ເປັນທີ່ໜ້າຈັບຕາເບິ່ງສຳລັບສາວນ້ອຍໄວສົດໃສຄົນນີ້ ນາງ ອາລີນ່າ ພິລາວົງ ສາວນ້ອຍໄວໃສອາຍຸພຽງ 17 ປີ, ຊະນີIndy ໄດ້ໄປຕິດຕາມໄປສືບຫາຂໍ້ມູນມາກໍເລີຍຮູ້ວ່າສາວນ້ອຍຄົນນີ້ເປັນລູກຊອດ ລາວ-ຍູເຄນຣ (Ukraine) ກໍາລັງສຶກສາຢູ່ທີ່ ມສ.ວຽງຈັນ ຊັ້ນ ມໍ.7 ແລະ ທີ່ສະດຸດຕາຫຼາຍກໍຄືນາງມີຄວາມສູງເຖິງ 1,73 cm (ໂອ້ຍ…ຈັ່ງແມ່ນສູງນໍລູກ), ຜົນງານຂອງນ້ອງເທົ່າທີ່ຜ່ານມາແມ່ນເປັນນາງແບບຕາມງານແຟຼຊັ່ນໂຊຕ່າງໆ (ວາລະສານ ຂວັນໃຈ ກໍຖ່າຍປົກມາແລ້ວເດີ້ ບໍ່ທຳມະດາໃດນິ), ທັງສະແດງຊີ່ຣີ່ໄວລຸ້ນຊື່ດັງ Until you ແລະ ຫຼ້າສຸດແມ່ນສາວນ້ອຍຄົນນີ້ໄດ້ເປັນເຖິງພີເຊັນເຕີ້ສະມາດໂຟນແບຼນດັງ Samsung Galaxy A 2017, ປະຕິໂທ້ ບໍ່ທຳມະດາອີ່ຫລີ ຊະນີIndy ຍັງໄດ້ຍິນມາອີກເດີ້ວ່າສາວນ້ອຍຄົນນີ້ເປັນທີ່ຈັບຕາເບິ່ງຂອງລຸ້ນເອື້ອຍລຸ້ນອ້າຍໃນວົງການບັນເທິງລາວເຮົາ ດັ່ງນັ້ນຮັບຮອງສາວນ້ອຍ ອາລີນ່າ ຄົນນີ້ຕ້ອງມີອະນາຄົດໄກໃນວົງການບັນເທິງລາວເຮົາແນ່ນອນ!
ກົດໄລ້-ກົດແຊຣເປັນກຳລັງໃຈໃຫ້ອາລີນ່າດ່ວນ ແລະ ມາເບິ່ງຮູບພາບໜ້າຮັກສົດໃສຂອງນ້ອງໄດ້ເລີຍ!!!
ຂໍຂອບໃຂຮູບພາບຈາກ: Alina Philavong