໄດ້ອອກມາຊີ້ແຈງກ່ຽວກັບເຫດການດັ່ງກ່າວວ່າ ການກະທໍາດັ່ງກ່າວແມ່ນເປັນກົດລະບຽບພາຍໃນຂອງຕະຫຼາດຢູ່ແລ້ວ ເຊິ່ງໃຊ້ບັງຄັບກັບບັນດາພໍ່ຄ້າ-ແມ່ຄ້າ ແລະ ພະນັກງານພາຍໃນ ແລະຍໍ້າວ່າເປັນການພາຍໃນ ບໍ່ໃຫ້ມີການເຜີຍແຜ່ອອກໄປທາງນອກເດັດຂາດ ສ່ວນກໍລະນີນີ້ແມ່ນ ຜູ້ເສຍຫາຍເປັນຄົນຖ່າຍ ຄຣິບເອົາໄວ້ ກໍໄດ້ແຈ້ງລາວວ່າບໍ່ໃຫ້ເຜີຍແຜ່ ແຕ່ຜູ້ກ່ຽວຍັງລະເມີດສິດ ກໍຈະຕ້ອງໄດ້ມີການສຶກສາອົບຮົມກັບຜູ້ກ່ຽວອີກເທື່ອໜຶ່ງ.

ແນວໃດກໍຕາມ ເຖິງວ່າຈະຖືກ ຫຼືຜິດແນວໃດ ແຕ່ການກະທໍາ (ຂີ້ລັກ) ຖືວ່າເປັນເລື່ອງທີ່ຜິດກົດໝາຍ ແຫ່ງ ສປປ.ລາວ ຢູ່ແລ້ວ ເລື່ອງຈະກະທໍາເກີນກວ່າເຫດບໍ່ນັ້ນ ຂໍໃຫ້ເປັນເລື່ອງການຕັດສິນຂອງສານ ແຕ່ແອັດເອງກໍຢາກຮຽກຮ້ອງວ່າ ຢ່າໃຫ້ເອົາເປັນແບບຢ່າງເດັດຂາດ ບໍ່ວ່າຈະໜ້ອຍ ຫຼືຫຼາຍກໍຖືວ່າຜິດ!!!

ຮຽບຮຽງໂດຍ: Kuanjai Magazine

ສົນໃຈລົງໂຄສະນາ ຫລື ຕ້ອງການຕິດຕໍ່ນັກຂ່າວໄປເອົາຂ່າວ ຕິດຕໍ່ໄດ້ທີ່ເບີ: +856 20 28042166
‭+856 20 52172698‬
ຫລື ສົ່ງຂໍ້ຄວາມທາງເພຈ : Target Magazine

ແບ່ງປັນ