Breaking News

ຮີດບໍ່ເຄີຍຫມອງ ຄອງບໍ່ເຄີຍເສົ້າ!!! ມາເບິ່ງຄົນດັງວົງການບັນເທິງລາວຮ່ວມໃຈຕັກບາດຢາດນໍ້າມື້ອອກພັນສາປະວໍລະນາ

ແບ່ງປັນ

ມື້ຂຶ້ນ 15 ຄໍ່າເດືອນ 11 ລາວ ເຊິ່ງກົງກັບວັນທີ 2 ຕຸລາ 2020 ແມ່ນມື້ໜຶ່ງທີ່ສໍາຄັນ ເປັນມື້ອອກພັນສາປະວໍລະນາຕາມຮິດສີບສອງຄອງສິບສີ່ຂອງບ້ານເຮົາຊາວພຸດ ເຊິ່ງໃນຕອນເຊົ້າມື້ນີ້ພິທີສໍາຄັນກໍແມ່ນການຕັກບາດຢາດນໍ້າຄືກັບທຸກໆປີທີ່ເຄີຍມີມາ

ຈາມປະເພນີ້ອັນດີງາມການເຂົ້າວັດແມ່ນຈະແຕ່ງກາຍແບບສຸພາບຮຽບຮ້ອຍ ເຊັ່ນວ່າ ແມ່ຍິງຈະນຸ່ງສີ້ນເກົ້າຜົມບ່ຽງແພ ແລະ ຜູ້ຊາຍຈະແຕ່ງກາຍສຸພາບເຊັ່ນດຽວກັນ ເວົ້າໄດ້ວ່າການແຕ່ງກາຍຂອງຄົນລາວເຮົານັ້ນມີເອກະລັກທີ່ງົດງາມບໍ່ແພ້ຊາດອື່ນໆເຊັ່ນກັນ.

ມື້ນີ້ຂວັນໃຈໄດ້ນໍາເອົາພາບບັນຍາກາດຄົນວົງການບັນເທີງລາວຕັກບາດໃນມື້ອອກພັນສາມາໃຫ້ແຟນໆໄດ້ເບິ່ງໄດ້ຊົມນໍາກັນ!!! ຈະມີໃຜແດ່ນັ້ນ ເຮົາມາເບິ່ງນໍາກັນເລີຍ!!!

  1. ລູກນໍ້າ ທິດາລັດ ນາງງາມລາວປີ 2011
This image has an empty alt attribute; its file name is 120405936_1035213773591015_6715608155674547792_o-768x1024.jpg

2. ເທເລີ້ ສີສົມບັດ ດາລາ-ນັກຮ້ອງ ຈາກຄ້າຍກ້າວໜ້າ

3. ບາບີ້ ປີຍະມາດ Miss international Laos 2018

ນອກຈາກນີ້ກໍຍັງມີຄົນໃນວົງການບັນເທີງອີກຫຼາຍໆຄົນທີ່ໄດ້ຮ່ວມກັນເຮັດບຸນຕັກບາດຢ່າງອື່ມອົກອື່ມໃຈໃນມື້ນີ້ເຊັ່ນກັນ.

ແບ່ງປັນ