Breaking News

ຊ່ວຍແມ່ຍິງຫວຽດນາມທີ່ຖືກຂາຍໃຫ້ແຕ່ງດອງກັບຊາຍຈີນ

ແບ່ງປັນ

ຕໍາຫຼວດຈີນຊ່ວຍເຫຼືອແມ່ຍິງຫວຽດນາມ 32 ຄົນ ທີ່ຖືກຕົວະໄປຂາຍໃຫ້ແຕ່ງດອງກັບຜູ້ຊາຍຈີນທີ່ມີອາຊິບເຮັດການກະເສດ ໃນການປະຕິບັດການທີ່ມີເປົ້າໝາຍກວດລ້າງຂະບວນການຄ້່າມະນຸດຂ້າມຊາດ ທີ່ມີແມ່ຍິງຖານະຍາກຈົນໃນທ້ອງຖິ່ນຊົນນະບົດທີ່ຕົກເປັນເຫຍື່ອເປົ້າໝາຍ.

ຈາກການລາຍງານຂອງ ເອເອັຟພີໃນວັນທີ 9 ກຸມພາ ຖະແຫຼງການໃນເວັບໄຊຂອງສໍານັກງານຄວາມໝັ້ນຄົງສາທາລະນາໃນມົນທົນຍູນານໃນວັນພະຫັດກ່າວວ່າ: ເຈົ້າໜ້າທີ່ຈີນຈັບຕົວຜູ້ສົງໄສ 75 ຄົນ ທີ່ຖືກກ່າວຫາວ່າເປັນສ່ວນໜຶ່ງຂອງຂະບວນການ ຕົວະຍົວະແມ່ຍິງໄປມົນທົນຍູນານ ທາງພາກໃຕ້ຂອງຈີນ ໂດຍໃຫ້ຄໍາສັນຍາວ່າ: ຈະພາໄປທ່ຽວ ແລະ ຫາວຽກໃຫ້. ແມ່ຍິງດັ່ງກ່າວ ຈະຖືກຈັດໃຫ້ພັກອາໄສຢູ່ຮ່ວມກັນ ໃນພື້ນທີ່ພູເຂົາໃນຍຸນນານ ໃກ້ກັບຊາຍແດນຫວຽດນາມ ກ່ອນຈະຂາຍໃຫ້ກັບປະຊາຊົນໃນ 6 ມົນທົນ ທາງພາກກາງ ແລະ ພາກຕາເວັນອອກຂອງຈີນ ແມ່ຍິງທີ່ຕົກເປັນເຫຍື່ອຜູ້ໜຶ່ງລາຍງານວ່າ: ລາວຖືກຕົບຕີທໍາຮ້າຍຮ່າງກາຍໂດຍທໍ່ເຫຼັກ ເມື່ອລາວປະຕິເສດທີ່ຈະເປັນເຈົ້າສາວ ແລະ ພະຍາຍາມໂຕນໜີ

ແບ່ງປັນ