Breaking News
KuanjaI FaceB

5 ສັນຍາກໍາການເສີມຄວາມງາມທີ່ທ່ານໜຸ່ມໆ ແລະ ສາວໆ ຄວນລະວັງ

ແບ່ງປັນ

KuanjaI FaceB

5 ສັນຍາກໍາການເສີມຄວາມງາມທີ່ທ່ານໜຸ່ມໆ ແລະ ສາວໆ ຄວນລະວັງ

ຖ້າໜຸ່ມໆ ແລະ ສາວໆທ່ານໃດທີ່ຄິດຈະສັນຍາກໍາປະເພດຕ່າງໆຄວນລະວັງ ແລະ ມື້ນີ້ ວາລະສານຂັວນໃຈ ໄດ້ນໍາເອົາສັນຍາກໍາປະເພດຕ່າງໆ ແລະ ສິ່ງທີ່ຄວນລະວັງມາແນະນໍາດັ່ງນີ້:

  1. ວິທີຫຼຸດຄວາມຕຸ້ຍດ້ວຍວິທີສັກສານ Lipodissolve ເພື່ອລະລາຍໄຂມັນສ່ວນຕ່າງໆຂອງຮ່າງກາຍ ເຊິ່ງແພດຜ່າຕັດ ແລະ ແພດຜິວໜັງສາມາດເວົ້າໄດ້ເລີຍວ່າຄວນຫຼີກເວັ້ນຫຼາຍທີ່ສຸດ ຍ້ອນວ່າບໍ່ມີການຮັບຮອງວ່າໄດ້ຜົນແທ້ ການເຮັດ Lipodissolve ນັ້ນຍັງບໍ່ໄດ້ຮັບການຮັບຮອງຈາກອົງການອາຫານ ແລະ ຢາຂອງລັດຖະບານອີກດ້ວຍ.
  2. ການສີດເສີມເຕົ້ານົມ: ໂດຍປົກກະຕິແລ້ວແພດຈະນໍາເອົາໄຂມັນຈາກພາກສ່ວນອື່ນໆຂອງຮ່າງກາຍມາສີດໃສ່ເພິ່ມ ຄວາມຈິງແລ້ວການສີດໄຂມັນເຂົ້າໄປຫາຈຸລັງບໍລິເວນໜ້າເອິກເປັນອັນຕະລາຍຫຼາຍ ເພາະໄຂມັນທີ່ສີດເຂົ້າໄປອາດແຂງຕົວເຮັດໃຫ້ກວດຫາມະເຮັງເຕົ້ານົມຍາກຂຶ້ນ.
  3. ສັກໜ້າ: ບໍ່ວ່າຈະເປັນສັກຄິ້ວ, ຂອບຕາ, ຂອບປາກ ເມື່ອເວລາຜ່ານໄປ ຫຼື ເມື່ອຮູ້ເບື່ອຂຶ້ນມາທ່ານຈະເຮັດແນວໃດ?. ແມ່ນຢູ່ວ່າຍຸກນີ້ລືບຮອຍສັກໄດ້ສະບາຍແຕ່ຮູ້ບໍ່ວ່າພື້ນທີ່ສ່ວນໃຫຍ່ເທິ່ງໃບໜ້າມັກເປັນຈຸລັງອ່ອນໆ ເຊິ່ງການໃຊ້ເລເຊີລົບຮອຍນັ້ນເຮັດໄດ້ຍາກ ແລະ ຜົນທີ່ໄດ້ນັ້ນອາດຈະບໍ່ດີເທົ່າທີ່ຄວນ.
  4. ສັນຍາກໍາໃບໜ້າ: ຕ້ອງດູດໄຂມັນຢູ່ແກ້ມເພື່ອໃຫ້ໃບໜ້ານ້ອຍລົງ, sexyຫຼາຍຂຶ້ນ ແຕ່ທ່ານອາດຈະໄດ້ໃບໜ້າທີ່ບຸ໋ມເປັນຂຸມ ຍ້ອນໄຂມັນຖືກດູດອອກໄປຫຼາຍເກີນໄປກໍ່ໄດ້ ແລະ ຍັງມີບັນຫາເລື່ອງຮອຍປະບາດຈາກການຜ່າຕັດອີກດ້ວຍ.
  5. ການຜ່າຕັດກະຊັບໜ້າເອິກ: ດ້ວຍວິທີການຕັດຜິວໜັງສ່ວນທີ່ເຫຼືອອອກ(mastopexy) ເປັນການຜ່າຕັດທີ່ມີໂອກາດໃນການຜິດພາດຫຼາຍທີ່ສຸດ ເພາະບາງເທື່ອເມື່ອເຮັດການເສີມໜ້າເອິກແລ້ວຜິວໜັງທີ່ລອກອອກມາບໍ່ພຽງພໍກັບຂະໜາດໜ້າເອິກໃໝ່ ຕ້ອງພະຍາຍາມດຶງຜິວໜັງທີ່ເຫຼືອມາຍິບປິດໄວ້ ບັນຫາທີ່ຕາມມາຫຼັງຈາກການຜ່າຕັດນີ້ຄືການຕິດເຊື້ອ, ວັດຖຸທີ່ໃຊ້ເສີມຫຼຸດອອກ, ໜ້າເອິກບໍ່ເທົ່າກັນ, ຫົວນົມດ້ານບໍ່ສາມາດໃຫ້ນົມລູກໄດ້.

 

ແບ່ງປັນ