Breaking News

ແມ່ຍິງລາວ ກັບວຽກງານໃນສັງຄົມ

ແບ່ງປັນ

ເພື່ອສຳເລັດພາລະບົດບາດ ແລະ ໜ້າທີ່ ໃນຊຸມປີຕໍ່ໜ້າ ສະຫະພັນແມ່ຍິງລາວ ໄດ້ວາງຄາດໝາຍສູ້ຊົນ, ທິດທາງລວມ ແລະ ທິດທາງລະອຽດ ເປັນຕົ້ນແມ່ນແມ່ຍິງມີຄຸນທາດການເມືອງໜັກແໜ້ນ, ມີຄຸນສົມບັດສິນທຳປະຕິວັດ, ຮັກສາໄດ້ຄຸນລັກສະນະ ທີ່ເປັນມູນເຊື້ອຂອງແມ່ຍິງລາວ, ຕ້ານ ແລະ ສະກັດກັ້ນ ປະກົດການຫຍໍ້ທໍ້ ທີ່ເກີດຂຶ້ນໃນຖັນແຖວແມ່ຍິງ ແລະ ຄອບຄົວ;  ຈັດຕັ້ງສະຫະພັນ ແມ່ຍິງແຕ່ລະຂັ້ນ ໄດ້ຮັບການປັບປຸງ ໃຫ້ມີຄວາມໜັກແໜ້ນເຂັ້ມແຂງ; ຄຳຂວັນ ແລະ ຂໍ້ແຂ່ງຂັນ 3 ດີ ຂອງສະຫະພັນແມ່ຍິງລາວ ໄດ້ຮັບການຈັດຕັ້ງປະຕິບັດ ຢ່າງກວ້າງຂວາງ; ແມ່ຍິງ ໄດ້ຮັບການພັດທະນາດ້ານແນວຄິດຈິດໃຈ, ຮ່າງກາຍ, ການສຶກສາ, ວິຊາອາຊີບ ແລະ ສີມືແຮງງານ ແລະ ໄດ້ຮັບນາມມະຍົດ ດີເດັ່ນໃນທຸກສາຂາ ອາຊີບເພີ່ມຂຶ້ນ; ການປົກປ້ອງສິດຜົນປະໂຫຍດ ອັນຊອບທຳຂອງ ແມ່ຍິງ-ເດັກນ້ອຍ, ການສົ່ງເສີມ ຄວາມກ້າວໜ້າ ຂອງແມ່ຍິງ ແລະ ຄວາມສະເໝີພາບ ຍິງ-ຊາຍ ໄດ້ຮັບການຈັດຕັ້ງ ປະຕິບັດຢ່າງກວ້າງຂວາງ; ແມ່ຍິງໄດ້ຮັບການບັນຈຸ, ສັບຊ້ອນເຂົ້າໃນຕຳແໜ່ງ ນຳພາ-ຄຸ້ມຄອງໃນແຕ່ ລະຂັ້ນມີຈຳນວນເພີ່ມຂຶ້ນ; ການພົວພັນຮ່ວມມື ກັບການຈັດຕັ້ງແມ່ຍິງ ປະເທດເພື່ອນມິດ, ປະເທດອາຊຽນ ແລະ ອົງການຈັດຕັ້ງສາກົນ ມີປະສິດທິຜົນຫຼາຍ ຂຶ້ນ. ທັງນີ້, ເພື່ອຈັດຕັ້ງປະຕິບັດຄາດໝາຍສູ້ຊົນ ຂອງພັກໃນການນຳພາ ປະເທດຊາດບັນລຸ ເງື່ອນໄຂຫຼຸດພົ້ນ ອອກຈາກສະຖານະພາບ ດ້ອຍພັດທະນາ ໃນປີ 2020 ເວົ້າລວມ, ເວົ້າສະເພາະ ເພື່ອພັດທະນາແມ່ຍິງລາວ, ສົ່ງເສີມຄວາມກ້າວໜ້າ ຂອງແມ່ຍິງ, ສົ່ງເສີມຄວາມສະເໝີພາບ ຍິງ- ຊາຍ; ສະພັນແມ່ຍິງລາວ ສືບຕໍ່ປະຕິບັດຕາມ ພາລະບົດບາດໜ້າທີ່ ໃນການສຶກສາອົບຮົມ, ເຕົ້າໂຮມຄວາມສາມັກຄີ ແມ່ຍິງລາວບັນດາເຜົ່າ ເຂົ້າຮ່ວມພາລະກິດ ປົກປັກຮັກສາ ແລະ ສ້າງສາພັດທະນາ ປະເທດຊາດ.

ເຊິ່ງປັດຈຸບັນ, ເຮົາສັງເກດເຫັນວ່າ ແມ່ຍິງລາວ ມີສ່ວນຮ່ວມໃນການພັດທະນາເສດຖະກິດ ດ້ວຍຈຳນວນຫົວໜ່ວຍທຸລະກິດ ໃນ  ສປປ ລາວ ທີ່ມີແມ່ຍິງເປັນເຈົ້າຂອ ສູງເຖິງ 40%.  ທຸລະກິດແມ່ຍິງລາວ ຈຶ່ງຖືວ່າມີບົດບາດສຳຄັນໃນເສດຖະກິດຂອງ ສປປ ລາວ ທັງໃນດ້ານຂອງການສ້າງລາຍຮັບ ແລະ ການສ້າງວຽກເຮັດງານທຳ.

ຂໍ້ມູນຈາກ: ຂ່າວສານປະເທດລາວ

ແບ່ງປັນ