ເວົ້າເລື່ອງຄວາມສາມາດຂອງແມ່ຍິງແລ້ວ ບາງຄົນນັ້ນຜູ້ຊາຍແມນໆຍັງບໍ່ເທົ່າ ໂດຍສະເພາະຍຸກນີ້ ຍຸກແຫ່ງຄວາມສະເໝີພາບ ທຸກຄົນມີສິດສ້າງສັນສິ່ງໃໝ່ຕາມຄວາມສາມາດ ເຮົາຈະເຫັນວ່າມີແມ່ຍິງເກັ່ງຫຼາຍຄົນທີ່ຖືກເວົ້າເຖິງຫຼາຍຂຶ້ນ ເຊັ່ນ ຫຼາຍປະເທດກໍມີ ນາຍຍົກລັດຖະມົນຕີເປັນແມ່ຍິງ ແຖມຍັງສາມາດບໍລິຫານປະເທດໄດ້ດີບໍ່ດ້ອຍໄປກວ່າຜູ້ຊາຍ ລວມໄປເຖິງບັນດາກະຊວງ ອົງກອນ ແລະ ຫົວໜ່ວຍທຸລະກິດທີ່ຍົກລະດັບແມ່ຍິງໃຫ້ມີບົດບາດສູງຂຶ້ນ!!! ໜຶ່ງໃນນັ້ນບັນດາແມ່ຍິງເກັ່ງທີ່ແອັດຊື່ນຊົມ ແລະ ຍອມຮັບໃນຄວາມສາມາດຄື ສາວກາລະແມ ພັດຊະລະສີ ພິທີກອນຊື່ດັງ ຫຼາກຫຼາຍຄວາມສາມາດ ຫຼືທີ່ຮູ້ຈັກກັນດີຄື ພິທີກອນລາຍການ Take Me Out Thailand ທີ່ມີໜຸ່ມສາວລາວໄປຮ່ວມຫຼາຍຄົນແລ້ວ…

ສໍາລັບ ສາວກາລະແມ ແມ່ນອາຍຸຂຶ້ນເລກ 4 ແລ້ວ ແລະ ເປັນເຈົ້າຂອງທຸລະກິດອາຫານເສີມເພື່ອສຸຂະພາບ Hi Power Shot ແຕ່ຍັງຄົງຄວາມງາມນັບມື້ນັບງາມຂຶ້ນ ແຖມນາງຍັງຖືສະຖານະໂສດຢູ່ອີກດ້ວຍ ນີ້ແຫຼະເພິ່ນວ່າ ໂສດສວຍລວຍ ໃຫ້ຜູ້ຊາຍເສຍດາຍຫຼິ້ນ… ເຊິ່ງຫຼ້າສຸດກໍມີຂ່າວຄາວວ່າ ສາວນາງໄດ້ເຮັດບຸນໃຫຍ່ຖວາຍທອງຄໍາໃຫ້ວັດຈໍານວນ 53 ກິໂລກຣາມ ຈາກການປະສົບຄວາມສໍາເລັດໃນທຸລະກິດຄວາມງາມຂອງນາງ…
ນາງໄດ້ເຜີຍເຖິງເຄັດລັບຄວາມສໍາເລັດໃນທຸລະກິດວ່າ ນາງມີຄວາມເຊື່ອກ່ຽວກັບພຸດທະສາສະໜາກ່ອນທີ່ຈະເປີດຕົວຜະລິດຕະພັນຕົວໃໝ່ແມ່ນໄດ້ມີການບະບົນໄວ້ ເມື່ອປະສົບຄວາມສໍາເລັດກໍໄດ້ແກ້ບະຄືດັ່ງທີ່ເຄີຍເຮັດຜ່ານມາ (ຖວາຍທອງຄໍາໃຫ້ວັດ) ແຕ່ນອກເໜືອຈາກສິ່ງອື່ນໃດ ກໍຄືຄວາມສາມາດ ແລະ ການລົງມືເຮັດຂອງເຮົາ ດ້ານຄວາມເຊື່ອ ການເຮັດບຸນມີສ່ວນຊ່ວຍໃຫ້ຈິດໃຈເຮົາແຈ່ມໃສ ເຮັດຫຍັງກໍມີສະຕິ ແຕ່ການກ້າລົງມີເຮັດ ແລະ ມີເປົ້າໝາຍນັ້ນ ຄືໝາກຜົນຂອງຄວາມສໍາເລັດ

ສ່ວນສາເຫດທີ່ຍັງໂສດ ກໍຍ້ອນວ່າເປັນຄົນທີ່ ຖ້າເວລາຕັ້ງເປົ້າໝາຍວ່າຈະເຮັດຫຍັງແລ້ວ ກໍຈະ Focus ທີ່ເປົ້າໝາຍຫຼາຍກວ່າ ເລື່ອງຜູ້ຊາຍກໍເອົາໄວ້ທີຫຼັງ ແຕ່ກໍບໍ່ໄດ້ປິດສາມາດເຂົ້າມາໄດ້ຕະຫຼອດ ແຕ່ກໍບໍ່ຄາດຫວັງເພາະຢູ່ແບບນີ້ກໍມີຄວາມສຸກດີແລ້ວ ໄດ້ຢູ່ກັບຕົວເອງ ຢູ່ກັບສິ່ງທີ່ມັກ ໄດ້ເຮັດຕາມໃຈຕົວເອງ…

ສວຍລວຍເກັ່ງ ບໍ່ຕ້ອງງໍ້ຜູ້ຊາຍກະໄດ້!!!





ຮຽບຮຽງໂດຍ: Kuanjai Magazine
ສົນໃຈລົງໂຄສະນາ ຫລື ຕ້ອງການຕິດຕໍ່ນັກຂ່າວໄປເອົາຂ່າວ ຕິດຕໍ່ໄດ້ທີ່ເບີ: +856 20 28042166
+856 20 52172698
ຫລື ສົ່ງຂໍ້ຄວາມທາງເພຈ : Kuanjai Magazine