ງານເທດສະການດອກງີ້ວບານ ຄັ້ງທີ 17 ໄດ້ຈັດງານມາຮອດມື້ສຸດທ້າຍ ໃນມື້ວານນີ້ ທີ 12 ກຸມພາ 2017 ຢູ່ດອນຊາວ, ເຂດເສດຖະກິດພິເສດສາມຫຼ່ຽມຄໍາ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ພາຍໃນງານພິເສດທີ່ສຸດ ແລະ ມວນຊົນໃຫ້ຄວາມສົນໃຈ ກໍແມ່ນການປະກວດນາງງາມ ດອກງິ້ວ ປະຈຳປີ 2017 ໂດຍໄດ້ຄັດເລືອກເອົານາງສາວງາມ ຈໍານວນ 20 ນ້ອງ ຈາກບັນດາເມືອງ, ບັນດາບ້ານ ທີ່ເປັນຕົວແທນຂອງແຕ່ລະເຜົ່າ ເຊິ່ງງານແມ່ນມີບັນຍາກາດຄຶ້ກຄື້ນມ່ວນຊື່ນຫຼາຍ ສະນັ້ນ ຂວັນໃຈ ເຮົາຈຶ່ງບໍ່ພາດທີ່ຈະເອົາບັນຍາກາດ ຂອງງານ ແລະ ສາວງາມຜູ້ທີ່ໄດ້ຕໍາແໜງນີ້ມາໃຫ້ ສາວໆຂວັນໃຈ ເຮົາໄດ້ຮູ້ກັນ.
ອັນດັບທີ 1 ນາງສາວ ຈັນທະລາ ວົງຂັນທອງ ໝາຍເລກ 12 ຈາກ ເມືອງ ຕົ້ນເຜິ້ງ ໄດ້ຮັບເງິນລາງວັນ 9,200,000ກີບ ພ້ອມມຸງກຸດ
ອັນດັບທີ 2 ນາງສາວ ກິແກ້ວ ໄຊຈະເລີນ ໝາຍເລກ 4 ເມືອງ ຜາອຸດົມ
ອັນດັບທີ 3 ນາງສາວ ສຸວິນາ ໄຊວົງ ໝາຍເລກ 13 ຈາກ ເມືອງ ຫ້ວຍຊາຍ
ອັນດັບທີ 4 ນາງສາວ ອາລີ ທຳມະວົງ ໝາຍເລກ 5 ຈາກ ບ້ານ ນໍ້າເກິ່ງ
ພາບ ແລະ ຂໍ້ມູນໂດຍ: All About Bokeo-ຄົນບໍ່ແກ້ວ ແຂວງບໍ່ແກ້ວ @Liza Thidaluck
ງານເທສະການດອກງີ້ວບານ ຊຶ່ງຈະໄດ້ຈັດຂຶ້ນໃນລະຫວ່າງວັນທີ 4-12 ກຸມພາ 2017 ຜ່ານມາ ຢູ່ດອນຊາວ, ເຂດເສດຖະກິດພິເສດສາມຫຼ່ຽມຄໍາ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ. ພາຍໃນງານຈະມີກິດຈະກຳຫຼາຍຢ່າງເຊັ່ນ: ມີບັນດາບໍລິສັດຫ້າງຮ້ານ, ຫົວໜ່ວຍການຜະລິດ, ທຸລະກິດ ແລະ ບັນດາເມືອງ ນຳເອົາສິນຄ້າຜະລິດຕະພັນກະສິກຳ, ອຸດສາຫະກຳ, ສິນຄ້າໂອດອບ, ພືດຜັກປອດສານພິດ ຫຼາຍປະເພດມາວາງຂາຍ. ຊຶ່ງຈະປະກອບໄປດ້ວຍອາຫານການກິນທີ່ເປັນເອກະລັກຂອງບັນດາເຜົ່າ. ເຊິ່ງມີຫ້ອງວາງສະແດງສິນຄ້າ ປະມານ 100 ກວ່າຫ້ອງ ນອກນີ້ໃນແຕ່ລະມື້ຍັງໄດ້ມີຊົມການແຂ່ງຂັນກິລາພື້ນເມືອງ ງົວຊົນງົວ; ມ້າຊົນມ້າ; ມວຍລາຍຈີນ, ມີການສະແດງສິລະປະວັນນະຄະດີຂອງຊົນເຜົ່າຕ່າງໆໃນແຂວງບໍ່ແກ້ວ ແລະ ມີນັກສິລະປິນທັງພາຍໃນແຂວງ, ຈາກສູນກາງ ແລະ 3 ປະເທດໃກ້ຄຽງ ຄື: ສປ ຈີນ, ສສ ມຽນມາ ແລະ ລາຊາອານາຈັກໄທ ມາຮ່ວມສະແດງນຳ.