Breaking News

ພຣະທາດຫຼວງ ຫຼື ພຣະເຈດີໂລກະຈຸນລະມະນີ

ແບ່ງປັນ

ມື້ນີ້ ທີມງານ ເວັບໄຊຂວັນໃຈ ຈະຂໍນໍາເອົາປະຫວັດຂອງພຣະທາດຫຼວງວຽງຈັນ ມາເລົ່າສູ່ທ່ານຜູ້ອ່ານທີ່ໜ້າຮັກໄດ້ຟັງ, ພຣະທາດຫຼວງ ເປັນນາມສາມັນທີ່ປະຊາຊົນໃຊ້ເອີ້ນກັນເຊິ່ງເປັນພຣະທາດທີ່ໃຫຍ່ກວ່າພຣະທາດອື່ນໃນນະຄອນວຽງຈັນ, ສ່ວນຊື່ທາງການອັນເປັນຊື່ແທ້ໆຂອງພຣະທາດອົງນີ້ ເຊິ່ງໄດ້ຕັ້ງມາແຕ່ສະໄໝພຣະເຈົ້າໄຊຍະເສດຖາທິຣາຊນັ້ນຊື່ວ່າ: ພຣະເຈດີໂລກະຈຸນລະມະນີ ອັນເປັນປູຊະນີຍະສະຖານທີ່ສໍາຄັນຂອງຊາດລາວ

ພຣະທາດຫຼວງວຽງຈັນປະກາຍສີທອງອັນເຮືອງຮຸ່ງ ຕັ້ງຢູ່ຢ່າງໂດດເດັ່ນທີ່ເຂດບ້ານທາດຫຼວງ ເມືອງໄຊເຊດຖາ ເຊິ່ງເປັນປູຊະນີຍະສະຖານບູຮານອັນເປັນສັນຍາລັກຂອງປະເທດລາວ ພຣະທາດໂລກະຈຸນລະມະນີ ທີ່ບັນຈຸພະສາລິຣິກະທາດຂອງພຣະພຸດທະເຈົ້າ ແລະ ເປັນສູນລວມແຫ່ງຈິດວິນຍານຂອງປວງຊົນລາວທັງຊາດ

ພຣະທາດຫຼວງວຽງຈັນຖືກສ້າງຂຶ້ນເທື່ອທໍາອິດໃນປີ ພສ 236 ໂດຍການນໍາພາຂອງເຈົ້າເມືອງວຽງຈັນ ເຈົ້າຈັນທະບູລີປະສິດທິສັກ ຫຼື ບູລິຈັນ ແລະ ຖືກຕໍ່ເຕີມເສີມສ້າງຕື່ມອີກໃນປີ ຄສ 1566 ໂດຍເຈົ້າໄຊຍະເສດຖາທິຣາຊ ກະສັດຜູ້ສະຖາປະນາວຽງຈັນເປັນນະຄອນຫຼວງຂອງອານາຈັກລາວລ້ານຊ້າງ ມາຮອດປີ 1957 ລັດຖະບານລາວ ພາຍໃຕ້ພະບໍລົມມະຊູປະຖໍາຂອງເຈົ້າສີສະຫວ່າງວົງ ກໍໄດ້ນໍາພາປະຊາຊົນປັ້ນພະບໍລົມມະຮູບຂອງເຈົ້າໄຊຍະເສດຖາທິຣາຊ ປະດິດສະຖານໄວ້ຢູ່ໜ້າທາງເຂົ້າພຣະທາດດ້ານຕາເວັນຕົກເພື່ອເປັນອະນຸສາວະລີທີ່ພະອົງໄດ້ສ້າງພຣະທາດຫຼວງຂຶ້ນມາເປັນທີ່ສັກກະລະບູຊາຈົນຮອດປັດຈຸບັນ. ພຣະທາດຫຼວງສູງ 45 ແມັດ, ມີໃບສີມາອ້ອມ 228 ໃບ, ມີບໍລິວານ (ທາດນ້ອຍ) ອ້ອມຮອບ 30 ອົງເອີ້ນວ່າ: ປາລະມີສາມສິບທັດ, ຕີນພຣະທາດແຕ່ດ້ານຕາເວັນອອກຫາດ້ານຕາເວັນຕົກຍາວ 69 ແມັດ, ແຕ່ດ້ານເໜືອຫາໃຕ້ຍາວ 68 ແມັດ ແລະ ມີກົມມະລຽນດ້ານນອກອ້ອມພຣະທາດຫຼວງແຕ່ລະດ້ານຍາວ 91,75 ແມັດ

