Breaking News

ມາເບິ່ງຄວາມຄືບໜ້າຂອງເຂື່ອນໄຟຟ້າໄຊຍະບູລີ ໃກ້ສຳເລັດແລ້ວ

ແບ່ງປັນ

ວັນທີ 6 ກຸມພາ 2017 ເຈົ້າໜ້າທີ່ບໍລິສັດ ໄຊຍະບູລີພາວເວີ ຈຳກັດ ໄດ້ເປີດເຜີຍວ່າ: ປັດຈຸບັນນີ້, ການກໍ່ສ້າງເຂື່ອນໄຟຟ້າ ພະລັງງານນໍ້າ ໄຊຍະບູລີ ມີຄວາມຄືບໜ້າ 73%, ຄາດວ່າຈະສຳເລັດ ໃນປີ 2019 ພ້ອມຈະສົ່ງຂາຍໃຫ້ໄທ 1.225 ເມກາວັດ ແລະ 60 ເມກາວັດ ຊົມໃຊ້ພາຍໃນ.

ໂຄງການໄຟຟ້າ ພະລັງງານນ້ຳ ໄຊຍະບູລີ ໄດ້ເລີ່ມລົງມືກໍ່ສ້າງມາແຕ່ ປີ 2012 ເປັນຕົ້ນມາ, ລວມມູນຄ່າການລົງທຶນທັງໝົດ ຫຼາຍກວ່າ 3 ຕື້ໂດລາສະຫະລັດ, ມີເຄື່ອງຈັກຜະລິດໄຟຟ້າ 8 ເຄື່ອງ, ມີກຳລັງການຜະລິດ ທັງໝົດ 1.285 ເມກາວັດ ໃນນັ້ນ ມີເຄື່ອງຜະລິດໄຟຟ້າ ຂະໜາດ 175 ເມກາວັດ ຈຳນວນ 7 ຊຸດ ເພື່ອສົ່ງໄຟຟ້າ ຜ່ານລະບົບສາຍສົ່ງ 500 ກິໂລໂວນ ໃຫ້ການໄຟຟ້າຜະລິດ ແຫ່ງປະເທດໄທ ແລະ ເຄື່ອງຜະລິດໄຟຟ້າ 60 ເມກາວັດ 1 ຊຸດ ສົ່ງໄຟຟ້າ ຜ່ານລະບົບສາຍສົ່ງ 115 ກິໂລໂວນ ໃຫ້ແກ່ລັດວິສາຫະກິດໄຟຟ້າລາວ.

ໂຄງການດັ່ງກ່າວ, ເປັນໂຄງການໄຟຟ້າພະລັງງານ ແບບລະບົບນ້ຳໄຫຼຜ່ານ ທີ່ບໍ່ມີການເກັບກັກນ້ຳ, ໄດ້ມີການຍົກຍ້າຍ ແລະ ຫຍັບຍ້າຍ ປະຊາຊົນອອກຈາກພື້ນທີ່ໂຄງການ ພຽງແຕ່ 458 ຄອບຄົວ ຈາກ 19 ບ້ານ ທີ່ຢູ່ແຄມສອງຝັ່ງຂອງ ລະຫວ່າງ ແຂວງໄຊຍະບູລີ ແລະ ແຂວງຫຼວງພະບາງ ເຊິ່ງຄອບຄົວທີ່ໄດ້ຮັບຜົນກະທົບ ກໍໄດ້ຮັບການຊົດເຊີຍ ແລະ ຊ່ວຍເຫຼືອດ້ານຕ່າງໆ ເປັນຕົ້ນ ຄ່າທົດແທນຈາກການສູນເສຍ ທີ່ດິນທຳມາຫາກິນ, ຈັດສັນທີ່ດິນ ພ້ອມທີ່ຢູ່ອາໄສໃຫ້ໃໝ່, ຈັດສັນພື້ນຖານ ແລະ ສາທາລະນຸປະໂພກຕ່າງໆ, ແບ່ງປັນດິນ ເພື່ອຜະລິດກະສິກຳ ໃຫ້ແຕ່ລະຄົວເຮືອນ ແລະ ຟື້ນຟູຄຸນນະພາບຊີວິດ ໃນດ້ານຕ່າງໆຢ່າງຕໍ່ເນື່ອງ.

ຂໍ້ມູນຈາກ: ຂ່າວສານປະເທດລາວ

ແບ່ງປັນ