Breaking News

ເອກະລັກ ວັດທະນະທໍາທີ່ບໍ່ຄືໃຜ! ສາວລາວເຜົ່າກຶມມຸ

ແບ່ງປັນ

ສະບາຍດີສາວໆແຟນໆຂວັນໃຈ ໝູນວຽນມາອີກຮອບກັບວັນຈັນ ມື້ທໍາອິດຂອງອາທິດ ວັນເລີ່ມຕົ້ນຂອງການເຮັດວຽກ ແລະ ຍັງອີກແຕ່ມື້ດຽວເທົ່ານັ້ນກໍຈະເປັນມື້ສຸດທ້າຍຂອງເດືອນກຸມພາ ເດືອນແຫ່ງຄວາມຮັກແລ້ວ ເຖິງວ່າເວລາຈະໝູນວຽນປ່ຽນໄປຮອດມື້ໃດ ແຕ່ສິ່ງທີ່ບໍ່ປ່ຽນໄປຕາມເວລາກໍຄື ສິ່ງດີໆທີ່ BeautyGuru ຈະເອົາມາຕ້ອນມາຝາກສາວໆກັນເປັນປະຈໍານັ້ນເອງ ສ່ວນວ່າສິ່ງທີ່ຈະເອົາມາຕ້ອນກັນໃນມື້ນີ້ນັ້ນບໍ່ຕ້ອງໄປເດົາວ່າແມ່ນຫຍັງມີແຕ່ວ່າໄປອ່ານເອງເລີຍແລ້ວຈະຮູ້ເອງ! ສິ່ງນັ້ນກໍຄື ເອກະລັກການຸ່ງຖືຂອງຊົນເຜົ່າກຶມມຸ (ລາວເທິງ) ນັ້ນເອງ ເຊື່ອວ່າຫຼາຍຄົນຄົງຈະເຄີຍໄດ້ຍິນມາກ່ອນເນາະສໍາລັບຊໍື່ຂອງຊົນເຜົ່າກຶມມຸ ຫຼືລາວເທິງ ເພາະວ່າຊົນເຜົ່ານີ້ກໍເປັນໜຶ່ງໃນສາມຂອງຊົນເຜົ່າຂອງລາວນັ້ນເອງ ທີ່ມີການດໍາລົງຊີວິດຢູ່ຮ່ວມກັບຊາວສລາວທົ່ວໄປ ແຕ່ມີສິ່ງແຕກຕ່າງກໍອາດຈະເປັນວັດທະນະທໍາທີ່ເປັນເອກະລັກຂອງເຜົ່ານັ້ນເອງ ສິ່ງທີ່ BeautyGuru ເອົາມາຕ້ອນມື້ນີ້ກໍເປັນອີກວັດທະນະທໍາທີ່ເປັນເອກະລັກຂອງຊົນເຜົ່າກຶມມຸທີ່ມີຄວາມໝາຍຫຼາຍອີກວັດທະນະທໍາໜຶ່ງກໍຄື ວັດທະນະທໍາການນຸ່ງຖືນັ້ນເອງ. ສ່ວນວ່າຈະງາມ ແລະ ແຕກຕ່າງຈາກເຜົ່າອື່ນແນວໃດນັ້ນເຮົາໄປເບີ່ງພ້ອມກັນເລີຍ…

By: BeautyGuru

ເຄຼດິດຮູບຈາກ: Laos 08 ແລະ Una Studio

ແບ່ງປັນ