Breaking News

ລູກນໍ້າ ທິດາລັດ ງາມທັງໜ້າຕາ ແລະ ຈິດໃຈ

ແບ່ງປັນ

 

 

ງາມເດ…ງາມທັງໜ້າຕາ ແລະ ຈິດໃຈ…ຖ້າຈະເວົ້າເຖິງສາວ ລູກນໍ້າ ທິດາລັດ ວົງສິຣິ ນອກຈະມີໜ້າຕາ ແລະ  ຮູບຮ່າງທີ່ງົດງາມແລ້ວ ນາງຍັງມີຈິດໃຈດີ  ມັກເຮັດບຸນ ເຂົ້າວັດ ຟັງທຳເປັນປະຈຳ ຈົນໄດ້ສາຍາມາວ່າ: “ນາງງາມໃຈບຸນ” ມາແລ້ວ ກໍຈະບໍ່ໃຫ້ໄດ້ສາຍາໄດ້ແນວໄດ ເນື່ອງຈາກທີມງານ ຂວັນໃຈ ໄດ້ໄປສ່ອງອິນສະຕາແກມສ່ວນຕົວຂອງນາງມາແລ້ວ ນອກຈາກສາວ ລູກນໍ້າ ຈະໂພສຮູບງາມໆຕາມແບບຂອງນາງແລ້ວ ນາງກໍຍັງມັກໂພສຮູບພາບໄປເຮັດບຸນ ເຊິ່ງແຕ່ລະງານກໍເວົ້າໄດ້ເລີຍວ່າເປັນງານເຮັດບຸນຂະໜາດໃຫ່ຍສຸດໆ ນອກຈາກຈະເຮັດບຸນໃສ່ບາດແລ້ວນາງກໍຍັງມັກໄປເຮັດບຸນບໍລິຈາກເຄື່ອງໃຫ້ເດັກນ້ອຍຜູ້ດ້ອຍໂອກາດ, ຍັງດີທີ່ຍັງມີໄວໜຸ່ມລາວເຮົາຢ່າງສາວງາມຄົນນີ້ທີ່ນາງຍັງຮູ້ຈັກຮັກສາວັດທະນະທຳມູນເຊື້ອ ຮີດຄອງປະເພນີທີ່ດີງາມຂອງຊາດລາວເຮົາ.

ຂໍຊົມເຊີຍສາວ ລູກນໍ້າ ເດີ້, ມື້ໜ້າຖ້າມີງານເຮັດບຸນບໍ່ວ່າໃຫ່ຍ ຫຼືນ້ອຍ ກໍສາມາດມາຊວນ ຊະນີIndy ແລະ ແຟນໆ ຂວັນໃຈ ແດ່ເດີ້!

#ແຊຣໄປໃຫ້ໂລກຮູ້ວ່າຄົນລາວເຮົາຄົນໃຈດີ

ຂໍຂອບໃຈຮູບພາບຈາກ: louknum_misslaos

ແບ່ງປັນ