ສະບາຍດີ! ສາວໆຂວັນໃຈ ມື້ນີ້ Kuanjai foodie ຂໍແນະນຳຮ້ານອາຫານທີ່ຮັບຮອງວ່າຖືກໃຈສາວໆນັກຊີມ, ນັກຖ່າຍຮູບຫຼາຍຄົນແນ່ນອນເປັນຮ້ານອາຫານຫວຽດນາມທີ່ຄົນລາວເຮົາມັກກິນເປັນປະຈຳ ນັ້ນກໍຄືຮ້ານອາຫານ “DAO The High Tea” ເຊິ່ງເປັນ Franchise ຂອງກາເຟດາວ.
ແຮງບັນດານໃຈໃນການສ້າງຮ້ານແມ່ນ ການຢາກມີ Dao Coffee ທີ່ເປັນສິນຄ້າຜະລິດຕະພັນຂອງຄົນລາວ ຢູ່ໃຈກາງເມືອງ ເຊິ່ງແຂກທັງພາຍໃນ ແລະ ຕ່າງປະເທດສາມາດຊອກຫາຊື້ຜະລິດຕະພັນຂອງດາວໄດ້ງ່າຍ ແລະ ສະດວກສະບາຍ ນອກຈາກ ຈະມາກິນອາຫານແຊບໆຈາກທາງຮ້ານແລ້ວ ກໍຍັງສາມາດຊື້ຂອງຝາກຂອງຕ້ອນທີ່ເປັນຜະລິດຕະພັນຂອງຄົນລາວເຮົາເປັນຂອງທີ່ລະນຶກໄດ້ອີກບໍ່ວ່າຈະເປັນ ຊາ, ກາເຟ, ນໍ້າຕານ, ໝາກໄມ້ອົບແຫ້ງ… ເຊິ່ງຖ້າຄິດຢາກໄດ້ສິນຄ້າຜະລິດຕະພັນຂອງກາເຟດາວ ຕ້ອງຮ້ານ DAO The High Tea ເທົ່ານັ້ນ.
ຈຸດເດັ່ນຂອງຮ້ານ ນອກຈາກມີອາຫານທີ່ສະອາດ, ແຊບ ແລະ ມີຜະລິດຕະພັນຂອງກາເຟດາວທຸກຢ່າງແລ້ວອີກຢ່າງກໍຄືສະຖານທີ່ ທີ່ຢູ່ໃຈກາງເມືອງ ຊຶ່ງຊອກເຫັນງ່າຍ, ເປັນຕຶກສີຂາວ ຕົກແຕ່ງທາງນອກເບິ່ງແລ້ວອອກແບບ Style French Colonial, ເມື່ອເຂົ້າມາທາງໃນ ຈະເປັນແບບ Style Modern ເບິ່ງແລ້ວສະບາຍຕາ. ພາຍໃນຮ້ານມີ 2 ຊັ້ນ ເຊິ່ງຈະໃຫ້ຄວາມຮູ້ສຶກທີ່ໂດດເດັ່ນແຕກຕ່າງກັນ. ຊັ້ນທຳອິດເນັ້ນສີຂາວທອງ, ຊັ້ນທີ 2 ຈະເນັ້ນສີເທົາຂາວ StyleClassic ແບບອັງກິດ ,ທັງ 2 ຊັ້ນຈະຕົກແຕ່ງເນັ້ນບັນຍາກາດຄວາມຫຼູຫຼາສະບາຍຕາເບິ່ງແລ້ວໜ້າຫຼົງໄຫຼ ເພາະທຸກມື້ນີ້ປະຕິເສດບໍ່ໄດ້ເລີຍວ່າ ຜູ້ໃດໄປໃສກໍຕ້ອງມັກ “ເກັບຄວາມຊົງຈຳດີໆເອົາໄວ້” ນັ້ນກໍຄືການຖ່າຍຮູບທີ່ໃຫ້ຄວາມຮູ້ສຶກປະທັບໃຈ. ສະນັ້ນການຕົກແຕ່ງຂອງຮ້ານ ” DAO The High Tea” ຈຶ່ງເນັ້ນຕົກແຕ່ງສີສັນທີ່ໂດດເດັ່ນຫຼາຍມູມຫຼາຍແບບເພື່ອໃຫ້ລູກຄ້າຖ່າຍຮູບອອກມາງາມ. ລູກຄ້າທີ່ມາສາມາດກິນອາຫານພ້ອມກັບລົມວຽກທຸລະກິດກັນໄດ້ ຫຼື ຈະເປັນບ່ອນນັດພົບປະຂອງລູກຄ້າມາປະຊຸມນ້ອຍກໍສະດວກສະບາຍ. ນອກຈາກນີ້, ທາງຮ້ານເຮົາຍັງສາມາດຮັບຈັດງານລ້ຽງສ້າງສັນໄດ້ ສາມາດຮັບຄົນໄດ້ຫຼາຍກວ່າ 80 ຄົນ.
