ເລື່ອງຂອງຊີວິດຄູ່ ຫຼືຄູ່ຊີວິດນັ້ນ ເຊື່ອວ່າບໍ່ມີຄູ່ໃດທີ່ຈະລາບລື່ນ ໂຮຍດ້ວຍກີບກຸຫຼາບຄືກັບມື້ແຕ່ງທໍາອິດໄດ້ຕະຫຼອດດອກ (ແອັດກະຍັງບໍ່ຜ່ານສະຖາບັນນີ້ເທື່ອແຕ່ຄິດວ່າໜ້າຈະເປັນແບບນັ້ນ 555) ຄືກັບເລື່ອງລາວຂອງນັກຮ້ອງຄົນດັງຕະຫຼອດການ ອ້າຍສັກ ວົງ Cell ທີ່ໄດ້ອອກມາໂພສ Facebook ສ່ວນຕົວໃນມື້ຄືນທີ່ຜ່ານມານີ້ ກ່ຽວກັບຊີວິດຄູ່ທີ່ຜ່ານມາ… ໂດຍອ້າຍສັກໄດ້ໂພສຮູບຕົວຮູ້ກັບພັນລະຍາ ພ້ອມຂຶ້ນຕົ້ນມາດ້ວຍຄໍາວ່າ #ພວກຂ້ອຍເກືອບບໍ່ລອດ… ເຊິ່ງໄດ້ອ່ານພຽງເທົ່ານີ້ ກໍຮູ້ແລ້ວວ່າອ້າຍສັກຕ້ອງມີຫຍັງມາແບ່ງປັນກັບພວກເຮົາແນນ່ອນ ເຊິ່ງລາຍລະອຽດຈະເປັນແນວໃດນັ້ນ ມາເບິ່ງກັນເລີຍ!!

#ພວກຂ້ອຍເກືອບບໍ່ລອດ ການໃຊ້ຊີວິດຄູ່ຄືການ ປັບໂຕ ຜ່ານເວລາຫຼາຍປີ ທີ່ ພະຍາຍາມປັບ… ແຕ່ບໍ່ຖືກທາງ ເພາະໄປວົນ ປັບເມຍໃຫ້ຄິດຄືໂຕ ຫຼື ປັບໂຕໃຫ້ຄິດຄືເມຍສຸດທ້າຍມີແຕ່ຜິດກັນ ເພາະການເຮັດແບບນັ້ນມັນຂັດໃຈໂຕເອງ(ຜິດຕໍ່ສັນດານດ້ານເລິກຂອງໂຕ)… ເວລາຜ່ານໄປໄລຍະນຶ່ງ3-5ປີທຳອິດ ຊີວິດຄູ່ ເຕັມໄປດ້ວຍຄວາມອຸກອັ່ງ ຄວາມຄຽດ ຄວາມນ້ອຍໃຈ ຕ້ອງກັນເລັກ ແຕະກັນໜ້ອຍ ກະລະເບີດໂລດ…
…ຫຼາຍຄັ້ງຍອມພ່າຍແພ້
ອອກປາກ ຢາກປະຢາກເລີກກັນ… ແຕ່ສຸດທ້າຍກະຫາທາງອອກໄດ້ ເພາະໃນໃຈເລິກໆ ແມ່ນຮັກຫຼາຍ ແລະ ບໍ່ຢາກເສຍກັນໄປ ມາຄິດໃໝ່ປັບໃໝ່ກະຄື ບໍ່ຕ້ອງປັບສັນດານຫັຍງກັນ ແຕ່ໃຫ້ ປ່ຽນເປັນ ເຂົ້າໃຈໃນຄວາມຖ່ອຍ ຂອງກັນ ໃຫ້ຫຼາຍ ປ່ອຍຜ່ານ ຄວາມແຕກຕ່າງລະຫວ່າງ ເພດ ໄວ ວຸດ ແນວຄິດ ຂອງກັນ ໃຫ້ມັນຜ່ານໄປ
…ໃສ່ໃຈແຕ່ການ ຫາລ້ຽງຄອຍຄົວ ບໍ່ນອກໃຈ ບໍ່ນອກຂອບເຂດສອນກັນໃຫ້ໜ້ອຍລົງ ເຂົ້າໃຈກັນໃຫ້ຫຼາຍຂຶ່ນ ຢຸດຫາຄົນຜິດຄົນຖືກ ປະຄອງຄຳວ່າຄອບຄົວໃຫ້ຢູ່ລອດ ໃຫ້ໄດ້
ຢ່າຍອມໃຫ້ຄຳວ່າ “ເຮົາໄປກັນບໍ້ໄດ້ ມາຊະນະເຮົາ” #ຊີວິດຄູ່ຮຽນຮູ້ຕະຫຼອດຊີວິດ
ໂພສດັ່ງກ່າວ…

ຈາກເລື່ອງລາວຂອງອ້າຍສັກ ແອັດຂໍສະຫຼຸບສັ້ນໆໃຫ້ເຂົ້າໃຈງ່າຍໆວ່າ ຊີິວິດຄູ່ ຖ້າຢາກໄປໃຫ້ລອດຕ້ອງຮູ້ຈັກປັບເຂົ້າຫາກັນ ບໍ່ວ່າເລື່ອງໃດກໍຕາມ ເຮົາຕ່າງເຕີບໃຫຍ່ມາໃນຄອບຄົວ ແລະ ສັງຄົມທີ່ຕ່າງກັນ ບໍ່ມີດອກທີ່ຈະເຂົ້າໃຈກັນໝົດທຸກເລື່ອງ ອັນໃດຄວນເບິ່ງຂ້າມກະເບິ່ງຂ້າມໄປ ຖ້າຄິດວ່າຮັກກັນ ຢາກຮັກສາກັນ ແລະ ກັນໄວ້ ກໍຫັນໜ້າມາລົມກັນເປັນທາງອອກທີ່ດີທີ່ສຸດ.





ຮຽບຮຽງໂດຍ: Kuanjai Magazine ຮູບພາບຈາກ: Sack Cells Intha Ratanavong
ສົນໃຈລົງໂຄສະນາ ຫລື ຕ້ອງການຕິດຕໍ່ນັກຂ່າວໄປເອົາຂ່າວ ຕິດຕໍ່ໄດ້ທີ່ເບີ: +856 20 28042166+856 20 52172698ຫລື ສົ່ງຂໍ້ຄວາມທາງເພຈ : Kuanjai Magazine