Breaking News

ໄກເທົ່າໃດກໍໃກ້ໄດ້!!

ແບ່ງປັນ

ສະໄໝນີ້ຊື້ມືຖືທັງທີຕ້ອງມີດີໃຫ້ຄົບ!! ກ້ອງ, ເລນເປັນອີກຕົວເລືອກຫຼັກໆໃນການເລືອກຊື້ ກ້ອງຊູມໄດ້ໄກ ແລະ ຊັດ ຈຶ່ງເປັນອີກຟັງຊັນສໍາຄັນ ແລ້ວຈະມີຄ້າຍໃດແນ່ມາເບິ່ງກັນເລີຍ!

1 Samsung Galaxy S21 Ultra ຊູມໄກ 10 ເທົ່າ

ມືຖືຮຸ່ນທັອບຂອງ Galaxy S21 ທີ່ມາພ້ອມໜ້າຈໍ Dynamic AMOLED 2X 6.8 ນິ້ວ ຄວາມລະອຽດ 1440 x 3200 ພິກເຊວ. ຮອງຮັບ Refresh Rate 120Hz ໃຊ້ຊິບ Exynos 2100 ແຣມ 12GB/16GB ກ້ອງຫຼັງ 4 ເລນ 108MP ຮອງຮັບການຖ່າຍວິດີໂອ 8 K ມີຟິວເຈີ Super Steady ເພື່ອຄວາມນິ້ງ ແລະ ຄວາມຊັດ ພ້ອມ 10x Optical Zoom ແລະ Space Zoom ທີ່ຊູບພາບໂດຍມີ AI ຊ່ວຍລ໋ອກໂຟກັສປ້ອງກັນພາບສັ່ນຂະນະຊູມ ສ່ວນກ້ອງໜ້າ 40MP ແບັດເຕີລີ້ 5000mAh, Fast charging 25W, Wireless charging 15W, Reverse wireless charging 4.5W.

2 iPhone 13 Pro / iPhone 13 Pro Max ຊູມໄກ 3 ເທົ່າ

 iPhone 13 Pro ແລະ iPhone 13 Pro Max ເລນກ້ອງຫຼັງມີຂະໜາດໃຫຍ່ຂຶ້ນ ພ້ອມທັງມີໂຕເຄື່ອງສີໃໝ່ ເຊຍຣ່າບຣູ ດ້ານສະເປັກມາພ້ອມຊິບປະມວນຜົນໂຕໃໝ່ຢ່າງ A15 Bionic ຮອງຮັບ 5G ໜ້າຈໍເປັນ Super Retina XDR OLED ຮອງຮັບ ProMotion 120Hz ດ້ວຍ. ສ່ວນກ້ອງກໍຖືກອັບເດດໃຫ້ດີກວ່າເກົ່າທັງການຮັບແສງ 3x Optical Zoom ແລະ ອື່ນໆ ນອກຈາກນນີ້ແບັດເຕີລີ້ກໍທົນຂຶ້ນ

3 Xiaomi Mi 11 Ultra ຊູມໄກ 5 ເທົ່າ

ຮຸ່ນທັອບສຸດທີ່ຈັດເຕັມດ້ານກ້ອງ ກາລັນຕີດ້ວຍຄະແນນ DxOMark 143 ຄະແນນ ມາພ້ອມກ້ອງຫຼັງ 3 ໂຕປະສິດທິພາບທຽບເທົ່າກ້ອງໂປຣ ຮອງຮັບ 5x Optical Zoom ບວກກັບຂຸມພະລັງຈາກຊິບ Snapdragon 888 ໜ້າຈໍ AMOLED ໂຄ້ງ 4 ດ້ານ ລວມທັງຮອງຮັບສາກໄວດ້ວຍສາຍ ແລະ ໄຮ້ສາຍ 67 W .

4 Huawei Mate 40 Pro ຊູມໄກ 7 ເທົ່າ

ມາພ້ອມຈໍ OLED ຂະໜາດ  6.76 ນິ້ວ ຮອງຮັບ 60Hz ໃຊ້ຊິບ Kirin 9000 ແຣມ 8GB ມາພ້ອມກ້ອງຫຼັງເປັນກ້ອງ Leica ມີ 4 ເລນ ຮອງຮັບ 7x Optical Zoom ບວກກັບກ້ອງໜ້າຄູ່ ນອກເໜືອຈາກນີ້ກໍຍັງຮອງຮັບ 5G ມີແບັດເຕີລີ້ຂະໜາດ 4400mAh ຮອງຮັບສາກໄວ 66W / Wireless charging 50W / Reverse wireless charging 5W ຕົວເຄື່ອງມີສີ Mystic Silver, White, Black, Green และ Yellow

5 Samsung Galaxy Z Fold3 ຊູມໄກ 2 ເທົ່າ

ເປັນຈໍພັບຮຸ່ນໃຫຍ່ມີໜ້າຈໍຫຼັກຂະໜາດ 7.6 ນິ້ວ ເຊື່ອງກ້ອງໜ້າໄວ້ໃຕ້ໜ້າຈໍດ້ວຍເຕັກໂນໂລຊີທີ່ເມັດພິກເຊວສາມາດເປັ່ງແສງໄດ້ ຮອງຮັບການໃຊ້ປາກກາ S Pen ເຕັມຮູບແບບ. ແບ່ງໜ້າຈໍໃຊ້ຫຼາຍໆແອັບ ເມື່ອພັບແລ້ວຈະມີໜ້າຈໍຂະໜາດ 6.2 ນິ້ວ ອີກ 1ຈໍ ທັງສາມາດກັນນໍ້າໄດ້ລະດັບ IPX8 ກັນນໍ້າໄດ້ເລິກ 1.5 ແມັດ ດົນ 30 ນາທີ ໃຊ້ຊິບ Snapdragon 888 ແຣມ 12GB ມາພ້ອມເລນຫຼັງ 3 ເລນ ຮອງຮັບ 2x Optical Zoom ແລະ ແບັດເຕີລີ້ຂະໜາດ 4400mAh ຮອງຮັບສາກໄວ 25W

6 vivo X70 / X70 Pro ຊູມໄກ 5 ເທົ່າ

ສໍາລັບ vivo X70 Pro ຈະມາພ້ອມໜ້າຈໍ Super AMOLED 6.56 ນິ້ວຄວາມລະອຽດ FHD+ 120Hz ໃຊ້ຊິບປະມວນຜົນ Exynos 1080 ໂດຍເລນຫຼັກມີຄວາມລະອຽດ 50MP ກ້ອງໜ້າ 32MP  ແລະ ແບັດເຕີລີ້ 4450mAh ຮອງຮັບສາກໄວ 44W

ແບ່ງປັນ