Breaking News

ึຂີ່ເຮືອເລາະທ່ຽວຊົມຄວາມງົດງາມຂອງທໍາມະຊາດ

ແບ່ງປັນ

ມື້ນີ້ ຈະນໍາເອົາຮູບພາບຄວາມງົດງາມ ຂອງອ່າວຮາລ່ອງຂອງປະເທດຫວຽດນາມ ມາໃຫ້ທ່ານຜູ້ອ່ານທີ່ໜ້າຮັກໄດ້ຊົມ ທ່ານຜູ້ອ່ານທີ່ໜ້າຮັກ ບາງທ່ານກໍອາດຈະເຄີຍໄປທ່ຽວມາແລ້ວກໍມີເນາະ ອ່າວຮາລ່ອງຖືວ່າເປັນອ່າວໜຶ່ງໃນພື້ນທີ່ຂອງ ອ່າວຕັງເກຍທາງຕອນເໜືອ ຂອງປະເທດຫວຽດນາມ ໃກ້ຊາຍແດນຕິດຕໍ່ກັບປະເທດຈີນ ແລະ ເປັນໜຶ່ງໃນມໍລະດົກໂລກທາງທໍາມະຊາດຂອງປະເທດຫວຽດນາມ ເຊິ່ງໄດ້ປະກາດໃຫ້ເປັນມໍລະດົກໂລກທາງທໍາມະຊາດ ຈາກອົງການຍູເນສໂກ ໃນປີ 1995

ຄວາມງົດງາມຂອງອ່າວຮາລ່ອງນີ້ ຢູ່ບ່ອນວ່າເປັນທະເລອັນສວຍງາມ ແລະ ເກາະຫີນປູນເປັນພັນເກາະທີ່ພົ້ນນໍ້າອອກມາໃຫ້ເຮົາໄດ້ເຫັນໄດ້ຊົມ ແລະ ຍັງມີຖໍ້ານ້ອຍໃຫຍ່ອີກຫຼາກຫຼາຍ ຖ້າທ່ານມີໂອກາດໄດ້ໄປທ່ຽວທີ່ປະເທດຫວຽດນາມ ກໍຢ່າລືມໄປທ່ຽວສະຖານທີ່ທ່ອງທ່ຽວແຫ່ງນີ້ລອງເບິ່ງເດີ້ ຮັບຮອງວ່າບໍ່ຜິດຫວັງຢ່າງແນ່ນອນ ອ່າວຮາລ່ອງນັ້ນຈະມີຄວາມງົດງາມປານໃດ ເຮົາໄປຊົມຮູບພາບພາບພ້ອມໆກັນເລີຍ!!

ເຄຼດິດຮູບພາບ: google.com

ແບ່ງປັນ