Breaking News

ທ່ຽວຊົມສວນຊາ 400 ປີ

ແບ່ງປັນ

ອາກາດໜາວໆແນວນີ້ໄປທ່ຽວພາກເໜືອນໍາກັນເທາະ ໄປທ່ຽວພາກເໜືອສຸດຂອງປະເທດລາວເຮົາ ເມື່ອເວົ້າເຖິງພາກເໜືອສຸດ ຜູ້ອ່ານທີ່ໜ້າຮັກຕ້ອງຄິດອອກທັນທີເລີຍແມ່ນບໍ ວ່າແມ່ນແຂວງໃດ ແລະ ແຂວງທີ່ເຮົາຈະມາແນະນໍາສະຖານທີ່ທ່ອງແຫ່ງໜຶ່ງໃຫ້ຮູ້ຈັກໃນມື້ນີ້ນັ້ນຢູ່ແຂວງ ຜົ້ງສາລີ ໄປທ່ຽວທີ່ສວນຊາ 400 ປີ ໄປຊົມວິທີການກັບໃບຊາ ແລະ ໄປຊົມທະເລໝອກທີ່ສວຍງາມ ນັ້ນເອງ

 

ສວນຊາ 400 ປີ ຕັ້ງຢູ່ເຂດບ້ານກໍແມນ ເມືອງ ແລະ ແຂວງຜົ້ງສາລີ ເຊິ່ງຢູ່ຫ່າງຈາກເທດສະບານແຂວງປະມານ 15 ກິໂລແມັດ ປະຊາຊົນຢູ່ໃນບ້ານກໍແມນໄດ້ປະກອບອາຊີບປູກ ແລະ ຂາຍຊາເປັນອາຊີບຫຼັກມາເປັນເວລາຫຼາຍເຊັ່ນຄົນ ເຊິ່ງຊາຢູ່ບ່ອນນີ້ມີຊື່ສຽງຫຼາຍຍ້ອນມີລົດຊາດທີ່ດີ ແລະ ມີສັບພະຄຸນທີ່ເປັນປະໂຫຍດຕໍ່ສຸຂະພາບຫຼາຍກວ່າຊາປະເພດອື່ນ

 

 

ຕົ້ນຊາທີ່ຢູ່ໃນສວນແຫ່ງນີ້ ຍັງໄດ້ຖືກຮັບຮອງໂດຍນັກວິໄຈ ວ່າເປັນຕົ້ນຊາທີ່ມີອາຍຸຫຼາຍກວ່າ 400 ປີ. ດັ່ງນັ້ນສວນຊາແຫ່ງນີ້ຈຶ່ງໄດ້ສົມຍານາມວ່າ “ ສວນຊາ 400 ປີ ” ເຊິ່ງມີເນື້ອທີ່ປະມານ 32.25 ເຮັກຕາ ແລະ ລວມມີຕົ້ນຊາທັງໝົດ 48.373 ຕົ້ນ ປັດຈຸບັນສວນຊາ 400 ປີໄດ້ຮັບຄວາມສົນໃຈ ແລະ ເປັນທີ່ດຶງດູດນັກທ່ອງທ່ຽວໃຫ້ໄປທ່ຽວຊົມ ແລະ ສໍາຜັດກັບລົດຊາດຂອງຊາດ້ວຍຕົນເອງເປັນຈໍານວນຫຼວງຫຼາຍ

ຖ້າໃຜມີໂອກາດໄດ້ໄປທ່ຽວທີ່ ແຂວງຜົ້ງສາລີຢ່າລືມໄປທ່ຽວສວນຊາ 400 ປີເດີ້ ແລະ ກໍຢ່າລືມຊິມເຫຼົ້າຂຽວພ້ອມເດີ້ ເພາະເປັນເຫຼົ້າທີ່ເປັນເອກະລັກຂອງແຂວງ ຜົ້ງສາລີ

ແບ່ງປັນ