ນັບແຕ່ບູຮານນະການເມື່ອຫຼາຍຮ້ອຍປີຜ່ານມາພໍເຖິງເດືອນສິບສອງຊຶ່ງແມ່ນໄລຍະເຂົ້າໃໝ່ປາມັນເປັນເວລາທີ່ປະຊາຊົນບັນດາເຜົ່າໄດ້ເກັບກ່ຽວຜົນຜະລິດຂອງຕົນເປັນທີ່ຮຽບຮ້ອຍແລ້ວກໍແມ່ນໄລຍະທີ່ເໝາະສົມສຳລັບການກະກຽມເພື່ອເຮັດບຸນນະມັດສະການພະທາດຫລວງຊາວລາວຈາກທົ່ວສາລະທິດກໍຈະໄດ້ຫ້າງຫາສຳພາລະຕ່າງໆເພື່ອເດີນທາງໄປຮ່ວມນະມັດສະການແລະສະເຫລີມສະຫລອງບຸນປາງໃຫຍ່ຂອງຊາດໃນວັນເພັງເດືອນສິບສອງຂອງທຸກໆປີ ເຊິ່ງເປັນບຸນມະໂຫລານທີ່ໃຫຍ່ທີ່ສຸດໃນປະເທດລາວຖືກຈັດຂຶ້ນເປັນເວລາ 7 ມື້ 7 ຄືນ ພ້ອມການສະແດງມະໂຫລີ, ສິລະປະ – ວັນນະຄະດີ ແລະ ງານວາງສະແດງສິນຄ້າຈາກຫຼາກຫຼາຍຫ້າງຮ້ານ ແລະ ປະເທດເພື່ອນມິດ

ບຸນນະມັດສະການພຣະທາດຫຼວງໄດ້ສະແດງໃຫ້ເຫັນເຖິງວັດທະນະທໍາ ແລະ ຮີດຄອງປະເພນີອັນດີງາມຂອງຊາວພຸດກໍຄືຊາວລາວທັງຊາດໂດຍມີພິທີສໍາຄັນທາງສາສະໜາເຊັ່ນ: ພິທີແຫ່ຜາສາດເຜິ້ງ, ວຽນທຽນ ແລະ ໃສ່ບາດຖວາຍທານ ເຊິ່ງມີພະສົງຈາກທົ່ວທຸກແຂວງໃນປະເທດລາວເດີນທາງມາຮ່ວມ ແລະ ພາຍຫຼັງພິທີໃສ່ບາດກໍມີການແຂ່ງຂັນຕີຄີເຊິ່ງເປັນກິລາພື້ນເມືອງທີ່ຈັດຂຶ້ນທຸກໆປີໃນໄລຍະບຸນດັ່ງກ່າວ ສ່ວນໃນຕອນຄໍ່າກໍຈະມີພິທີວຽນທຽນ ແລະ ສຸດທ້າຍແມ່ນການຈູດບັ້ງໄຟບູຊາພະທາດ


ຊຶ່ງປະກອບດ້ວຍ: ບັ້ງໄຟດອກ ບັ້ງໄຟຊ້າງ ບັ້ງໄຟມ້າບັ້ງໄຟພະນຽງ ບັ້ງໄຟຕະໄລ ແລະ ບັ້ງໄຟດອກໄມ້ແລະ ທີ່ສໍາຄັນສິ່ງທີ່ຂາດບໍ່ໄດ້ນັ້ນກໍຄືເມື່ອມານະມັດສະການພຣະທາດຫຼວງກໍຕ້ອງເຂົ້າໄປກາບໄຫ້ວພຣະທາດຫຼວງເຊິ່ງຢູ່ 4 ແຈຂອງພຣະທາດຈະມີຄໍາສູດມົນທີ່ຂຽນໄວ້ຢູ່ຕາມ 4 ແຈຂອງພຣະທາດ. ສໍາລັບທ່ານຍິງທີ່ຈະເຂົ້າໄປກາບໄຫ້ວຕ້ອງໄດ້ນຸ່ງສິ້ນເພື່ອເປັນການຮັກສາຮີດຄອງປະເພນີອັນດີງາມຂອງຊາດລາວເຮົາພຣະທາດຫຼວງເປີດໃຫ້ບັນດາທ່ານເຂົ້າທ່ຽວຊົມໄດ້ໃນວັນອັງຄານ – ວັນອາທິດ ເວລາ 8:00 – 12:00 ໂມງ ແລະ 13:00 – 16:00 ໂມງ (ປິດວັນຈັນ)

ເຄຼດິດຮູບພາບ: google.com

ແບ່ງປັນ