Breaking News

ຮູ້ກ່ອນສະໝັກວຽກ!!! ເຈົ້າເໝາະສົມຈະເຮັດວຽກກັບອົງກອນແບບໃດ???

ແບ່ງປັນ

ການເຮັດວຽກກັບອົງກອນທີ່ເປັນ Startup ແມ່ນຕົວຕົນຂອງເຈົ້າບໍ່? ຫຼືການເຮັດວຽກກັບອົງກອນໃຫຍ່ໆ ຈະເໝາະສົມກັບເຈົ້າຫຼາຍກວ່າ? ເປັນຄໍາຖາມທີ່ເຈົ້າຄວນຊອກຄໍາຕອບໃຫ້ໄດ້ ກ່ອນທີ່ຈະໄປສະໝັກວຽກ ເຈົ້າຈຶ່ງຈະມີແນວທາງຊອກຫາວຽກທີ່ແມ່ນສໍາລັບຕົວເອງ ເຈົ້າອາດຈະຕັດສິນໃຈຈາດສະຖານທີ່ເຮັດວຽກ ບົດບາດໜ້າທີ່ວຽກງານ ຫຼືເຫດຜົນອື່ນໆ ທີ່ແອັດຈະນໍາສະເໜີຕໍ່ໄປນີ້ ເພື່ອຊ່ວຍໃຫ້ເຈົ້າສາມາດຕັດສິນໃຈໄດ້ງ່າຍຂຶ້ນ ວ່າເຈົ້າເໝາະສົມກັບວຽກງານໃນອົງກອນແບບໃດກັນແທ້!!!

1. ອົງກອນແບບ Startups

แนวคิดใหม่ของอนาคตแห่งการทำงาน จากมุมมอง Intel

ຖ້າເຈົ້າເປັນຄົນທີ່ມັກຄວາມອິດສະຫຼະ ແລະ ເປັນຄົນກ້າໄດ້ກ້າເສຍ ແນະນໍາໃຫ້ເຮັດວຽກໃນອົງກອນແບບ Startup ເພາະອົງກອນແບບນີ້ ເໝາະກັບຄົນທີ່ຕ້ອງການເວທີໃນການສະແດງຄວາມສາມາດ ຄວາມຄິດສ້າງສັນ ແລະ ຕ້ອງການຮຽນຮູ້ສິ່ງໃໝ່ໆ ເຊັ່ນຄຸນລັກສະນະຂອງເດັກຈົບໃໝ່ ຫຼືຄົນຍຸກໃໝ່ໃນຕອນນີ້ ສ່ວນຄົນທີ່ເຮັດວຽກມີປະສົບການມາແລ້ວ ຢາກເຮັດວຽກໃນອົງການແບບ Startup ຈະມີໂຄງສ້າງອົງກອນບໍ່ຕາຍຕົວ ເຮັດໃຫມີອິດສະຫຼະໃນການເຮັດວຽກ ສ້າງສັນວຽກໄດ້ຢ່າງເຕັມທີ່ ຖ້າເຈົ້າເລືອກທີ່ຈະເຕີບໃຫຍ່ໄປພ້ອມກັບອົງກອນແບບ Startup ເຈົ້າຈະພົບກັບບັນຫາຫຼາກຫຼາຍ ຕ້ອງເຮັດວຽກໃຫ້ໄດ້ຫຼາຍໆໜ້າທີ່ ແລະ ເຮັດວຽກບໍ່ເປັນເວລາ ເພື່ອຊ່ວຍສ້າງພາບລັກທີ່ດີ ແລະ ໃຫ້ອົງກອນເປັນທີ່ຮູ້ຈັກ ລອງຖາມຕົວເອງເດີ້ ວ່າເຈົ້າມີຄຸນສົມບັດເໝາະສົມ ແລະ ມີຄວາມສົນໃຈໃຈກັບການເຮັດວຽກໃນອົງກອນແບບນີ້ ຫຼືບໍ່?

2. ອົງກອນແບບ SMEs

ประกันภัยการค้ำประกันพนักงานในการทำงาน - บริษัท ล็อคตั้น วัฒนา อิน ...

