Breaking News

ແພນເຄັກ ໂພສຂອບໃຈແຟນໆຊາວລາວ ພ້ອມຈັດງານ Meet and Greet ບັນຍາກາດເຕັມໄປດ້ວຍຄວາມອົບອຸ່ນ!!!

ແບ່ງປັນ

ແພນເຄັກ ເຂມມະນິດ ຈາມິກອນ ດາລາ-ນາງແບບແຖວໜ້າ ຈາກປະເທດໄທ ໂພສຂອບໃຈແຟນຊາວລາວໃນອິນສະຕຣາແກຼມສ່ວນຕົວ ໃນວັນທີ 19 ມີນາ 2017, ພ້ອມທັງຈັດງານ Meet and Greet ