Breaking News

ນັ່ງເຮັດວຽກດົນໆ ພະຍາດລຸມແທ້!! ແນະນໍາ 5 ວິທີຢືດເສັ້ນສໍາລັບສາວ Office ເຮັດໄດ້ງ່າຍໃຊ້ພື້ນທີ່ບໍ່ຫຼາຍ…

ແບ່ງປັນ

ສາວໆ Office ຫຼາຍຄົນທີ່ຕ້ອງນັ່ງເຮັດວຽກຢູ່ບ່ອນເກົ່າເປັນເວລາດົນ ບາງຄັ້ງກະມ່ວນກັບການເຮັດວຽກຈົນເຜີບຶດດຽວກໍຄົບ 8 ຊົ່ວໂມງແລ້ວ ບາງຄັ້ງກໍວຸ້ນກັບວຽກຈົນບໍ່ເໜັງໄປໃສ ປິ່ນໄປປິ່ນມາ ມີເວລາລຸກແຕ່ໄປກິນເຂົ້າທ່ຽງ ຈົນເປັນສາເຫດເຮັດໃຫ້ເກີດອາການປວດຫຼັງ-ປວດແອວຕາມມາ!! ມີ້ນີ້ ຂວັນໃຈມີເຄັດລັບດີໆມາຕ້ອນສາວໆກັນ ກັບ 5 ທ່າຢືດເສັ້ນຢືດສານສໍາລັບຄົນທີ່ຕ້ອງນັ່ງເຮັດວຽກດົນໆ ຄວນເຮົາ!!!

ທ່າທີ 1: Cow Face Pose

ນັ່ງຕັ່ງອີ້ແລ້ວຢືດລໍາຕົວຊື່ ຍົກແຂນຂ້າງໜຶ່ງແລ້ວເອື້ອມໄປຈັບຈັບກັບມືອີກເບື້ອງໜຶ່ງທາງດ້ານຫຼັງ ຄ້າງທ່ານີ້ໄວ້ 20-30 ວິນາທີ ແລ້ວເຮັດສະລັບຂ້າງກັນໃນທ່າເກົ່າ ທ່ານີ້ຈະຊ່ວຍຢືດບ່າໄຫຼ່ ແລະ ເຮັດໃຫ້ແຜ່ນຫຼັງຢືນຊື່ ຖ້າບໍ່ສາມາດຍື້ມືໃຫ້ເຖິງກັນໄດ້ ໃຫ້ນໍາເອົາຜ້າແພເປັນຕົວກາງແລ້ວຈັນປາຍແພທັງສອງຂ້າງແທນໄດ້

ທ່າທີ 2 : Overhead Stretch

ເລີ່ມຈາກການຢືນເອົາມືກັບພະນັກຕັ່ງອີ້ ຖອຍຫຼັງອອກໄປປະມານ 2 ກ້າວ ອ້າຂາເທົ່າກັບຄວາມກວ້າງຂອງບ່າໄຫຼ່ ແລ້ວກົດໜ້າເອິກລົງໂດຍທີ່ຢຽດແຂນຕຶງ ຈະຊ່ວຍເປີດບ່າໄຫຼ່ ແລະ ຊ່ວຍຢືດບໍລິເວນກ້າມເນື້ອຫຼັງ ບໍລິເວນປີກ ແລະ ເອິກ ຄ້າງທ່ານີ້ໄວ້ 20-30 ວິນາທີ

ທ່າທີ 3 : Seated Twist

ທ່ານັ່ງບິດຕົວເປັນທ່າທີ່ເຮັດງ່າຍ ໄດ້ຜົນດີ ເລິ່ມຈາກນັ່ງເທິງຕັ່ງອີ້ ໃຫ້ຫົວເຂົ່າພັບຕໍາກັບຂອບເບາະສ່ວນໜ້າຂອງຕັ່ງ ບິດລໍາຕົວໄປດ້ານຊ້າຍ ເອົາມືຊ້າຍຈັບຂອບພະນັກພິງດ້ານຫຼັງ ມືຂວາພາດ ແລະ ກັ້ນເຂົ່າໄວ້ດ້ານຂວາ ຄ້າງໄວ້ 20-30 ວິນາທີ ຈາກນັ້ນໃຫ້ສະລັບເບື້ອງ ທ່ານີ້ສາມາດປັບໃຊ້ກັບໂຕະກໍໄດ້ ຈະຊ່ວຍຜ່ອນຄາຍບໍລິເວນແອວ ຫຼັງດ້ານຂ້າງ ແລະ ດ້ານລຸ່ມ ເຮັດສະລັບຂ້າງ ແລະ ເຮັດຊໍ້າ 2-3 ຮອບຈະຮູ້ສຶກດີຂຶ້ນ

