Breaking News

ຍີ່ປຸ່ນ ສົນໃຈຢາກມາລົງທຶນ ຂະແໜງການ ບໍລິການໃນລາວ

ແບ່ງປັນ

ປັດຈຸບັນ ນັກລົງທຶນຈາກປະເທດຍີ່ປຸ່ນພວມໃຫ້ຄວາມສົນໃຈ ຢາກ​ມາ​ລົງທຶນ​ຢູ່ ສປປ ລາວ​ ​ໃນ​ຫຼາຍ​ຂະ​ແໜງ​ການ ​ເປັນ​ຕົ້ນ​ຂະ​ແໜງ​ການ​ບໍລິການ, ອຸດສາຫະກໍາ, ກະສິກໍາ, ການຄ້າ-ການ​ລົງທຶນ ​ແລະ ອື່ນໆ​.

ວັນ​ທີ 22 ກຸມພາ 2017 ນີ້, ທ່າ​ນນາງ ​ເຂັມ​ມະນີ ພົນ​ເສນາ ລັດຖະມົນຕີ​ກະຊວງ​ອຸດສາ ຫະກຳ ​ແລະ ການ​ຄ້າ ​ໄດ້​ໃຫ້​ກຽດ​ຕ້ອນຮັບ​ ຄະນະ​ນັກ​ລົງທຶນ​ຈາກ​ປະ​ເທດຍີ່ປຸ່ນ ນຳ​ໂດຍ​ທ່ານ Tatsuhiro SHINDO ຮອງປະທານ ອົງການສົ່ງ​ເສີມ​ການ​ຄ້າ​ຍີ່ປຸ່ນ (JETRO) ​ໃນ​ໂອກາດ​ເດີນທາງ​ມາ​ຢ້ຽ​ມຢາມ ​ແລະ ​ເຮັດ​ວຽກ​ຢູ່ ສປປ ລາວ.

​ໃນໂອກາດ​ດັ່ງກ່າວ, ທ່ານ​ນາງ ​ເຂັມ​ມະນີ ພົນ​ເສນາ ​ໄດ້​ສະ​ແດງ​ຄວາມ​ຍິນ​ດີ​ຕ້ອນຮັບ ​ແລະ ຕີ​ລາຄາ​ສູງ ຕໍ່ຄະນະ​ນັກ​ລົງທຶນ​ຍີ່ປຸ່ນ ທີ່​ເດີນທາງມາ​ຢ້ຽມ​ຢາມ ສປປ ລາວ​ ໃນ​ຄັ້ງ​ນີ້ ​ເຊິ່ງເປັນໂອກາດອັນດີ ໃຫ້ກັບບັນດານັກທຸລະກິດທາງຝ່າຍລາວ ຂະແໜງການບໍລິການ ທີ່ຈະໄດ້ມີໂອກາດຖອດຖອນບົດຮຽນ ກັບບັນດານັກລົງທຶນຍີ່ປຸ່ນ ເພື່ອພັດທະນາທຸລະກິດ ຂອງຕົນເອງ ແລະ ກ້າວໄປສູ່ການເປັນຄູ່ຮ່ວມທຸລະກິດ ໃນຮູບແບບ Franchise ແລະ ທຸລະກິດຮູບແບບອື່ນໆ ໃນອະນາຄົດ ທັງ​ເປັນ​ການ​ເສີມ​ຂະຫຍາຍ​ ສາຍ​ພົວພັນ​ມິດ​ຕະ​ພາບ ​ແລະ ການ​ຮ່ວມ​ມື​ຮອບດ້ານ ລະຫວ່າງ​ສອງ​ປະ​ເທດ ລາວ-ຍີ່ປຸ່ນ ​ໃຫ້​ໄດ້​ຮັບ​ການ​ພັດທະນາ ​ແລະ ​ແຕກ​ດອກ​ອອກ​ຜົນຍິ່ງໆ​ຂຶ້ນ​ ໃນ​ອະນາຄົດ ​ແລະ ຍາວ​ນານ.

ທ່ານ Tatsuhiro SHINDO ກໍ​ໄດ້​ສະ​ແດງ​ຄວາມ​ຂອບ​ໃຈ​ ຕໍ່​ທ່ານ​ນາງ ​ເຂັມ​ມະນີ ພົນ​ເສນາ ທີ່​ໄດ້​ໃຫ້ການ​ຕ້ອນຮັບ​ຢ່າງ​ອົບ​ອຸ່ນ​ ໃນ​ຄັ້ງ​ນີ້, ພ້ອມ​ທັງ​ແຈ້ງ​ຈຸດປະ​ສົງ​ ຂອງ​ການ​ເດີນທາງ​ມາ​ຢ້ຽມຢາມ ຂອງ​ຄະນະ​ນັກທຸລະກິດ​ຍີ່ປຸ່ນ ໃນຄັ້ງ​ນີ້​ ໃຫ້​ທ່ານ​ລັດຖະມົນຕີ​ຊາບ ​ເຊິ່ງນັກ​ລົງທຶນ​ຍີ່ປຸ່ນ ສ່ວນ​ໃຫຍ່​ແມ່ນ​ ​ໃຫ້​ຄວາມ​ສົນ​ໃຈ​ຢາກ​ມາ​ລົງທຶນ​ ໃນຂະ​ແໜງ​ການ​ບໍລິການ​ໃນ ສປປ ລາວ. ປັດຈຸບັນ ນັກ​ລົງທຶນ​ຍີ່ປຸ່ນ ທີ່​ເຂົ້າມາ​ລົງ​ທຶນຢູ່ ສປປ ລາວ ມີຫຼາຍ​ກວ່າ 100 ​ບໍລິສັດ.

ຂໍ້ມູນຈາກ: ຂ່າວສານປະເທດລາວ.  ທະນູ​ທອງ

ແບ່ງປັນ