Breaking News

ອ່ານເຕືອນສະຕິດຕົວເອງ!!! ຝາກຂໍ້ຄິດເຖິງຄົນທີ່ກໍາລັງເມື່ອຍ ແລະ ທໍ້ກັບວຽກທີ່ເຮັດຢູ່…

ແບ່ງປັນ

ເຮັດວຽກກໍຕ້ອງເມື່ອຍເປັນທໍາມະດາ ແຕ່ຖ້າເຮັດໄປແລ້ວບໍ່ມີຄວາມສຸກ ມີແຕ່ຈົ່ມເມື່ອຍ ເບື່ອວຽກ ບໍລິສັດບໍ່ດີ ວຽກໜັກ ເງິນເດືອນໜ້ອຍ ຖ້າມັນໜັກຂະໜາດນັ້ນກໍລາອອກໄປເທາະ!!! ແຕ່ຟ້າວກ່ອນສາວໆ ຢ່າຟ້າວຕັດສິນໃຈຖ້າຍັງບໍ່ໄດ້ອ່ານຂໍ້ຄວາມເຫຼົ່ານີ້…

4 เคล็ดลับที่ช่วยให้ไม่ทำงานหนักเกินไป - โพสต์ทูเดย์ สุขภาพ

ປະໂຫຍກທໍາອິດ ທີ່ຕ້ອງຖາມຕົວເອງກ່ອນຕັດສິນໃຈລາອອກຄື ເຈົ້າເຮັດວຽກເພື່ອໃຜ? ຄໍາຕອບກໍເພື່ອຕົວເຈົ້າເອງນັ້ນແຫຼະ ເຈົ້າຫາເງິນເພື່ອລ້ຽງປາກລ້ຽງທ້ອງຂອງຕົວເອງ ແລະຄອບຄົວ ບໍ່ເຮັດກໍບໍ່ມີກິນ ບໍ່ເຮັດກໍອົດຕາຍ ສະນັ້ນ ຈັ່ງໃດກໍຕ້ອງເຮັດຢູ່ແລ້ວກໍຢ່າໃຫ້ມັນເມື່ອຍຟຣີ…

ສອງ ຮຽນຮູ້ວຽກ ເຝິກຝົນການຂາຍ ທັກສະເຫຼົ່ານີ້ແຫຼະ ທີ່ຈະເປັນປະໂຫຍດກັບເຈົ້າໃນອະນາຄົດ ແລະ ບໍ່ມີໃຜຍາດມັນໄປໄດ້ ໃນໂລກນີ້ບໍ່ມີວຽກໃດທີ່ບໍ່ເມື່ອຍ ຖ້າຕອນນີ້ສະບາຍແລ້ວກໍສະແດງວ່າ ເມື່ອກ່ອນເປັນຄົນດຸໝັ່ນເຮັດວຽກ ອົດທົນສູ້ກັບຄວາມາບາກຈົນມີເງິນເກັບເງິນໃຊ້ໃນຕອນນີ້… ຖ້າເຈົ້າຍັງບໍ່ປ່ຽນແປງຕົວເອງ ໄປເຮັດວຽກຢູ່ໃນກໍຄືເກົ່າ

ແລະ ຂໍເພີ່ມຕຶ່ມອີກວ່າ ເວລາພົບບັນຫາຢ່າເອົາຄົນອື່ນ ຫຼືສິ່ງອື່ນມາເປັນຂໍ້ອ້າງໃຫ້ກັບຕົວເອງ ເພາະຄົນແບບນີ້ບໍ່ມີວັນກ້າວໜ້າໄປໃສ ຄົນທີ່ບໍ່ມີຄວາມຮັບຜິດຊອບ ຈະບໍ່ມັກແກ້ໄຂບັນຫາໄດ້ດີເທົ່າໃດ… ຖ້າເຈົ້າຍິງແກ້ບັນຫາໄດ້ດີເທົ່າໃດ ຍິ່ງເຮັດວຽກໄດ້ດົນ ແລະ ລາຍໄດ້ກໍຍິ່ງເພີ່ມຂຶ້ນນັ້ນເອງ.

ระวัง!! การทำงานหนักเกินไป ภัยเงียบที่อันตรายกว่าที่คิด

ສາມ ຖ້າຈະຍ້າຍບ່ອນເຮັດວຽກໃໝ່ກໍໄດ້ ແຕ່ມັນກໍຕ້ອງພົບບັນຫາຢູ່ອີກນັ້ນແຫຼະ ແຕ່ບັນຫາອາດຈະບໍ່ເປັນຕາຢ້ານເທົ່າ ເຮົາບໍ່ຮູ້ຈະແກ້ບັນຫານັ້ນແນວໃດ ລອງສັງເກດເບິ່ງຄົນທີ່ແກ້ບັນຫາຍາກໆໃຫ້ບໍລິສັດໄດ້ສໍາເລັດ ເງິນເດືອນເຂົາເຈົ້າຈະສູງຫຼາຍ ເພາະເຫດຜົນທີ່ບໍລິສັດຈ້າງເຈົ້າມາຄື ມາຊ່ວຍແກ້ບັນຫາ ຖ້າບໍ່ມີບັນຫາ ບໍລິສັດຈະຈ້າງເຂົ້າມາເຮັດຫຍັງ ແນ່ນອນວ່າ ຖ້າບັນຫາບໍ່ໜັກ ເງິນເດືອນກໍຈະໜ້ອຍ. ການຮຽນຮູ້ທີ່ຈະແກເໄຂບັນຫາຕ້ອງໃຊ້ຄວາມສາມາດ ແລະ ສະຕິປັນຍາ ຖ້າເຈົ້າບໍ່ພໍໃຈກັບບໍລິສັດທີ່ຢູ່ ກໍຕ້ອງລາອອກໄປເລື້ອຍໆ

ສີ່ ທຸກຄົນເລືອກເຮັດວຽກກັບບໍລິສັດທີ່ບໍ່ດີຫວາ?? ຖ້າເຈົ້າກໍາລັງຄິດວ່າບໍລິສັດບໍ່ດີ ສະແດງວ່າເຈົ້າບໍ່ເໝາະສົມກັບບໍລິສັດນັ້ນໆແລ້ວ ທາງດຽວຄືຕ້ອງປ່ຽນບໍລິສັດ!! ທຸກຄົນລ້ວນມີຄວາມເຫັນແກ່ຕົວ ແຕ່ຄົນເຫັນແກ່ຕົວໜ້ອຍມັກປະສົບຄວາມສໍາເລັດ

ສຸດທ້າຍ ຖ້າເຈົ້າເກັ່ງ ແລະ ດຸໝັ່ນເຮັດວຽກແທ້ໆ ກຽດ ຊື່ສຽງ ແລະ ເງິນຄໍາ ຈະໄຫຼເຂົ້າມາຫາເຈົ້າເອງ…

ຮຽບຮຽງໂດຍ: Kuanjai Magazine

ສົນໃຈລົງໂຄສະນາ ຫລື ຕ້ອງການຕິດຕໍ່ນັກຂ່າວໄປເອົາຂ່າວ ຕິດຕໍ່ໄດ້ທີ່ເບີ: +856 20 28042166‭+856 20 52172698‬ຫລື ສົ່ງຂໍ້ຄວາມທາງເພຈ : Kuanjai Magazine

ແບ່ງປັນ