ກະແສເພງດັງຫຼາຍເພງທີ່ ເຈມ ຢູໂນ ແຕ່ງກໍາລັງມາແຮງບໍ່ວ່າຈະເປັນເພງ ຢາກເປັນລູກເຂີຍ ໃສ່ໃຈໄດ້ແຕ່ມອງ ລວມທັງເພງທີ່ຮ້ອງເອງຄື ຜູ້ບ່າວລົດໄຖ ເຊິ່ງລະເພງນັ້ນຂຶ້ນຕິດຊ໊າດອັນດັບເພງດັງທີ່ມາແຮງທີ່ສຸດໃນປັດຈຸບັນທັງໃນລາວ ແລະບັນດາປະເທດເພື່ອນບ້ານ ຈົນຫຼ້າສຸດ ນ້ອງເຈມ ຄົນເກັ່ງຂອງເຮົາກໍຊື້ລົດຄັນງາມເປັນຂອງຂວັນໃຫ້ກັບຄວາມສໍາເລັດຂອງຕົວເອງ ແລະຄອບຄົວໄປເປັນທີ່ຮຽບຮ້ອຍ…

ແຕ່ມື້ນີ້ຂໍເອົາກະແສເພງໄວ້ກ່ອນ ເພາະກ່ອນໜ້າທີ່ ນ້ອງເຈມ ໄດ້ຂຶ້ນສະຖານະກັບສາວງາມຄົນໜຶ່ງວ່າ ກັບລັງຄົບກັນເປັນແຟນ ງານນີ້ເຮັດໃຫສາວໆອົກຮັກກັນເປັນແຖວໆ ໄປເລີຍຈ່າາາາ ແຕ່ແນວໃດກໍໃຫ້ອະໄພໄດ້ເພາະສາວທີ່ນ້ອງຂຶ້ນສະຖານະນໍານັ້ນໜ້າຕາໜ້າຮັກຈິ້ມລິ້ມພໍສົມຄວນ ແລະມື້ນີ້ ແອັດກໍຈະພາໄປສ່ອງນາງກັນຈ່າ!!! ຢາກຮູ້ກໍນໍາເລີຍ…

ນ້ອຍແຕ່ໂຕ ຄວາມສາມາດບໍ່ໜ້ອຍ…

ສໍາລັບແຟນສາວຂອງ ເຈມ ຢູໂນ ນັ້ນ ມີຊື່ວ່າ ນ້ອງເດຍນ່າ ຈ່າ ເປັັນນາງແບບອິດສະຫຼະ ຮັບທັງງານເດີນແບບ ຖ່າຍແບບ ເຊິ່ງຖ້າໃຜທີ່ຕິດຕາມນາງຢູ່ກໍຈະເຫັນວ່າຝືມີການຖ່າຍແບບນີ້ບໍ່ທໍາມະດາເລີຍຈ່າ…








ຮຽບຮຽງໂດຍ: Kuanjai Magazine ຮູບພາບຈາກ: Tulavanh Diana
ສົນໃຈລົງໂຄສະນາ ຫລື ຕ້ອງການຕິດຕໍ່ນັກຂ່າວໄປເອົາຂ່າວ ຕິດຕໍ່ໄດ້ທີ່ເບີ: +856 20 28042166+856 20 52172698ຫລື ສົ່ງຂໍ້ຄວາມທາງເພຈ : Kuanjai Magazine