Breaking News

ການປະມູນຂາຍລົດປະຈຳຕຳແໜ່ງ ຂອງການນຳ ລະດັບສູງ 

ແບ່ງປັນ

ໃນ​ວັນ​ທີ 24 ກຸມພາ 2017 ທີ່​ຫໍ​ປະຊຸມ​ແຫ່ງ​ຊາດ ​ໄດ້​ມີ​ພິທີ​ຖະ​ແຫຼ​ງຂ່າວ ກ່ຽວ​ກັບການ​ປະມູນ​ຂາຍ​ລົດ​ປະຈຳ​ຕຳ​ແໜ່ງ​ ຂອງ​ການ​ນຳ​ລະດັບ​ສູງ ຈຳນວນ 14 ຄັນ, ​ໃນ​ນັ້ນ​ມີ​ລົດ​ຍີ່​ຫໍ້ BMW ລຸ້ນ 730 LI ຈຳນວນ 7 ຄັນ ​ແລະ ​ຍີ່​ຫໍ້ BENZ ລຸ້ນ S 350 ຈຳນວນ 7 ຄັນ. ​ເພື່ອ​ໃຫ້​ບັນດາ​ນັກທຸລະກິດ, ຜູ້​ປະກອບ​ການ, ບຸກຄົນ, ນິຕິບຸກຄົນ ທຸກພາກ​ສ່ວນ​ທັງ​ພາຍ​ໃນ ​ແລະ ຕ່າງປະ​ເທດ​ຮັບ​ຊາບ​ທົ່ວ​ເຖິງ​ກັນ ພ້ອມ​ເຂົ້າ​ຮ່ວມການ​ປະມູນດັ່ງກ່າວ. ​ເຊິ່ງການ​ປະມູນ​ແມ່ນ​ຈະ​ຈັດ​ຂຶ້ນ​ ໃນ​ວັນ​ທີ 28 ກຸມພາ 2017 ​ເວລາ 15:00 ​ໂມງ ​ເປັນ​ຕົ້ນ​ໄປ ທີ່​ຫໍ​ປະຊຸມ​ແຫ່ງ​ຊາດ (ຫຼັກ6).

ທ່ານ ອາດ​ສະພັງ​ທອງ ສີ​ພັນ​ດອນ ຮອງ​ລັດຖະມົນ​ກະຊວງ​ການ​ເງິນ ທັງ​ເປັນ​ຫົວໜ້າ​ຄະນະ​ຮັບຜິດຊອບ​ການ​ຖອນ, ການ​ປະມູນ​ຂາຍ ​ແລະ ການ​ປະກອບ​ລົດ​ປະຈຳ​ຕຳ​ແໜ່​ງ ຂອງ​ການ​ນຳ​ລະດັບ​ສູງ ​ໄດ້​ໃຫ້​ຮູ້​ເຖິງ​ເງື່ອນ​ໄຂ​ ຂອງ​ຜູ້​ເຂົ້າ​ຮ່ວມ​ປະມູນ​ມີ​ ຄື: ຜູ້​ທີ່​ເຂົ້າ​ຮ່ວມ​ປະມູນ​ ​ແມ່ນ​ຕ້ອງ​ມາ​ລົງທະບຽນ​ດ້ວຍ​ຕົນ​ເອງ ​ເຊິ່ງຕ້ອງ​ມີ​ບັດປະຈຳຕົວ ຫຼື ໜັງສືຜ່ານ​ແດນ ຖ້າ​ບໍ່​ສາມາດ​ເຂົ້າ​ຮ່ວມ​ດ້ວຍ​ຕົນ​ເອງ ​ແມ່ນ​ສາມາດ​ມອບ​ສິດ​ໃຫ້​ຜູ້​ອື່ນ​ມາ​ແທນ​ໄດ້ ​ແຕ່​ຕ້ອງ​ມີ​ໃບ​ມອບ​ສິດ​ຜ່ານ​ການຈັດ​ຕັ້ງ​ທີ່​ກ່ຽວຂ້ອງ ຫຼື ຢັ້ງຢືນ​ຈາກ​ບ້ານ​ທີ່​ຕົນ​ສັງກັດ​ຢູ່; ຜູ້​ປະມູນ​ຕ້ອງ​ມີ​ຄວາມ​ຮັບຜິດຊອບ​ທາງ​ດ້ານ​ກົດໝາຍ ຕໍ່​ກັບ​ລາຄາ​ທີ່​ຕົນ​ໄດ້​ສະ​ເໜີ​ປະມູນ​ແຕ່​ລະ​ຄັ້ງ; ຜູ້​ທີ່​ຊະນະ​ການ​ປະມູນ​ຕ້ອງ​ມີ​ຄວາມ​ສາມ​າດຊຳລະ​ເງິນ ​ຄ່າ​ຊື້​ລົດ​ທີ່​ຕົນ​ປະມູນ​ໄດ້ ​ໂດຍ​ຊຳລະ​ເປັນ​ເງິນສົດ, ​ໃນ​ກໍລະນີ​ທີ່​ຜູ້​ຊະນະ​ການ​ປະມູນ ຫາກ​ບໍ່​ມີ​ຄວາມ​ຮັບຜິດຊອບ​ຕໍ່​ລາຄາ​ ທີ່​ຕົນ​ໄດ້​ສະ​ເໜີ​ໄປ​ນັ້ນ ​ແມ່ນ​ຈະ​ຖືກ​ປັບ​ໃໝ 10% ຂອງ​ມູນ​ຄ່າ​ທີ່​ສະ​ເໜີ​ມາ​ ໃນ​ການ​ປະມູນ ພ້ອມ​ທັງຖືກ​ດຳ​ເນີນ​ຄະດີ​ຕາມ​ລະບຽບ​ກົດໝາຍ. ​ເຊິ່ງຮູບ​ແບບ​ການ​ປະມູນ​ແມ່ນ​ຈະ​ຈັດການ​ປະມູນ​ກັບ​ທີ່ ​ເພື່ອ​ເຮັດ​ໃຫ້ການ​ປະມູນ​ມີ​ຄວາມ​ຍຸຕິ​ທຳ, ​ໂປ່​ງ​ໃສ, ກ້ວາງ​ຂວາງ​ ແທດ​ເໝາະ​ກັບ​ຄວາມ​ເປັນ​ຈິງ.