ອົງກອນຂະໜາດນ້ອຍ ແລະ ຂະໜາດກາງ ຫຼື SMEs (Small and Medium-sized Enterprises) ເປັນອົງກອນທີ່ຢູ່ເຄິ່ງກາງລະຫວ່າງອົງກອນແບບ Startup ແລະ ອົງກອນຂະໜາດໃຫຍ່; ການເຮັດວຽກໃນອົງກອນ SMEs ອາດຈະມີຄວາມສຸກຫຼາຍກວ່າການເຮັດວຽກໃນອົງກອນແບບ Startup ແລະ ອົງກອນຂະໜາດໃຫຍ່ກໍເປັນໄດ້ ເພາະເຈົ້າຈະໄດ້ເຮັດວຽກ ແລະ ເຕີບໃຫຍ່ໄປພ້ອມໆກັບອົງກອນຄ້າຍຄືກັບການເຮັດວຽກໃນອົງກອນແບບ Startup ແຕ່ເຈົ້າມີເວລາການເຮັດວຽກທີ່ແນ່ນອນ ເນື່ອງຈາກວ່າ ໃນອົງກອນແບບ SMEs ມີໂຄງສ້າງທີ່ເປັນລະບົບຫຼາຍຂື້ນ ມີທີມຄົນເຮັດວຽກຫຼາຍກວ່າອົງກອນແບບ Startup ຈຶ່ງສາມາດກະຈາຍວຽກໄດ້ຫຼາຍຂຶ້ນ ເຮັດຫໃຫ້ເຈົ້າສາມາດຈັດສົມດຸນຊີວິດການເຮັດວຽກໄດ້ຫຼາຍຂຶ້ນ ຫຼືເຖິງວ່າການເຮັດວຽກໃນອົງກອນຂະໜາດໃຫຍ່ຈະມີຄວາມໝັ້ນຄົງ ແຕ່ການເຮັດວຽກໃນອົງກອນແບບ SMEs ກໍເຮັດໃຫ້ເຈົ້າຮູສຶກມີສິດ ມີສຽງ ຫຼືຄວາມຄິດເຫັນຂອງເຈົ້າມີຄ່່າ ອາດຈະເຮັດໃຫ້ເຈົ້າມີໂອກາດກ້າວໜ້າໃນສາຍງານຂຶ້ນໄປໄດ້…

3. ອົງກອນຂະໜາດໃຫຍ່

6 ทักษะการทำงาน สร้างความได้เปรียบในยุค AEC - ไทยเอสเอ็มอี ...

ສໍາລັບໃຜທີ່ຕ້ອງການເຮັດວຽກກັບອົງກອນທີ່ມີຊື່ສຽງ ອາດຈະເປັນອົງກອນທີ່ເປັນທີ່ຮູ້ຈັກໃນທົ່ວປະເທດ ຫຼືຮູ້ຈັກກັນທົ່ວໂລກກໍຕາມ ຫຼືຄົນເຮັດວຽກຕ້ອງການຄວາມໝັ້ນຄົງ ອົງກອນຂະໜາດໃຫຍ່ໜ້າຈະເປັນທທາງເລືອກທີ່ດີທີ່ສຸດສໍາລັບເຈົ້າ ແຕ່ເຈົ້າຕ້ອງຕັດສິນໃຈໃຫ້ດີ ວ່າເຈົ້າຈະຮັບສິ່ງເຫຼົ່ານີ້ໄດ້ ຫຼືບໍ່? ຖ້າເຈົ້າເຮັດວຽກໃນອົງກອນຂະໜາດໃຫຍ່ ບາງເທື່ອເຈົ້າຈະຮູສຶກຄືເປັນປາໂຕນ້ອຍໆ ໃນອ່າງນໍ້າໃຫຍ່ກໍໄດ້ ຄືເຈົ້າເປັນກໍາລັງສໍາຄັນໃນການເຮັດວຽກກໍຈິງ ແຕ່ນັ້ນກໍອາດຈະເປັນສ່ວນນ້ອຍໆ ເມື່ອທຽບກັບທັງໝົດໃນອົງກອນ ເນື່ອງຈາກເປັນອົງກອນຂະໜາດໃຫຍ່ ໂຄງສ້າງຂອງອົງກອນກໍຈະມີຄວາມເປັນລະບຽບແບບແຜນທີ່ຊັດເຈນ ບົດບາດ ແລະ ໜ້າທີ່ໃນການເຮັດວຽກຈຶ່ງຄ້ອນຂ້າງຊັດເຈນ ຄວາມອິດສະຫຼະໃນການສ້າງສັນວຽກກໍຈະເຮັດບໍ່ໄດ້ເຕັມທີ່ ເພາະມີຂໍ້ບັງຄັບຕ່າງໆ ແຕ່ບໍ່ມີອົງກອນໃດທີ່ຈະໃຫ້ຄ່າຕອບແທນ ແລະ ສິດປະໂຫຍດໄດ້ດີເທົ່າ ສໍາລັບຄົນທີ່ຕ້ອງການມີຄວາມໝັ້ນຄົງດ້ານການເງິນ ແລະ ມີຄວາມກ້າວໜ້າໃຮສາຍອາຊີບທີ່ຊັດເຈນ ຄວນເລືອກເຮັດວຽກກັບອົງກອນທີ່ມີຂະໜາດໃຫຍ່ ແລະ ອາດຈະເບິ່ງວ່າອົງກອນຂະໜາດໃຫຍ່ແບບນີ້ ຈະເໝາະສົມກັບຄົນເຮັດວຽກທີ່ມີປະສົບການມາແລ້ວຫຼາຍປີ ແຕ່ຄວາມຈິງແລ້ວອົງກອນຂະໜາດໃຫຍ່ ກໍຕ້ອງການເດັກຈົບໃໝ່ເຂົ້າມາຮ່ວມງານຄືກັນ.

