Breaking News

ນຸຖາ ຖືກເຊີນໄປເປັນຕົວແທນນາງມະທີ ໃນງານບຸນພະເຫວດ ທີ່ປະເທດໄທ!

ແບ່ງປັນ

 

ພິທີກອນ-ນັກສະແດງຊື່ດັງ Pj ນຸຖາ ລາດຊະວົງເລົາ ຖືກເຊີນໄປເປັນຕົວແທນນາງມະທີ ໃນພິທີແຫ່ງານບຸນພະເຫວດ ທີ່ຈັງຫວັດ ຂອນແກ່ນ ປະເທດໄທ ເຊິ່ງງານນີ້ນັບວ່າເປັນງານປະເພນີທີ່ຈັດຢ່າງຍິ່ງໃຫຍ່.

Pj ນຸຖາ ກໍມີຄວາມດີໃຈ ແລະ ເປັນກຽດທີ່ໄດ້ຖືກຮັບເຊີນໄປໃນງານເຊິ່ງນາງກໍໄດ້ມີການໂພສຄວາມຮູ້ສຶກລົງໃນ Facebook ສ່ວນຕົວຂອງນາງວ່າ: “ຮູ້ສຶກເປັນກຽດທີ່ໄດ້ເປັນນາງມະທີ ໃນພິທີແຫ່ງານບຸນພະເຫວດ ທີ່ຂອນແກ່ນ ປະເທດໄທ” ຈົນເຮັດໃຫ້ແຟນຄຣັບຂອງນາງເຂົ້າມາໃຫ້ກຳລັງໃຈຢ່າງລົ້ນຫຼາມ.

ຊະນີIndy ກໍບໍ່ພາດທີ່ຈະນຳເອົາຮູບພາບພາຍໃນງານທີ່ສາວນຸຖາຖືກຮັບເຊີນໄປ ແລະ ຍັງນຳເອົາຮູບພາບງາມໆ ໜ້າຮັກໆຂອງສາວຄົນນີ້ມາຝາກແຟນໆ ມາເບິ່ງກັນເລີຍ…

#ຢ່າລືມກົດໄລ້-ກົດແຊຣ

ມີຮູບພາບງາມໆ ໜ້າຮັກໃນແບບຂອງ Pj ນຸຖາ ມາຝາກ…ມາເບິ່ງໄດ້ເລີຍ!!

ຂໍຂອບໃຈຮູບພາບຈາກ: Pj Nutha

ແບ່ງປັນ