Breaking News

ສ່ອງຕົວແມ່ວົງການນາງແບບ!!! ນຸ້ຍ ສຸພາພອນ ຈາກເວທີນາງງາມສູ່ ວົງການນາງແບບ-ນັກສະແດງ ເປ໊ະທຸກ Look ປັ໊ງທຸກມຸມ ແຖມຫຸ່ນດີເວີ່…

ແບ່ງປັນ

ເປັນດາວດວງເດັ່ນປະດັບວົງການບັນເທິງລາວມາດົນນານ ແລະ ບໍ່ເຄີຍມີພາບລັກດ້ານລົບເລີຍສໍາລັບສາວຄົນນີ້ ນຸ້ຍ ສຸພາພອນ ສົມວິຈິດ ທີ່ເລີ່ມເລີ່ມຈາກການເປັນນາງງາມກໍຄື Miss Universe Laos 2017 ແລະ ໄຕ່ເຕົ້າມາເປັນນັກສະແດງ-ນາງແບບ ເຊິ່ງຜົນງານຂອງນາງແຕ່ລະຢ່າງກໍບໍ່ໄດ້ເຮັດໃຫ້ຜິດຫວັງເລີຍ ທັງວຽກງານການສະແດງທີ່ຕອນນີ້ Go Inter ຮ່ວມສະແດງກັບທາງປະເທດເພື່ອນບ້ານຄືປະເທດໄທ ທັງເປັນນາງເອກຕົວທ໊ອບຂອງຜູ້ກໍາກັບພັນລ້ານແຫ່ງວົງການຮູບເງົາລາວຄື ອ້າຍເຈ້ຍ ປາຊີຟິກ ຈາກເລື່ອງ ຮັກມະຍ່ອມມະແຍ່ມ…

ຖ້າຈະເລົ່າເລື່ອງຄວາມສາມາດ ແລະ ຜົນງານການສະແດງຫຼາຍກະຊິຫາວ່າແອັດອວຍເກີ໊ນ… ເອົາເປັນວ່າຢາກໃຫ້ຕິດຕາມດ້ວຍຕົວເອງເອົາສາເນາະ!!! ແຕ່ທີ່ແອັດບໍ່ອວຍບໍ່ໄດ້ຄືຫຸ່ນຂອງນາງນີ້ແຫຼະພວກເຈົ້າເອີ່ຍຍຍຍ ບໍ່ຮູ້ວ່າໄດ້ກິນເຂົ້າກິນນໍ້າຢູ່ບໍ ໂພດວ່າເປ໊ະ ວ່າປັ໊ງ ບໍ່ວ່າຈະແຕ່ງຕົວແນວໃດ ໂພສທ່າແບບໃດ ອຽງໂຕອຽງໜ້າໄປດ້ານໃດກໍເປ໊ະໄປໂໝດດດດ ເອົ່າ!!! ດຽວຊິວ່າອວຍອີກ ກະເລີຍເອົາຮູບມາໃຫ້ເບິ່ງເປັນຫຼັກຖານ…

ຫວານໆ ກໍລອດຈ່າາາ

ເຊັກຊີ່ເບົາໆ Style ນຸ້ຍ

ສາຍນາງງາມຈ່າາາ

ເປ໊ະແບບຕົວແມ່

ແອບເຊັກຊີ່ອີກແລ້ວວວ

ມັກລຸກນີ້ແຮງງງ

Black Pink ກໍມາ

ສາຍຕາ…

ຮຽບຮຽງໂດຍ: Kuanjai Magazine ຮູບພາບຈາກ: Nui Souphaphone

ສົນໃຈລົງໂຄສະນາ ຫລື ຕ້ອງການຕິດຕໍ່ນັກຂ່າວໄປເອົາຂ່າວ ຕິດຕໍ່ໄດ້ທີ່ເບີ: +856 20 28042166‭+856 20 52172698‬ຫລື ສົ່ງຂໍ້ຄວາມທາງເພຈ : Kuanjai Magazine

ແບ່ງປັນ