Breaking News

ໂອ໊ຍ… ຈັ່ງແມ່ນເປັນຕາຮັກ ຕາແພງ ບັນດາສາວນ້ອຍລາວ ແລະ ຕ່າງປະເທດ ໃນຊຸດໄໝລາວ

ແບ່ງປັນ

ຖ້າເວົ້າເຖິງສີ້ນໄໝ, ເສື້ອໄໝຂອງລາວເຮົາແລ້ວເອີ້ນໄດ້ວ່າມີຄວາມສວຍງາມທີ່ສຸດເລີຍລະ ເພາະມັນເປັນຊຸດປະຈໍາຊາດຂອງລາວເຮົາມາແຕ່ສະໄໝບູຮານມາແລ້ວ ແລະ ຍັງເປັນເອກະລັກທີ່ສືຍທອດກັນມາຈົນຮອດປັດຈຸບັນ ເຊິ່ງຄົນລາວເຮົານິຍົມກັນນຸ່ງຊຸດໄໝໃນງານມົງຄຸນ ແລະ ງານສໍາຄັນຕ່າງໆ ແລະ ບໍ່ສະເພາະແຕ່ຄົນລາວເຮົາເທົ່ານັ້ນທີ່ນິຍົມມນຸ່ງຊຸດໄໝ ເພາະທີ່ຜ່ານມາປະເທດເຮົາກໍໄດ້ເປີດໃຫ້ນັກທ່ອງທ່ຽວທາງຕ່າງປະເທດເຂົ້າມາທ່ຽວຊົມປະເທດລາວຢ່າງຫຼວງຫຼາຍ ເຊິ່ງພວກເຮົາກໍພົບເຫັນໄດ້ຢ່າງຫຼວງຫຼາຍວ່າ ຊາວຕ່າງປະເທດສ່ວນຫຼາຍເວລາທີ່ເຂົ້າມາທ່ຽວຊົມປະເທດເຮົາແລ້ວກໍພາດບໍ່ໄດ້ທີ່ຈະຕ້ອງນຸ່ງຊຸດໄໝລາວທີ່ເປັນເອກະລັກຂອງຄົນລາວນີ້ ແລະ ເຮົາກໍສັງເກດເຫັນໄດ້ວ່າມີຄວາມງົດງາມຫຼາຍ ແຕ່ແອດໄປສອດສ່ອງເພສໆໜຶ່ງໄດ້ທີ່ໂພສຮູບພາບບັນດາສາວນ້ອຍຕ່າງປະເທດ ທີ່ໄດ້ເດີນທາງມາທ່ອງທ່ຽວປະເທດເຮົາ ແລ້ວໄດ້ນຸ່ງຊຸດໄໝລາວເຮົາເຊິ່ງມັນໜ້າຮັກເປັນທີ່ສຸດເລີຍ ແອດກໍເລີຍອົດບໍ່ໄດ້ທີ່ຈະເອົາມາຕ້ອນສາວໆແຟນຂວັນໃຈກັນ ແລະ ບໍ່ສະເພາະແຕ່ສາວນ້ອຍຕ່າງປະເທດເທົ່ານັ້ນ ແຕ່ແອດຍັງໄດ້ຮິບໂຮມເອົາບັນດາສາວນ້ອຍລາວເຮົາທີ່ນຸ່ງຊຸດໄໝ ເບີ່ງແລ້ວມີຄສາມຮູ້ສຶກວ່າ ສາວນ້ອຍເຫຼົ່ານີ້ເປັນຄືກັບນາງຟ້າຕົວນ້ອຍໆເລີຍ ວ່າແລ້ວເຮົາໄປເບີ່ງນໍາກັນເລີຍດີກວ່າ.

ສາວນ້ອຍຕ່າງປະເທດ

 

ສາວລາວເດີ່

By: BeautyGuru

ຂໍຂອບໃຈຮູບພາບຈາກ: ເມືອງໂຂງແດນໃຕ້ ແມ່ນະທີສີພັນດອນ

ແບ່ງປັນ