Breaking News

ຢາກໃຫ້ນ້ອງໆໄດ້ອ່ານ! ເລີ່ມຕົ້ນສູ່ໄວເຮັດວຽກແນວໃດ? ໃຫ້ກາຍເປັນ Working Women ໃນອະນາຄົດ…

ແບ່ງປັນ

ຢາກໃຫ້ນ້ອງໆໄດ້ອ່ານ! ເລີ່ມຕົ້ນສູ່ໄວເຮັດວຽກແນວໃດ? ໃຫ້ກາຍເປັນ Working Women ໃນອະນາຄົດ…

ຖ້າຫາກສາວໆຫາກໍກ້າວເຂົ້າສູ່ການເລີ່ມຕົ້ນທີ່ຈະເຮັດວຽກໃໝ່ ຖືເປັນສິ່ງທີ່ຍາກ ແລະ ທ້າທາຍຫຼາຍ ເພາະຕະຫຼອດເວລາ 10 ກວ່າປີ ສາວໆຈະໃຊ້ຊີວິດໃນການເປັນ ນັກຮຽນ-ນັກສຶກສາ ມາໂດຍຕະຫຼອດ. ການທີ່ຈະມາເລີ່ມຕົ້ນເຮັດວຽກໃໝ່ແມ່ນແນ່ນອນວ່າ ຈະເຮັດໃຫ້ສາວໆເກີດຄວາມກັງວົນໃຈ, ຢ້ານວ່າຈະເຮັດບໍ່ໄດ້ດີ, ເຮັດວຽກບໍ່ລອດ ແລະ ອື່ນໆ ແຕ່ບັນຫາເຫຼົ່ານີ້ຈະໝົດໄປ ເພາະເຄັດລັບຕໍ່ໄປນີ້ຈະສາມາດຊ່ວຍສາວໆໃຫ້ເຮັດວຽກໄດ້ດ້ວຍຄວາມໝັ້ນໃຈ ແລະ ກາຍເປັນ Working Women ໃນອະນາຄົດໄດ້ອີກດ້ວຍ!!!

workplace: Study says working women live longer and age better! - Times of  India
  1. ປ່ຽນແປງຕົນເອງ: ການປ່ຽນແປງຈາກຊ່ວງຊີວິດໜຶ່ງໄປຫາອີກການໃຊ້ຊີວິດຮູບແບບໜຶ່ງ ເພື່ອໃຫ້ ເໝາະສົມໃນສະຖານະການ. ສໍາລັບການເລີ່ມຕົ້ນທີ່ຈະເຮັດວຽກຄັ້ງທຳອິດນັ້ນ ຄວນເຮັດໃຫ້ຕົນເອງເບິ່ງດູດີທີ່ສຸດ ບໍ່ວ່າຈະເປັນຊົງຜົມ, ລົງທຶນຊື້ເຄື່ອງນຸ່ງໃໝ່ດີໆສຳລັບການໄປສຳພາດວຽກ ສວມໃສ່ແລ້ວສະບາຍເບິ່ງຄືມືອາຊີບ, ຮູບແບບໃໝ່ອັນສົດໃສຈະເພີ່ມຄວາມໝັ້ນໃຈໃຫ້ທ່ານເຊັ່ນດຽວກັບຄວາມໝັ້ນໃຈຂອງນາຍຈ້າງທີ່ເບິ່ງທ່ານພະຍາຍາມເຮັດຕົວໃຫ້ດູດີທີ່ສຸດ ແລະ ກໍຄິດວ່າທ່ານຈະຍິນດີເຮັດທຸກຢ່າງໃນການເຮັດວຽກຄືກັນ.
  2. ກຽມຕົວໃຫ້ພ້ອມສະເໝີ: ເພາະບໍ່ຮູ້ວ່າຈະຖືກເອີ້ນໄປສຳພາດວຽກເມືອໃດ ຖ້າທ່ານໄດ້ຮັບເຊີນໄປສຳພາດ ທ່ານຈຳເປັນຕ້ອງໄດ້ກະກຽມຊີວະປະຫວັດຫຍໍ້ແນະນຳຕົວເອງໃຫ້ດີ. ຊີວະປະຫວັດເປັນສິ່ງສຳຄັນເພາະມັນຄືທາງເລືອກການຕະຫຼາດສ່ວນຕົວຂອງທ່ານທີ່ຈະນຳສະເໜີໄປນັ້ນມັນໜ້າສົນໃຈຊ້ຳໃດ. ສະນັ້ນເລີ່ມຕົ້ນການຂຽນແນະນຳຕົນເອງໄວ້ຈະເປັນການດີກວ່າຫຼາຍ ແລະ ເບິ່ງຄືງ່າຍຂຶ້ນ ທີ່ຈະຕ້ອງເລີ່ມຕົ້ນຈາກສູນເມືອຖືກເອີ້ນສຳພາດວຽກເປັນຄັ້ງທຳອິດ.
  3. ບໍ່ຈຳເປັນເຮັດທຸກຢ່າງພຽງລຳພັງ: ປັດຈຸບັນນີ້ມີຂໍ້ມູນ, ໜັງສື ຫຼື ເວັບໄຊທີ່ຫຼາກຫຼາຍທີ່ຈະຊ່ວຍທ່ານໄດ້ໃນເລື່ອງການຊອກວຽກ ລວມເຖິງໃຫ້ເຄັດລັບຕ່າງໆໃນການເຮັດວຽກ, ໝູ່ເພື່ອ ແລະ ຍາດພີ່ນ້ອງທີ່ມີປະສົບການກໍລ້ວນແຕ່ເປັນທີ່ປຶກສາທີ່ດີໃຫ້ແກ່ທ່ານໄດ້
  4. ຮູ້ຈັກຕົນເອງກ່ອນຈະກ້າວເຂົ້າໄປສຳພາດວຽກ: ກ່ອທີ່ຈະໄປສໍາພາດວຽກ ເຮົາຕ້ອງຮູ້ກ່ອນວ່າເປັນບ່ອນທີ່ຕົນເອງຕັ້ງໃຈທີ່ຈະເຮັດວຽກນຳ ແລະ ມັກຮັກໃນອາຊີບວຽກງານນີ້ຢ່າງແທ້ຈິງຫຼືບໍ ເພາະມັນຈະສະແດງອອກຈາກທ່າທາງຂອງທ່ານໃນເວລາສຳພາດ ແຕ່ຖ້າຫາກເປັນບ່ອນເຮັດວຽກ ຫຼື ເປັນວຽກທີ່ທ່ານບໍ່ມັກ ກໍຄວນຈະຂໍຍົກເລີກການສຳພາດຈະເປັນການດີກວ່າ.
Office Makeup – Do's and Don'ts |

ແບ່ງປັນ