4. ອົງກອນບໍ່ສະແຫວງຫາຜົນກໍາໄລ

การทำงานเป็นทีมอย่างมีประสิทธิภาพ สร้างสุข เป้าหมายที่ชัดเจน เป็น ...

ສໍາລັບຄົນທີ່ຊອກວຽກທີ່ມີໃຈຮັກການບໍລິການ ແລະ ມີຈິດກຸສົນ ລາຍງານອົງກອນບໍ່ສະແຫວງຫາຜົນກໍາໄລນີ້ ເປັນສາຍງານທີ່ແມ່ນ ແລະ ເໝາະສົມກັບເຈົ້າ ເພາະຈຸດມຸ່ງໝາຍຂອງອົງກອນຄື ການອຸທິດຕົນເພື່ອສັງຄົມຫຼາຍກວ່າກໍາໄລ ການເຮັດວຽກໃນອົງກອນແບບນີ້ ຈະມີຂອບເຂດກວ້າງ ຕັ້ງແຕ່ຊຸມຊົນຂະໜາດນ້ອຍ ໄປຈົນເຖິງໜ່ວຍງານຂະໜາດໃຫຍ່ ຖ້າເຈົ້າເຮັດໃນອົງກອນນີ້ຈະມີຄວາມສໍາຄັນໃນທຸກຕໍາແໜ່ງວຽກ ບໍ່ວ່າເຈົ້າຫາກະເລີ່ມເຂົ້າໄປເຮັດວຽກໄດ້ບໍ່ດົນ ຫຼືເປັນຄົນທີ່ເຮັດວຽກມາຫຼາຍປີແລ້ວ.

        ນອກຈາກຈະຊອກຫາວຽກທີ່ໃຫ້ເງິນເດືອນທີ່ພໍໃຈແລ້ວ ການຕັດສິນໃຈເລືອກວ່າຈະເຮັດວຽກກັບອົງກອນແບບໃດກໍເປັນອີກ 1 ສິ່ງທີ່ສໍາຄັນ ເພາະສິ່ງນີ້ຈະເຮັດໃຫ້ເຈົ້່າປະສົບຄວາມສໍາເລັດໃນການເຮັດວຽກແບບໄລຍະຍາວໄດ້…

ຮຽບຮຽງໂດຍ: Kuanjai Magazine

ທີ່ມາ: JobsDB

ສົນໃຈລົງໂຄສະນາ ຫລື ຕ້ອງການຕິດຕໍ່ນັກຂ່າວໄປເອົາຂ່າວ ຕິດຕໍ່ໄດ້ທີ່ເບີ: +856 20 28042166‭+856 20 52172698‬ຫລື ສົ່ງຂໍ້ຄວາມທາງເພຈ : Kuanjai Magazine

ແບ່ງປັນ