​ເຊິ່ງມີ​ວິທີ​ການ​ດຳ​ເນີນ​ການ​ປະມູນ ​ຄື: ຜູ້​ທີ່​ລົງທະບຽນ​ເຂົ້າ​ຮ່ວມ​ປະມູນ ຈະ​ໄດ້​ຮັບ​ປ້າຍ​ເລກ​ປະຈຳ​ຕົວ ​ເພື່ອ​ໃຊ້​ສຳລັບ​ຍົກ​ຂຶ້ນ ​ໃນ​ເວລາ​ທີ່​ຕ້ອງການ​ສະ​ເໜີ ​ຍົກ​ລາຄາ​ເພື່ອ​ແຂ່ງຂັນ ກັບ​ຜູ້​ປະມູນ​ທ່ານ​ອື່ນໆ; ການ​ປະມູນ​ຈະ​ເລີ່​ມຕົ້ນ​ຈາກ​ລາຄາ ທີ່​ຄະນະ​ກຳມະການ​ໄດ້​ກຳນົດ​ໄວ້; ການ​ປະມູນ​ລົດ​ແຕ່​ລະ​ຄັນ ຈະ​ດຳ​ເນີນ​ໄປ​ຈົນ​ກ່ວາ​ຈະ​ໄດ້​ຜູ້​ທີ່​ສະ​ເໜີ​ ໃຫ້​ລາຄາ​ທີ່​ສູງ​ສຸດ ​ເປັນ​ຜູ້​ສຸດ​ທ້າຍ, ​ເຊິ່ງຜູ້ດຳ​ເນີນ​ການ​ປະ​ມູນຈະ​ແຈ້ງ​ລາຄາ​ປະມູນ ​ທີ່​ໄດ້​ມີ​ການສະ​ເໜີ​ຍົກ​ຂຶ້ນ ​ຂອງ​ຜູ້​ເຂົ້າ​ຮ່ວມ​ແຕ່ລະ​ທ່ານ 3 ຄັ້ງ ​ເພື່ອ​ໃຫ້​ຜູ້​ເຂົ້າ​ຮ່ວມ​ປະມູນ​ທ່ານ​ອື່ນ​ໆ ​ໄດ້​ມີ​ໂອກາດ​ພິຈາລະນາ​ສະ ​ເໜີ​ລາຄາ​ທີ່​ສູງ​ກ່ວາ, ຖ້າ​ຄົບ 3 ຄັ້ງ​ແລ້ວ ຫາກ​ບໍ່​ມີ​ຜູ້​ເຂົ້າ​ຮ່ວມ​ປະມູນ​ທ່ານ​ອື່ນ ​ສະ​ເໜີ​ລາຄາ​ສູງ​ກ່ວາ​ຂອງ​ຜູ້​ທີ່​ສະ​ເໜີ​ລາຄາ​ສູງ​ສຸດ, ຜູ້​ເຂົ້າ​ຮ່ວມ​ປະມູນ​ທີ່​ສະ​ເໜີ​ລາຄາ​ສູງ​ສຸດ​ກໍ​ຈະ​ຖື​ເປັນ​ຜູ້​ຊະນະ​ການ​ປະມູນ.

ຂໍ້ມູນຈາກ: ຂ່າວສານປະເທດລາວ. ຂ່າວ: ສົມ​ຫວັງ, ພາບ: ​ໄອ່​ຄຳ

ແບ່ງປັນ