Breaking News

ທຳລາຍໄຮ່ຢາຝິ່ນ 38 ເຮັກຕາ

ແບ່ງປັນ

 

ເຈົ້າໜ້າທີ່ ປກສ ທຳລາຍໄຮ່ຢາຝິ່ນ 38 ເຮັກຕາ ປກສ ແຂວງບໍ່ແກ້ວ, ສົມທົບກັບ ປກສ ເມືອງປາກທາ ແລະ ທະຫານເມືອງປາກທາ ລົງປະຕິບັດໜ້າທີ່ທຳລາຍໄຮ່ຢາຝິ່ນຂອງປະຊາຊົນຢູ່ເຂດເມືອງ ປາກທາ…ກົດເຂົ້າໄປອ່ານລາຍລະອຽດ… ໃນລະຫວ່າງວັນທີ 10-19 ກຸມພາ 2017 ນີ້. ຄະນະຄວບຄຸມຢາເສບຕິດ ປກສ ແຂວງບໍ່ແກ້ວ, ສົມທົບກັບ ປກສ ເມືອງປາກທາ ແລະ ທະຫານເມືອງປາກທາ ລົງປະຕິບັດໜ້າທີ່ທຳລາຍໄຮ່ຢາຝິ່ນຂອງປະຊາຊົນຢູ່ເຂດເມືອງ ປາກທາ ແຂວງບໍ່ແກ້ວ ຈໍານວນ 38 ເຮັກຕາ. ໃນນີ້, ໄຮ່ຝິ່ນເກັບກູ້ແລ້ວ 2 ເຮັກຕາ ສາມາດກັກຜູ້ຖືກຫາໄດ້ 5 ຄົນ, ກວດພົບຢາບ້າ 400 ເມັດ ແລະ ປືນລ່າເນື້ອ 6 ກະບອກ. ເຈົ້າໜ້າທີ່ ປກສ ແຂວງບໍ່ແກ້ວ ໃຫ້ຮູ້ວ່າ: ຈຳນວນໄຮ່ຝິ່ນດັ່ງກ່າວແມ່ນ ກວມເອົາຈຳນວນ 11 ບ້ານຄື: ບ້ານຈຽງຕອງ, ບ້ານຫົວນ້ຳ, ບ້ານຫ້ວຍໂຄດ, ບ້ານຫ້ວຍໜໍ່ຂົມ, ບ້ານກິວລົມ, ບ້ານມົກກະຈອກ, ບ້ານພູສະແຖນ, ບ້ານ ພາຄອຍ, ບ້ານຫ້ວຍລໍາແພນ, ບ້ານປ່າດົງນ້ອຍ ແລະ ບ້ານປ່າດົງໃຫຍ່ ພ້ອມທັງກັກຕົວຜູ້ຖືກຫາໄດ້ 5 ຄົນ. ໃນນີ້, ປະຊາຊົນບ້ານວຽງພັດທະນາ 2 ຄົນ, ປະຊາຊົນເມືອງຜາອຸດົມ ແລະ ເມືອງປາກທາ 3 ຄົນ, ພ້ອມທັງຢຶດ ຂອງກາງໄດ້ຢາຝິ່ນ 3,4 ກິໂລກຼາມ, ດ່ຽງຊັງຝິ່ນ 1 ອັນ, ແກ່ນຝິ່ນ 1 ເປົາ, ຢາບ້າ 2 ຖົງເທົ່າກັບ 400 ເມັດ, ປືນແກັບ 6 ກະບອກ ແລະ ອຶ່ນໆ ໃນການລົງທຳລາຍໄຮ່ຝິ່ນໃນຄັ້ງນີ້, ຄະນະຮັບຜິດຊອບລົງແກ້ໄຂ ມ້າງຕູບເຝົ້າສວນຢາຝິ່ນ ແລະ ເຮັດບົດບັນທຶກກັບເຈົ້າຂອງຕູບຢູ່ຊາຍແດນຫຼັກ 11-12 ພ້ອມທັງໃຫ້ພວກເຂົາເຈົ້າລົງມາຢູ່ບ້ານ, ສ່ວນສັດລ້ຽງຕ່າງໆແມ່ນໃຫ້ ທຽວຂຶ້ນໄປເບິ່ງ ແລະ ເຈົ້າຂອງຕູບກໍໄດ້ເຫັນດີປະຕິບັດຕາມຄຳແນະນຳ ຂອງເຈົ້າໜ້າທີ່ ແລະ ໃຫ້ຄວາມຮ່ວມມືທຸກຢ່າງ.

ຂອບໃຈທີ່ມາ ແລະ ຮູບພາບຈາກ: ໜັງສືພິມຄວາມສະຫງົບ

ແບ່ງປັນ