Breaking News

ນັກອອກແບບເຊື້ອສາຍລາວໄດ້ຕົກແຕ່ງທຳນຽບຂາວ!

ແບ່ງປັນ
ສຸພາບສະຕີໝາຍເລກ 1 ສະຫະລັດເລືອກນັກອອກແບບເຊື້ອສາຍລາວຕົກແຕ່ງທໍານຽບຂາວ ເວັບໄຊ WWD ລາຍງານວ່າ: ທ່ານ ນາງ ເມລາເນຍ ທຼັມ ສຸພາບສະຕີໝາຍເລກ 1 ຂອງສະຫະລັດອາເມລິກາ ໄດ້ຈ້າງນັກອອກແບບ ຄົນອາເມລິກາເຊື້ອສາຍລາວ ນາງ ທໍາ ຂັນນາລີຄໍາ ມາຕົກແຕ່ງພາຍໃນທໍານຽບຂາວ. ນາງ ທໍາ ຂັນນາລີຄໍາ ເປັນຄົນທີ່ສອງທີ່ໄດ້ຮັບການແຕ່ງຕັ້ງຢ່າງເປັນທາງການໂດຍນາງເມລາເນຍ. ນາງ ທໍາ ຂັນນາລີຄໍາ ເປັນນັກອອກແບບພາຍໃນ ຢູ່ໃນມະຫານະຄອນນິວຍອກ ແລະ ເລີ່ມຕົ້ນເຮັດວຽກກັບ ຣາບ ລໍເລນ ໂຮມ ກ່ອນຈະມີບໍລິສັດເປັນຂອງຕົນເອງ.
ແບ່ງປັນ