Breaking News

ງາມແບບມີຄຸນຄ່າ…”ຊຸດໄໝລາວ”

ແບ່ງປັນ

ງາມແບບມີຄຸນຄ່າກັບ “ຊຸດໄໝລາວ”

ມາພົບກັນອີກແລ້ວສາວໆກັບ BeautyGuru ຄົນຜູ້ຮ້າຍໃຫຍ່ແຕ່ມັກຄວາມສວຍງາມວ່າຊັ້ນຊະ ແລະ ມື້ນີ້ກໍບໍ່ເວັ້ນມາພ້ອມກັບຄວາມງາມທີ່ສາວໆຫຼາຍຄົນມີ (ຍົກເວັ້ນ BeautyGuru ມີຄວາມຮູ້ສຶກນ້ອຍໃຈ) ຄວາມງາມນັ້ນເຮົາສາມາດແຕ່ງເຕີມໄດ້ບໍ່ວ່າຈະເປັນດ້ວຍເຄຶ່ອງສໍາອາງ ຫຼືເຄຶ່ອງນຸ່ງກໍມີສ່ວນ ແລະ ມື້ນີ້ຈະພາສາວໆໄປເບິ່ງຄວາມງາມທີ່ມີຄຸນຄ່າ, ງາມແບບບໍ່ເບຶ່ອ, ງາມຈົນໃຜເຫັນແລ້ວຍັງເກີດຄວາມອິດ…ອິດສາຂຶ້ນມາ ນັ້ນກໍຄືຄວາມງາມແບບສາວລາວນັ້ນເອງ ງາມແບບມີຄຸ່ນຄ່າກັບສິ້ນໄໝ, ເສຶ້ອໄໝ, ເກົ້າຜົມ, ບ່ຽງແພ ເຫັນບໍ່ສາວໆງາມແບບມີຄຸນຄ່າສໍ່າໃດ (ທັງໝົດນີ້ກໍລ້ານປາຍກີບເປັນຢ່າງຕໍ່າແລ້ວບໍ່ມີຄູນຄ່າຊິໄປໃສ​ 555) ສາວໆລອງຄິດເບິ່ງການທີ່ເຮົາແຕ່ງຕົວນຸ່ງເຄຶ່ອງແບບລາວໆນີ້ຄົນຕ່າງປະເທດ, ນັກທ່ອງທ່ຽວທີ່ເຂົ້າມາເຫັນເຂົາຍັງຍົກຍ້ອງໃນຄວາມງາມຂອງຊຸດໄໝບ້ານເຮົາ, ບາງຄົນຕິດໃຈແຮງຈົນຕ້ອງໄດ້ນຸ່ງ ຫຼືບາງຄົນກໍຊື້ເອົາກັບປະເທດໄປນໍາ ແລ້ວແບບນີ້ເຮົາເປັນຄົນລາວແທ້ໆຊິບໍ່ໃຫ້ຄິດວ່າຊຸດໄໝຂອງລາວເຮົາມີຄຸ່ນຄ່າໄດ້ແນວໃດ ອີກຢ່າງມັນກໍເປັນມໍລະດົກຕົກທອດຈາກສະໄໝປູ່ຍ່າ, ຕາທວດເຮົາອີກອັນໜຶ່ງດັ່ງນັ້ນເຮົາທຸກຄົນໃນນາມທີ່ເປັນຄົນລາວ, ໂດຍສະເພາະສາວໆທັງຫຼາຍຢ່າໄດ້ເບິ່ງຂ້າມສິ່ງທີ່ມີຄຸນຄ່າສິ່ງນີ້ໄປ ແລະ ມື້ນີ້ BeautyGuru ກໍໄດ້ນໍາເອົາຮູບທີ່ສາວລາວນຸ້່ງຊຸດໄໝລາວທີ່ແສນຈະງາມ ແລະ ມີຄຸນຄ່າມາຕ້ອນກັນວ່າແລ້ວກະໄປເບິ່ງກັນເລີຍ.

By; BeautyGuru

ເຄຼດິດຮູບຈາກ: ສາວລາວ Lao girl

ແບ່ງປັນ