Breaking News

ສາວລາວໄດ້ຮັບລາງວັນອັນຊົງກຽດທີ່ປະເທດໄທ

ແບ່ງປັນ

 

ຈາກຜົນງານຖ່າຍແບບທີ່ໂດດເດັ່ນໃນປະເທດໄທ ແລະ ຜົນງານເດີນແບບຫຼາຍງານທີ່ເດັ່ນໃນປະເທດລາວ ຈຶ່ງເຮັດໃຫ້ນ້ອງ ນຸ້ຍ ສຸພາພອນ ໄດ້ມີລາຍຊື່ຮັບລາງວັນ ບຸກຄົນສຳຄັນແຫ່ງປີ 2017 (World Top Award 2017)  ທີ່ປະເທດໄທ, ຂໍບັນດາທ່ານຊ່ວຍເປັນແຮງໃຈໃຫ້ S’nuiz Souphaphone ທີ່ຈະສ້າງຜົນງານຮັບໃຊ້ສັງຄົມລາວ ແລະ ຕ່າງປະເທດ ໃຫ້ຊາວໂລກຮູ້ວ່າເມືອງລາວເຮົາມີດີຫຼາຍຢ່າງ ທາງດ້ານວັດທະນະທຳ ການທ່ອງທ່ຽວ ແລະ ຮອຍຍິ້ມສົດໃສທີ່ເປັນມິດຕໍ່ທຸກປະເທດ.

#ແຊຣໄປໃຫ້ໂລກຮູ້ວ່າສາວລາວເຮົາທັງງາມແລະເກັ່ງບໍ່ແພ້ຊາດອື່ນ

ສຳລັບນ້ອງ ນຸ້ຍ ສຸພາພອນ ສົມວິຈິດ ມີອາຍຸ 20 ປີກຳລັງສຶກສາຢູ່ທີ່ ວິທະຍາໄລ ຄອມເຊັນເຕີ້ ປີ 3  ສາຂາທີ່ຮຽນແມ່ນ ສາຂາບໍລິການທຸລະກິດ, ຫຼາຍໆທ່ານອາດຈະຄຸ້ນໜ້າຄຸ້ນຕາກັນດີເພາະມີຕຳແໜ່ງ ຮອງນາງສາວນະຄອນຫຼວງ ປີ 2016  ແລະ ທີ່ຜ່ານມາຍັງມີການຖ່າຍແບບ-ເດີນແບບຕາມວາລະສານ ແລະ ງານເດີນແບບຕ່າງໆ…

ແລະ ໃນໄວໆນີ້ນ້ອງ ນຸ້ຍ ສຸພາພອນ ກຳລັງຈະມີຜົນງານຖ່າຍແບບຂຶ້ນປົກ ວາລະສານ ຂວັນໃຈ ເຮົາໃນເດືອນ ມີນາ 2017 ນີ້ ຢ່າລືມຕິດຕາມນ້ອງ ນຸ້ຍ ສຸພາພອນ ຜ່ານຜົນງານທາງ ວາລະສານ ຂວັນໃຈ ເຮົາແດ່ເດີ້.

ຂໍຂອບໃຈຂໍ້ມູນບາງສ່ວນຈາກ: Sitthisay Sananikone 

ຮູບພາບບາງສ່ວນຈາກ: S’nuiz Souphaphone ແລະ ສີສັນເມືອງລາວ Colorful Laos

ແບ່ງປັນ