ສຳລັບອາຫານແມ່ນຈະເລືອກກິນໄດ້ຕາມເມນູຈະເປັນອາຫານຫວຽດນາມທີ່ຄົນລາວມັກກິນເປັນສ່ວນຫຼາຍ, ທຸກເມນູຢູ່ຮ້ານເຮົາຈະແຕກຕ່າງຈາກຮ້ານອື່ນ ຈະມີສູດສະເພາະຂອງທາງຮ້ານ ສົ່ງວັດຖຸດິບໂດຍກົງຈາກສາຂາໃຫຍ່ ຢູ່ທາງປາກເຊ. ເຊິ່ງເມນູພິເສດສຸດໆຂອງຮ້ານຢາກແນະນຳມີ: ຊາລາເປົາຊີ້ນໝູຊີ້ນກຸ້ງ; ເຂົ້າຈີ່ປາເຕ(ເຂົ້າຈີ່ຂອງຮ້ານເຮັດເອງສີທາງໃນຂອງເຂົ້າຈີ່ກັບເບື້ອງນອກເປັນສີດຽວກັນ); ຢໍ່ຂາວ ຊີ້ນໝູຊີ້ນກຸ້ງ, ແໜມເຂົ້າ (ສົ້ມໝູ) ທີ່ມີນໍ້າແຈ່ວເປັນສູດຂອງຮ້ານໂດຍສະເພາະ, ຢໍ່ຈືນ(ໄສ້ຊີ້ນໝູຊີ້ນກຸ້ງ); ສຳລັບເຄື່ອງດື່ມ ທາງຮ້ານ ກໍມີຫຼາກຫຼາຍເມນູໃຫ້ເລືອກ ບໍ່ວ່າຈະເປັນ ຊາ, ກາເຟ ຮ້ອນ, ເຢັນ, ປັ່ນ ເປັນຜະລິດຕະພັນຂອງດາວໂດຍສະເພາະທີ່ຈະບໍ່ເຮັດໃຫ້ທຸກທ່ານຜິດຫວັງແນ່ນອນ. ພິເສດສຸດໆທາງຮ້ານເຮົາແນະນຳ ແລະ ອາດຈະມີຮ້ານດຽວໃນນະຄອນຫຼວງກໍຄືຊຸດ The High Tea ທີ່ເປັນເຄັກຂອງຫວານ ກິນກັບນໍ້າຊາ ນັ້ນເອງ.
ສະຖານທີ່ຕັ້ງຢູ່ບ້ານອານຸ, ເມືອງຈັນທະບູລີ, ນະຄອນຫຼວງວຽງຈັນຖະໜົນ 3 ແສນໄທ, ເປີດບໍລິການທຸກໆມື້ ເວລາ 9:00-19:00 ໂມງ, ເບີໂທຕິດຕໍ່: 030 5881488, 030 588 7228 ຫຼື ສາມາດຕິດຕາມລາຍລະອຽດໄດ້ທາງ Page Facebook: DAO The High Tea
