ງານ ດີວີສ ແຟຊັນໂຊ 2017 ທີ່ວຽງຈັນເຊັນເຕີ
ໃນຕອນແລງຂອງວັນທີ 11 ມີນາ 2017 ຢູ່ທີ່ວຽງຈັນເຊັນເຕີໄດ້ມີງານ ການເດີນແຟຊັ່ນທີ່ແປກທີ່ສຸດ ແລະ ຫາກໍຈັດຂຶ້ນເປັນຄັ້ງທໍາອິດໃນປະເທດລາວ ໂດຍເກີດຈາກການຮ່ວມມືຂອງ ເຄື່ອງດື່ມ Singha ແລະ ຜະລິດຕະພັນ Nadeara ຮ່ວມກັນຈັດງານ ດີວິສ ແຟຊັນໂຊ 2017 (Dvis Fashion Show 2017) ໂດຍມີທ່ານ ສົມສະນຸກ ມີໄຊ ປະທານສະມາຄົມນັກຂ່າວແຫ່ງປະເທດລາວ, ທ່ານ ສົມບັດ ສິຣິພອນວິທະຍາ ຜູ້ອໍານວຍການ ສູນການຄ້າວຽງຈັນເຊັນເຕີ, ທ່ານ ດີວີສ ປານນະພົນ ດີຊາຍເນີຊື່ດັງເຈົ້າຂອງແບຼນດີວີສ ແລະ ດີວິສຄິດ (Dvis and Dviskide) ຕົວແທນແທນຈໍາໜ່າຍເຄື່ອງດື່ມສິງປະຈໍາລາວ, ຕົວແທນຈາກຜະລິດຕະພັນ ນາເດຍຣາ ພ້ອມດ້ວຍແຂກ ແລະ ສື່ມວນຊົນເຂົ້າຮ່ວມ
Dvis Fashion Show ເປັນການເດີນແບບທີ່ແປກທີ່ສຸດ ເພາະບັນດາ ນາຍແບບ, ນາງແບບ ຈະຕ້ອງໄດ້ເດີນແບບເທິງເວທີທີ່ມີສາຍນໍ້າຕົກລົງມາເອີ້ນວ່າເປັນການເດີນແບບທ້າຄວາມປຽກນັ້ນເອງ ກັບເສື້ອຜ້າຈາກແບຼນ ດີວີສ, ໃນງານຄັ້ງນີ້ ສິ່ງທີ່ສ້າງຄວາມປະທັບໃຈໃຫ້ກັບແຂກທີ່ເຂົ້າຮ່ວມ ກໍໜ້າຈະເປັນການເດີນແບບຂອງບັນດາ ນາຍແບບ ນາງແບບຕົວນ້ອຍນັ້ນເອງ ທີ່ມີຄວາມໜ້າຮັກສົດໄສໃນແຕ່ລະຊຸດ, ແຕ່ລະທ່າໂພສທີ່ເດີນຜ່ານນໍ້າມາ ຊຸດທີ່ແບຼນດີວິສນໍາມາໃຊ້ສະແດງເດີນແຟຊັນໂຊ ໃຫ້ແກ່ບັນດາແຂກໄດ້ເຫັນໃນຄັ້ງນີ້ ຖືວ່າຍິ່ງໃຫຍ່ ອະລັງການ ແລະ ຫຼວງຫຼາຍທີ່ສຸດເພາະມີເຖີງ 88 ຊຸດ ແລະ ນາຍແບບ ນາງແບບ 88 ຄົນດ້ວຍກັນ ເອີ້ນໄດ້ວ່າເປັນການເດີນແບບທີ່ບໍ່ເຄີຍມີຢູ່ໃສມາກ່ອນໃນປະເທດລາວເຮົາກໍວ່າໄດ້ ແລະ ນອກນັ້ນກໍຍັງໄດ້ມີການເດີນແບບໂຊ ຈາກບັນດານາຍແບບ ນາງແບບ ຜູ້ທີ່ໃຊ້ເຄື່ອງຜະລິດຕະພັນແບຼນ ນາເດຍຣາ
ນອກຈາກນັ້ນພາຍໃນງານຍັງມີການຫຼີ້ນກິດຈະກໍາແຈກຂອງລາງວັນກັບ ເຄື່ອງສໍາອາງແບຼນນາເດຍຣາ ແລະ ດີວີສກໍໄດ້ມີການແຈກຄູປ໋ອງໃຫ້ລູກຄ້າໄດ້ຮັບສ່ວນຫຼຸດສໍາລັບ 50 ທ່ານທໍາອິດ ແມ່ນສາມາດຕັດຊຸດສູດຄົບຊຸດຈາກແບຼນດີວີສ ພຽງແຕ່ລາຄາ 2500 ບາດ ແລະ ຫຼັງຈາກການເດີນແບບສີ້ນສຸດລົງແລ້ວກໍໄດ້ມີ Party ທ້າປຽກກັບ ດີວີສພ້ອມກັບເຄື່ອງດື່ມສິງ ແລະ ຜະລິດຕະພັນ ນາເດຍຣາ ນໍາອີກ.