Breaking News

ດັດສະນີເງິນເດືອນໃໝ່ ຈະບໍ່ກະທົບຕໍ່ລາຄາສິນຄ້າ

ແບ່ງປັນ
ເພື່ອຄວບຄຸມລາຄາສິນຄ້າ ແລະ ປົກປ້ອງຜູ້ບໍລິໂພກກົມການຄ້າພາຍໃນ ກະຊວງອຸດສາຫະກຳ ແລະ ການຄ້າ ແມ່ນໄດ້ເອົາໃຈໃສ່ຢ່າງຈິງຈັງ ເພື່ອບໍ່ໃຫ້ແມ່ຄ້າຊາວຂາຍຕາມທ້ອງຕະຫຼາດ ໄດ້ສວຍໂອກາດຂຶ້ນລາຄາສິນຄ້າ ຕາມການປັບຂຶ້ນຂອງດັດສະນີເງິນເດືອນ ໂດຍລະບຸວ່າສິນຄ້າ 4 ປະເພດທີ່ຄວບຄຸມພາກສ່ວນທີ່ກ່ຽວຂ້ອງ ຈະຕ້ອງລາຍງານ ແລະ ຕິດລາຄາເປັນພາສາລາວຢ່າງເປັນປົກກະຕິ. ທ່ານ ບຸນທຽນ ແກ້ວສີພາ ຫົວໜ້າກົມການຄ້າພາຍໃນ ກະຊວງອຸດສາຫະກຳ ແລະ ການຄ້າ ກ່າວວ່າ: ການຈັດຕັ້ງປະຕິບັດວຽກງານຄຸ້ມຄອງລາຄາ ແລະ ຄ່າບໍລິການໃນໄລຍະຜ່ານມາຈົນເຖິງປັດຈຸບັນ ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຄົ້ນຄວ້າ ແລະ ກໍານົດເອົາລາຍການສິນຄ້າຄວບຄຸມປະກອບມີ 4 ປະເພດ ລວມມີ 14 ລາຍການຄື: ນ້ຳມັນເຊື້ອໄຟມີ 3 ລາຍການ (ນໍ້າມັນແອັດຊັງພິເສດ ແອັດຊັງທຳມະດາ ແລະ ນ້ຳມັນກາຊວນ), ປະເພດເຂົ້າ 6 ລາຍການ, ປະເພດຊີ້ນ 4 ລາຍການ ແລະ ປະເພດປາ 1 ລາຍການຄື: ປານິນກະຊັງ. ສ່ວນລາຄາສິນຄ້າໃນຕະຫຼາດຂອງປີ 2017 ແມ່ນມີຄວາມສະຫງົບ ໂດຍສະເພາະ ໃນໄລຍະເທສະການ ແລະ ງານບຸນປະເພນີສຳຄັນຕ່າງໆ ລາຄາມີການເໜັງຕີງຕາມກົນໄກຕະຫຼາດ ແລະ ຕາມລະດູການທີ່ສາມາດຄວບຄຸມໄດ້ ໃນນັ້ນ ລາຄາຂາຍຍົກ-ຂາຍຍ່ອຍ ຊີ້ນໝູ ສູງສຸດບໍ່ໃຫ້ເກີນ 38 ພັນກີບຕໍ່ກິໂລ ເຂົ້າສານໜຽວ 7.500-8.000 ກີບ/ກິໂລ ເຂົ້າຈ້າວ 8.000-9.000 ກີບ/ກິໂລ ຊີ້ນງົວ-ຄວາຍ 70.000-80.000 ກີບ/ກິໂລ, ປານິນກະຊັງ 18.000-22.000 ກີບ/ກິໂລ ແລະ ລາຄາພືດຜັກ ໝາກເຜັດ, ໝາກນາວ, ຜັກຫອມປະເພດຕ່າງໆ ກໍ່ຖືວ່າຍັງຢູ່ໃນເກນປົກກະຕິ.
ຂໍຂອບໃຈຮູບພາບຈາກ: ຂປລ ແລະ ວຽງຈັນໃໝ່
ຂໍ້ມູນຈາກ: ຂປລ
ແບ່ງປັນ