Breaking News

ສ່ອງ!!! 6 ອັນດັບ You Tuber ລາວທີ່ຍອດມີຄົນຕິດຕາມຫຼາຍທີ່ສຸດ. ອັນດັບ 1 ມີຜູ້ຕິດຕາມຫຼັກລ້ານ…

ແບ່ງປັນ

ຍ້ອນກະແສໂຊຊ່ຽວທີ່ມາແຮງແບບບໍ່ມີຫຍັງດຶງໄວ້ໄດ້ ເຮັດໃຫ້ອາຊີບໃນສັງຄົມມີຫຼາຍເພີ່ມຂຶ້ນ ໂດຍສະເພາະໃນໂລກ Online ທີ່ສາມາດສ້າງອາຊີບ ແລະ ສ້າງລາຍໄດ້ເປັນກອບເປັນກໍາ ບໍ່ວ່າຈະເປັນແມ່ຄ້າ Online ທີ່ເປັນໄດ້ທັງອາຊີບເສີມ ແລະ ອາຊີບຫຼັກ… ແຕ່ທີ່ກໍາລັງຖືກເວົ້າເຖິງຫຼາຍທີ່ສຸດກໍຄືການເປັນ You Tuber ທີ່ຄົນລາວຫຼາຍຄົນປະສົບຄວາມສໍາເລັດສາມາດສ້າງລາຍໄດ້ຈໍານວນບໍ່ໜ້ອຍ ຈົນກາຍເປັນອາຊີບຫຼັກຂອງຫຼາຍຄົນໄປແລ້ວ!!! ມື້ນີ້ຂວັນໃຈ ເລີຍຈະພາມາສ່ອງ 6 ອັນ You Tuber ລາວ ທີ່ມີຄົນຕິດຕາມຫຼາຍທີ່ສຸດ ເຊິ່ງແຕ່ລະຄົນນັ້ນຈະມີຈຸດພິເສດແນວໃດ? ເຮົາໄປເບິ່ງນໍາກັນເລີຍ!!!

ອັນດັບ 6: ບິກໃຫຍ່ ສີຫາລາດ ຫຼື ແບກຶ ເຈົ້າຂອງຊ່ອງ You Tube Bigyai Seehalad

ເປັນທີ່ຮູ້ຈັກກັນທັງໃນວົງການບັນເທີງໄທ ແລະ ລາວ ດ້ວຍສຽງເວົ້າລາວປົນໄທທີ່ມີຄວາມເປັນເອກະລັກ ແລະ ຫາກໍໂດງດັ່ງລະແບບລະເບີດແຕກກັບຜົນງານເພງ ຢາກເປັນລູກເຂີຍ ທີ່ຮ່ວມຮ້ອງກັບ ໂສພະຍາ ແລະ ເຈມ ຢູໂນ. ເຊິ່ງປັດຈຸບັນຊ່ອງຂອງ ແບກຶ ມີຍອດຜູ້ຕິດຕາມສູງເຖິງ 6.18 ແສນກວ່າຄົນ…

ອັນດັບ 5: ອ້າຍບົວໄລ ເນັດໄອດອລຊື່ດັງ ເຈົ້າຂອງຊ່ອງ บัวไล

ສາຍາເນັດໄອດອລບ້ານນາ ທີ່ໂດງດັງ ແລະ ເປັນທີ່ຮູ້ຈັກກັນທັງໃນລາວ ແລະ ໄທ ກັບ Style ການກິນອາຫານບ້ານໆທີ່ບໍ່ຄືໃຜ ຈົນຫຼ້າສຸດທາງເຄື່ອງດຶ່ມ ອິຊິຕັນ ກໍໄດ້ດຶງຕົວເປັນເປັນ Presenter (ຄົນລາວຄົນທໍາອິດ) ເປັນທີ່ຮຽບຮ້ອຍ ແລະ ປັດຈຸບັນຊ່ອງຂອງອ້າຍບົວໄລ ກໍມີຜູ້ຕິດຕາມເຖິງ 7.57 ແສນກວ່າຄົນເລີຍຈ່າ…