ທ່າທີ 4 : Sign of 4

ນັ່ງຊື່ຂອບຕັ່ງອີ້ ຈາກນັ້ນຍົກຂາຂື້ນໄວ່ຫ້າງໄວ້ເປັນເລກ 4 ໂດຍໃຊ້ຂໍ້ຕີນເບື້ອງຊ້າຍພາດໄປທີ່ຫົວເຂົ່າດ້ານຂວາ ໃຫ້ຂາດ້ານລຸ່ມ ແລະ ຫຼັງຕັ້ງສາກ ຍົກຂໍ້ຕືນຂຶ້ນ ເອົາຂໍ້ສອກຂວາໄປກົດໄວ້ເທິງຂໍ້ຕີນກັບຫົວເຂົ່າ ແລ້ວໂນ້ມໂຕໄປດ້ານໜ້າ ແລ້ວກົ້ມລົງເອົາມືແຕະພື້ນ ຈະຊ່ວຍໃຫ້ຢືດຄາຍບໍລິເວນກະໂພກຂອງຂາທີ່ພາດຢູ່ດ້ານເທິງ ຄ້າງໄວ້ 20-30 ວິນາທີ ແລ້ວປ່ຽນເບື້ອງ

ທ່າທີ 5: Hamstring Stretch

ເລີ່ມຈາກການຢືນກົງ ແລ້ວກົ້ມຫົວລົງໂດຍເອົາມືສອງຂ້າງວາງໄວ້ທີ່ປາຍຕັ່ງອີ້ ຈາກນັ້ນກ້າວຕີນເບື້ອງໜຶ່ງໄປທາງໜ້າ ພ້ອມດັນຕັ່ງໄປຈົນກວ່າແຂນຈະຕຶງ ກົ້ມຕົວລົງໃຫ້ສຸດ ແລະ ຂະໜານກັບພື້ນໂດຍທີ່ຕີນທັງສອງເບື້ອງຍັງຕິດພື້ນ ຄ້າງໄວ້ 20-30 ວິນາທີ ແລ້ວເຮັດຊໍ້າໂດຍສະລັບຂາອີກເບື້ອງໜຶ່ງ ທ່ານີ້ຈະຊ່ວຍຢືດເສັ້ນ ແລະ ຄາຍກ້າມເນື້ອຂາກັບຫຼັງ

ສໍາລັບ Class 5 ທ່າຢືດເສັ້ນນີ້ ສາມາດເຮັດໄດ້ທຸກມື້ ຫຼືເມື່ອໃດທີ່ຮູ້ສຶກເມື່ອຍຈາກການນັ່ງດົນໆ ກໍເຮັດໄດ້ທັນທີ ອາດຈະເຮັດມື້ລະເທື່ອ ກ່ອນ ຫຼືຫຼັງເລີດວຽກກໍບໍ່ມີບັນຫາ ແຕ່ບໍ່ຄວນເຮັດຫຼັງຈາກຕື່ນນອນຕອນເຊົ້າ ເພາະຮ່າງກາຍຍັງບໍ່ພ້ອມ…

ຮຽບຮຽງໂດຍ: Kuanjai Magazine

ທີ່ມາ: Women Mthai

ສົນໃຈລົງໂຄສະນາ ຫລື ຕ້ອງການຕິດຕໍ່ນັກຂ່າວໄປເອົາຂ່າວ ຕິດຕໍ່ໄດ້ທີ່ເບີ: +856 20 28042166
‭+856 20 52172698‬
ຫລື ສົ່ງຂໍ້ຄວາມທາງເພຈ : Kuanjai Magazine

ແບ່ງປັນ