Breaking News
KuanjaI FaceB

ເລັບງາມ ສຸຂະພາບດີດ້ວຍຢາພື້ນເມືອງລາວ

ແບ່ງປັນ

ສາວໆທ່ານໃດທີ່ຢາກມີເລັບງາມ ມື້ນີ້ ວາລະສານຂັວນໃຈ ໄດ້ນໍາເອົາວິທີໃນການເຮັດໃຫ້ເລັບງາມດ້ວຍຢາພື້ນລາວເມືອງຂອງລາວເຮົາ ແລະ ວິທີເຮັດກໍ່ງ່າຍໆສາວໆທຸກຄົນສາມາດເຮັດໃຫ້ເລັບຂອງໂຕເອງງາມໄດ້.

  • ປ້ອງກັນເຊື້ອຣາດ້ວຍນໍ້າໝາກຂີ້ຫູດ.

ສາເຫດ: ເຊື້ອຣາເປັນພະຍາດເກີດຂຶ້ນໄດ້ງ່າຍສ່ວນຫຼາຍແມ່ນເກີດມາຈາກການທີ່ເລັບມື ຫຼື ເລັບຕີນຢູ່ໃນທີ່ຄັບແຄບ, ອາກາດບໍ່ຖ່າຍເທເປັນເວລາດົນ ສ່ວນຫຼາຍແມ່ນເກີດກັບເລັບຕີນຫຼາຍກວ່າເລັບມື ເພາະມືເຮົາແຫ້ງຢູ່ຕະຫຼອດເວລາ ແຕ່ເລັບຕີນບາງເທື່ອເຮົາໃສ່ເກີບໃສ່ຖົງຕີນດົນເກີນໄປ ໂດຍທີ່ບໍ່ໄດ້ຖອດອອກສະນັ້ນມັນຈຶ່ງເຮັດໃຫ້ເກີດເຊື້ອຣາ ແລະ ມີກິ່ນເໝັນໄດ້.

ບໍາລຸງດ້ວຍຢາພື້ນເມືອງ:

  • ເອົາມາຂີ້ຫູດມາຄັ້ນເອົານໍ້າແລ້ວໃຊ້ສໍາລີຈຸ່ມລົງນໍ້າໝາກຂີ້ຮູດມາທາບໍລິເວນທີ່ຕິດເຊື້ອໃຫ້ທາຕະຫຼອດ ນໍ້າໝາກຂີ້ຫູດຈະຊ່ວຍຂ້າເຊື້ອຣາໃຫ້ຈົນໝົດໄປ.
  • ເນັນໃນການກິນຜັກປະເພດຫົວກະທຽມ, ຖົ່ວຍາວ ແລະ ໝາກເຜັດ ຫຼື ຜັກໃບຂຽວ ອາຫານທະເລປະເພດຫອຍ, ປາ ແລະ ໝາກໄມ້ທີ່ມີວິຕາມິນ C ສູງເຊັ່ນ: ສົ້ມໝາກຂາມ, ໝາກໂມ ອາຫານເຫຼົ່ານີ້ຈະຊ່ວຍຢຸດແບັດທີເຣຍ ແລະ ເຊື້ອຣາເທິ່ງຜິວໜັງໃຫ້ໝົດໄປ.
  • ໃບພູ(ໃບພູຄ້ຽວໝາກ) ແລະ ໃບໝາກສີດາແກ້ອາການເລັບສັກ, ເລັບຊໍ້າ ແລະ ເປັນໜອງ.

ສາເຫດ: ເມື່ອເລັບຍາວແລ້ວຕັດເລັບຜິດແບບ ບໍ່ຄວນຕັດເລັບໃຫ້ມີລັກສະນະປາຍໂຄ້ງງໍເປັນຮູບໄຂ່ ເມື່ອເລັບໃໝ່ຍາວຂຶ້ນມາມັນກໍ່ຈະສັກລົງ ຫຼື ໃສ່ເກີບທີ່ນ້ອຍຈົນເກີນໄປ ຈົນຮູ້ສຶກເຈັບ ຫາກປະໄວ້ດົນຈະເຮັດໃຫ້ເລັບຊໍ້າ ແລະ ອັກເສບຈົນເປັນໜອງໄດ້.

ບໍາລຸງດ້ວຍຢາພື້ນເມືອງ:

  • ໃຊ້ໃບພູ ຫຼື ໃບໝາກສີດາປະມານ 3-5 ໃບ ເອົາມາຕໍາລວມກັບເກືອປະມານ 1 ຍິບ ແລະ ພອກໄວ້ບໍລິເວນທີ່ເລັບສັກ ໃຊ້ຜ້າແພພັ້ນເພື່ອປິດປະບາດໄວ້ ຄວນເຮັດຢ່າງຕໍ່ເນື່ອງປະມານ 5-7ມື້ ອາການຊໍ້າ ແລະ ເລັບສັກຈະຄ່ອຍໆດີຂຶ້ນ.
  • ບໍາລຸງໂປຣຕີນເມື່ອເລັບບາງ, ເລັບຫັກງ່າຍ.

ສາເຫດ: ເກີດຂຶ້ນເນື່ອງຈາກພຶດຕິກໍາບາງຢ່າງເຊັ່ນ: ກັດເລັບ, ແກະ, ເກົາ, ຊັກເຄື່ອງ, ລ້າງຖ້ວຍ, ທາເລັບເປັນປະຈໍາ.

ບໍາລຸງດ້ວຍຢາພື້ນເມືອງ: ເນັ້ນໃນການກິນອາຫານປະເພດໂປຣຕີນ, ວິຕາມິນA ເຊິ່ງຈະເຫັນຫຼາຍໃນມອນໄຂ່, ນົມ, ຖົ່ວເຫຼືອງ, ຕັບ ເພື່ອເລັ່ງຂະບວນການສ້າງເລັບຂຶ້ນມາໃໝ່ໃຫ້ແຂງກວ່າເກົ່າ ແລະ ອາຫານປະເພດແຄວຊຽມບໍາລຸງເລືອດໃຫ້ໄຫຼ່ວຽນເຊັ່ນ: ຖົ່ວແດງ, ໄຂ່, ໂຍເກິດປະເພດນີ້ເປັນຕົ້ນ.

  • ການຕັດເລັບຖືກວິທີ.

ການຕັດເລັບໃຫ້ຖືກວິທີແມ່ນເຮົາຕ້ອງແຊ່ມືໃນນໍ້າກ່ອນ ເພື່ອເຮັດໃຫ້ເລັບອ່ອນລົງ, ຕັດໄດ້ງ່າຍຂຶ້ນ, ຄ່ອຍໆຕັດເລັບ, ໃຊ້ສະໄບຖູຂອບເລັບເພື່ອລືບຄວາມຄົມຂອງຮອຍຕັດ ຫຼັງຈາກຕັດແລ້ວກໍ່ໃຫ້ລ້າງມື ແລະ ເຊັດໃຫ້ແຫ້ງ ຫຼື ອາຈະບໍາລຸງດ້ວຍຄຣີມບໍາລຸງເລັບ ແລະ ມື້ເພິ່ມຕື່ມກໍ່ໄດ້.

ແບ່ງປັນ