Breaking News

ສາວລາວງາມທັງໜ້າຕາ ແລະ ຈິດໃຈ!

ແບ່ງປັນ

 

ແລງໆ…ແບບນີ້ຮອດເວລາມາຝອຍນຳກັນກັບ ຊະນີIndy ເນື່ອງຈາກວ່າກະແສໂຊຊ່ຽວໃນມື້ທີ່ຜ່ານມີເຟັກບຸກສ່ວນຕົວຂອງສາວງາມຄົນໜຶ່ງຊື່ວ່າ ມິນຕາ ລາດຊະວົງ ໄດ້ໂພສຮູບໄປທ່ຽວສະຖານທີ່ທ່ອງທ່ຽວຊື່ດັງ ມ.ວັງວຽງ ແລະ ໃນການໄປທ່ຽວຫຼິ້ນເທື່ອນີ້ກໍຖືເປັນການໄປທ່ຽວຕາມພາສາໄວລຸ້ນລາວເຮົາທົ່ວໄປ ແຕ່ທີ່ສະດຸດຕາ ຊະນີIndy ເຂົ້າແບບກົງໆກໍຄືສາວງາມແກ້ງນີ້ໄດ້ໄປຢ້ຽມຢາມພໍ່ຕູ້ທີ່ຂ້ອນຂ້າງລຳບາກ ອາໄສຢູ່ຄົນດຽວໃນຕູບຮ້າງໆຫົວຂົວ ບ້ານນາມອນ ມ.ວັງວຽງ ເຊິ່ງນາງກໍໄດ້ໂພສຮູບພາບໄປຢາມພໍ່ຕູ້ແບບຍົກແກ້ງ ພ້ອມຂຽນແຄບຊັ່ນເທິງຮູບທີ່ວ່າ: “ໄປຫຼິ້ນວັງວຽງເທື່ອນີ້ຄຸ້ມຫຼາຍ ດີໃຈທີ່ໄດ້ຊ່ວຍພໍ່ຕູ້ສຳລັບໃຜທີ່ມີແຜນຈະໄປຫຼິ້ນວັງວຽງ ແລະ ຢາກເອົາອາຫານ ນ້ຳ ເຄື່ອງນຸ່ງ ຫຼື ແລ້ວແຕ່ສັດທາ ໄປໃຫ້ພໍ່ຕູ້ແວ່ມາຫາເພິ່ນໄດ້ເດີ້ທາງຜ່ານພໍດີ ພໍ່ຕູ້ເພິ່ນເຖົ້າແລ້ວອາໄສຢູ່ຄົນດຽວກະຕູບຂ້າງຂົວນາມອນ ໄກ້ກັບຕະຫຼາດຂາຍປາແຫ້ງ ຊ່ວຍກັນຄົນລະເລັກລະໜ້ອຍກໍໄດ້ ຈົນເຮັດໃຫ້ມີແຟນໆເຂົ້າມາກົດໄລ້ກົດແຊຣ ແລະ ຄອມເມັ້ນຍົກຍ້ອງສາວໆແກ້ງນີ້ວ່າທັງງາມ ແລະ ມີຈິດໃຈດີກັນເປັນຈຳນວນຫຼາຍ…

ຢ່າງໃດ ຊະນີIndy ແລະ ແຟນໆກໍຂໍອະນຸໂມທາບຸນນໍາເດີ້ #ແຊຣໄປໃຫ້ໂລກຮູ້ວ່າສາວລາວທັງງາມທັງໃຈດີ

ມາເບິ່ງຮູບພາບງາມໆຂອງສາວໆແກ້ງນີ້ກັນເລີຍ

ຂໍຂອບໃຈຮູບພາບຈາກ: Minta Lardsavong ແລະ KY Ramangkoun

 

ແບ່ງປັນ