Breaking News

ເຂົ້າກວດເຊື້ອມະເຮັງເຕົ້ານົມ ບໍ່ເສຍຄ່າຢູ່ໂຮງໝໍມະໂຫສົດ

ແບ່ງປັນ

ເນື່ອງໃນໂອກາດວັນແມ່ຍິງສາກົນ 8 ເດືອນມີນາ 2017 ທາງໂຮງໝໍມະໂຫສົດ ຮ່ວມກັບສະມາຄົມມະເຮັງເຕົ້ານົມລາວ (ABCD) ຈະ​​ໄດ້ຈັດ​ກິດຈະກຳມອບຂອງຂວັນ ໃຫ້ແມ່ຍິງລາວທົ່ວ​ປະ​ເທດ ​ໂດຍ​ການກວດຊອກຫາ​ເຊື້ອມະເຮັງເຕົ້ານົມ ຂັ້ນເລີ່ມຕົ້ນ ສຳຫຼັບແມ່ຍິງໂດຍບໍ່ເສຍຄ່າ​ໃຊ້​ຈ່າຍ​ໃດໆ ​ເຊິ່ງຈະ​ຈັດຂຶ້ນໃນວັນທີ 4 ມີນາ 2017 ກົງ​ກັບ​ວັນ​ເສົາ ເວລາ10:00 -15:00 ​ໂມງ ຢູ່ໂຮງໝໍມະໂຫສົດ ນະຄອນຫຼວງວຽງຈັນ.
ສະ​ນັ້ນ, ຈຶ່ງ​ເຊີນຊວນ​ແມ່ຍິງ​ລາວ​ບັນດາ​ເຜົ່າ ​ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ ​ເຂົ້າ​ມາກ​ວດຊອກ​ຫາ​ເຊື້ອ​ມະ​ເຮັງ​ເຕົ້ານົມ ​ເນື່ອງ​ຈາກ​ວ່າ​​ເຊື້ອມະ​ເຮັງ ຖ້າ​ບໍ່​ໄດ້​ຮັບ​ການ​ປິ່ນປົວ​ແຕ່​ເລີ່​ມຕົ້ນ ອາດ​​ເຮັດ​ໃຫ້​ເກີດ​ຜົນ​ເສຍ​ຫາຍ​ແກ່​ຊີວິດ​ໄດ້, ​ເຊື້ອມະເຮັງບໍ່ພຽງຈະເກີດກັບຄົນທີ່ມີອາຍຸຫຼາຍເທົ່ານັ້ນ ແຕ່ຄົນຢູ່​ໃນ​ໄລຍະ​ຈະ​ເລີ​ນພັນ​ ກໍມີ​ຄວາມ​ສ່ຽງເປັນມະ​ເຮັງໄດ້ ໂດຍສະເພາະມະເຮັງເຕົ້ານົມ. ​ສຳລັບຄວາມ​ສ່ຽງທີ່ເຮັດໃຫ້ເກີດມະເຮັງເຕົ້ານົມ ມີຫຼາຍປັດໄຈ ​ເປັນ​ຕົ້ນ ການມີປະຈຳເດືອນຄັ້ງທຳອິດເມືອອາຍຸຍັງນ້ອຍ, ການໝົດປະຈຳເດືອນຊ້າ, ບໍ່ມີລູກ, ມີລູກຄົນທີ 1 ຕອນອາຍຸກາຍ 30 ປີ ແລະ  ຍັງລວມເຖິງຄົນໃນຄອບຄົວ ທີ່ມີປະຫວັດເນື້ອເຫຍື້ອເຕົ້ານົມຜິດປົກກະຕິ ຫຼື ຄົນໃນຄອບຄົວ ທີ່ມີສາຍເລືອດດຽວກັນ ເຄີຍເປັນມະເຮັງເຕົ້ານົມມາກ່ອນ.
ຢ່າງ​ໃດ​ກໍ​ຕາມ ​ແມ່ຍິງ​ທຸກ​ຄົນ​ຄວນ​ມີ​ຄວາມ​ລະມັດລະວັງ​ ໃນ​ເລື່ອງອາຫານການກິນ ໂດຍສະເພາະ ອາຫານທີ່ມີໄຂມັນສູງ ຫຼື ການດື່ມເຫຼົ້າ ຈະເປັນການເປີດທາງໃຫ້ມະເຮັງ ກໍ່ໂຕໄດ້ງ່າຍ. ສ່ວນວິທີປ້ອງກັນມະເຮັງ ຄວນຮູ້ຈັກຄວບຄຸມນ້ຳໜັກ, ບໍ່ຄວນ​ສູບຢາ, ຫຼຸດຜ່ອນເຄື່ອງດື່ມທີ່ມີທາດ​ເຫຼົ້າ, ໝັ່ນອອກກຳລັງກາຍ ແລະ ຫຼີກເວັ້ນການຖືກລັງສີບໍລິເວນໜ້າ ​ແລະ ອື່ນໆ.
ແຫຼ່ງຂ່າວ: ຂ່າວສານປະເທດລາວ. ຂ່າວ: ທະນູ​ທອງ

ແບ່ງປັນ