Breaking News

ພາໄປສ່ອງ!! ຄວາມໜ້າຮັກສົດໃສຂອງ ນ້ອງນໍ້າ ນາງເອກ ຊີຣີ່ “ປາຕິຫານດອກໄມ້”

ແບ່ງປັນ

ສໍາລັບຊ່ວງນີ້ຊິເອີ້ນວ່າເປັນຊ່ວງ ວົງການບັນເທີງລາວ ເຟື່ອງຟູ ກໍເວົ້າໄດ້ ເພາະບັນດາສິລະປິນ ຄົນບັນເທີງລາວໄດ້ຮັບຄວາມສົນໃຈຫຼາຍຂຶ້ນໃນສັງຄົມ ບໍ່ສະເພາະແຕ່ໃນລາວ ຍັງລວມໄປເຖິງຕ່າງປະເທດນໍາອີກ ບໍ່ວ່າຈະເປັນວົງການ ນາງງາມ ວົງການເພງ ແລະ ລວມໄປເຖິງວົງການຮູບເງົາ ທີ່ເລີ່ມມີຮູບເງົາຫຼາກຫຼາຍແບບໃຫ້ເລືອກເບິ່ງກັນໄດ້!!!

ຮູບເງົາປະເພດ ຊີຣີ່ ກໍຖືວ່າເປັນສິ່ງທີ່ຍັງໃໝ່ສໍາລັບປະເທດເຮົາ ແຕ່ຫຼາຍຄົນກໍຄົງຈະໄດ້ເບິ່ງກັນຈາກຂອງຕ່າງປະເທດໂດຍສະເພາະ ຊີຣີ່ ເກົາຫລີ ທີ່ເຮັດໃຫ້ສາວໆຕິດງ໋ອມແງ໋ມ ຍ້ອນຄວາມໜ້າຫຼົງໄຫຼຂອງແຕ່ລະຕົວລະຄອນ ແຖມຍັງໃຫ້ລຸ້ນແບບຕອນຕໍ່ຕອນກັນອີກ… ເອ໊ະ!!! ແຕ່ມື້ນີ້ແອັດບໍ່ໄດ້ຈະມາຣີວິວຊີຣີ່ແຕ່ຢ່າງໃດເດີ້ ເພາະແອັດຈະພາໄປສ່ອງນາງເອກຊີຣີ່ເລື່ອງໃໝ່ຫຼ້າສຸດ “ປາຕິຫານດອກໄມ້” ເຊິ່ງຮັບບົດໂດຍ ນ້ອງນໍ້າ ນາງເອກສຸດຮ໋ອດສຸດຮິດໃນຕອນນີ້ນັ້ນເອງ…

ສໍາລັບນ້ອງນໍ້າ ສາວນ້ອຍຈາກແຂວງ ວຽງຈັນ ຜູ້ທີ່ມີຄວາມໄຝ່ຝັນຢາກເປັນດາວອີກດວງໃນວົງການບັນເທີງລາວ ເລີ່ມເຂົ້າວົງການດ້ວຍການເປັນນາງເອກຢູ່ກັບຄ່າຍ ໄຕ໋ບ້ານ ໂປຣດັກຊັ່ນ ກ່ອນຈະຜັນຕົວເອງອອກມາຮັບວຽກອິດສະຫຼະ ແລະ ໄດ້ສະແດງ ຊີຣີ່ ເປັນຄັ້ງທໍາອິດ!!! ເຊິ່ງວ່າຜົນງານການສະແດງຄັ້ງນີ້ນາງຈະຫຼິ້ນໄດ້ອິນຂະໜາດໃດນັ້ນ ກໍໄປຕິດຕາມກັນໄດ້ເດິ້ ແຕ່ເລື່ອງຄວາມໜ້າຮັກ ສົດໄສ ນີ້ແອັດຮັບຮອງວ່າຜ່ານແຕ່ຍັງບໍ່ໄດ້ຫຼິ້ນພຸ້ນລະຈ່າ…

ຮຽບຮຽງໂດຍ: Kuanjai Magazine

ຮູບພາບຈາກ: Num Yimvarn

ສົນໃຈລົງໂຄສະນາ ຫລື ຕ້ອງການຕິດຕໍ່ນັກຂ່າວໄປເອົາຂ່າວ ຕິດຕໍ່ໄດ້ທີ່ເບີ: +856 20 28042166‭+856 20 52172698‬ຫລື ສົ່ງຂໍ້ຄວາມທາງເພຈ : Kuanjai Magazine

ແບ່ງປັນ