Breaking News

ພົບທະວີບທີ່ສາບສູນ ໃນມະຫາສະໝຸດອິນເດຍ

ແບ່ງປັນ

ຮືຮາ ທີມນັກວິທະຍາສາດໃນແອັບຟຣິກາໃຕ້ ພົບຫຼັກຖານໃໝ່ ພົບທະວີບທີ່ສາບສູນໃນມະຫາສະມຸດອິນເດຍ ຢູ່ໃຕ້ເກາະມໍລິເຊຍ ຈຶ່ງຕັ້ງຊື່ເກາະວ່າ: ທະວີບມໍລີເຊີຍ ເຊື່ອວ່າ: ກໍາເນີດຈາກລາວາພູເຂົາໄຟ ກ່ອນຈະຖືກນໍ້າໃນມະຫາສະໝຸດກືນກິນຈົນສາບສູນໄປຈາກແຜນທີ່ໂລກ 84 ລ້ານປີກ່ອນ. ວັນທີ 6 ກຸມພາ ສື່ຕ່າງປະເທດ ແລະ ສໍານັກຂ່າວ ຊີເອັນເອັນ ລາຍງານເລື່ອງທີ່ສ້າງຄວາມຮືຮາໃຫ້ແກ່ຊາວໂລກໃນຍຸດປັດຈຸບັນ ເມື່ອທີມນັກວິທະຍາສາດຂອງມະຫາວິທະຍາໄລເວີດສະແລນ ໃນແອັບຟຣິກາໃຕ້ ໄດ້ພົບຫຼັກຖານສໍາຄັນພົບທະວີບທີ່ສາບສູນຢູ່ໃຕ້ມະຫາສະໝຸດອິນເດຍເມື່ອ 84 ລ້ານປີກ່ອນ ແລະ ໄດ້ຕັ້ງຊື່ວ່າ “ມໍລີເຊຍ” ເນື່ອງຈາກບໍລິເວນທີ່ພົບທະວີບສາບສູນ ຢູ່ໃຕ້ເກາະ ມໍລິເຊຍ ເກາະທ່ອງທ່ຽວຊື່ດັງໃນມະຫາສະມຸດອິນເດຍຍຸດນີ້ ແລະ ທະວີບມໍລິເຊຍໄດ້ຖືກກືນກິນສາບສູນຈາກນໍ້າໃນມະຫາສະມຸດ. ທີມນັກວິທະຍາສາດກ່າວວ່າ: ຈາກການສຶກສາວິໄຈແຮ່ທາດຈາກກ້ອນຫີນທີ່ພົ້ນຈາກໜ້ານໍ້າໃນມະຫາສະມຸດອິນເດຍ ເຮັດໃຫ້ຮູ້ວ່າ: ທະວີບດັ່ງກ່າວນີ້ ເກີດຈາກລາວາຂອງພູເຂົາໄຟທີ່ເກີດລະເບີດໃນອະດີດ ແລະ ອີກຫຼັກຖານທີ່ສໍາຄັນຄື: ພົບແຮ່ຊີຄອນ ໃນກ້ອນຫີນອາຍຸ 3 ພັນລ້ານປີ ຊຶ່ງມີອາຍຸແກ່ກວ່າແຮ່ທາດທີ່ພົບໃນເກາະມໍລິເຊຍໃນປັດຈຸບັນ ທີ່ພົບກ້ອນຫີນຢູ່ເກາະແຫ່ງນີ້ອາຍຸດົນກວ່າ 9 ລ້ານປີ. ຈາກການວິໄຈຍັງພົບອີກວ່າ: ທະວີບ ມໍລິເຊຍເປັນສ່ວນໜຶ່ງຂອງທະວີບຂະໜາດໃຫຍ່ໃນຍຸດບູຮານທີ່ເອີ້ນວ່າ: ກິນວານາ (Gindwana) ອາຍຸ 200 ປີ ລ້ານປີ ຈາກນັ້ນ ແລະ ໄດ້ແຕກຫັກກາຍເປັນທະວີບແອນຕາກຕກ, ແອັບຟຣິກາ ແລະ ອະເມລິກາໃນປັດຈຸບັນ.

ແບ່ງປັນ