ອັນດັບ 4: ເຈ້ມ່ອງ ເນັດໄອດອລ ໄວໃສ ເຈົ້າຂອງຊ່ອງ J’Mo Ng Chanel

ມ່ອງ ໂດງດັງຈາກ App Tiktok ຍ້ອນຄວາມໜ້າຮັກ ສົດໃສຂອງນ້ອງ ເຮັດໃຫ້ມີແຟນຄຣັບຈາກທັງລາວ ໄທ ຫວຽດນາມ ແລະ ກໍາປູເຈຍ ຈົນນໍາມາສູ່ຊ່ອງ YouTube ແລະ ມີຍອດຜູ້ຕິດຕາມສູງເຖິງ 8.43 ແສນຄົນ.

ອັນດັບ 3: ເທິ ຢູນາ ເຈົ້າພໍ່ຜູ້ໄທ ເຈົ້າຂອງຊ່ອງ UNA STUDIO

ລຸງເທິ ຫຼືເທີຢູນາ ໂດງດັງຈາກການອ່ານຂ່າວສໍານຽງຜູ້ໄທ ທີ່ມີ Style ເປັນເອກະລັກ ສ້າງສຽງຫົວ ແລະ ຄວາມບັນເທີງໃຫ້ກັບສັງຄົມລາວຈົນກາຍເປັນ You Tuber ຄົນລາວຄົນທໍາອິດທີ່ໄດ້ຮັບ ໂຫຼ່ ຈາກ YouTube ແລະ ກາຍມາເປັນຜູ້ປັ້ນນັກຮ້ອງທີ່ມີຄຸນນະພາບຂອງລາວຫຼາຍໆຄົນ ເຊິ່ງປັດຈຸບັນຊ່ອງຂອງ ລຸງເທິ ມີຜູ້ຕິດຕາມສູງເຖິງ 8.84 ແສນກວ່າຄົນແລ້ວ…

ອັນດັບ 2: ດີເຈ ຕ່າຍ ຣີມິກ ນັກໂຄເວີ່ດາວ TikTok ເຈົ້າຂອງຊ່ອງ Dj Taiy Remix

ໜຸ່ມຄົນນີ້ໂດງດັງມາຈາກ TikTok ເຊັ່ນດຽວກັນ ແຕ່ຈະມາທາງໂຄເວີ່ເພງສາຍແດ້ນຊ ຈົນມີຖານແຟນຄຣັບໜ້າແໜ້ນທັງໃນລາວ-ໄທ ແລະ ນໍາມາສູ່ຊ່ອງ YouTube ທີ່ມີຄົນຕິດຕາມຫຼາຍເຖິງ 9.87 ແສນກວ່າຄົນ!!!

ອັນດັບ 1: ດີເຈ ຈອນ ອາເອັມເອັກ ໄອດອລ ຂວັນໃຈໄວ້ລຸ້ນ ເຈົ້າຂອງຊ່ອງ ດີເຈ ຈອນ ອາຣ໌ເອັມເອັກຊ໌

ຊົມເຊີຍ!!! You Tuber ຜູ້ທີ່ຄອງອັນດັບ 1 ຂອງຍຸກນີ້ໄດ້ແຕ່ ຊ່ອງ ດີເຈ ຈອນ ອາຣ໌ເອັມເອັກຊ໌ ທີ່ມີຜູ້ຕິດຕາມຫຼາຍເຖິງ 1.8 ລ້ານກວ່າຄົນ… ວ້າວໆໆໆ ສຸດຍອດອີ່ຫຼີ ເຮົາລອງໄປເບິ່ງຜົນງານຂອງເພິ່ນກັນດີກວ່າ…

ຮຽບຮຽງໂດຍ: Kuanjai Magazine

ສົນໃຈລົງໂຄສະນາ ຫລື ຕ້ອງການຕິດຕໍ່ນັກຂ່າວໄປເອົາຂ່າວ ຕິດຕໍ່ໄດ້ທີ່ເບີ: +856 20 28042166
‭+856 20 52172698‬
ຫລື ສົ່ງຂໍ້ຄວາມທາງເພຈ : Kuanjai Magazine

ແບ່ງປັນ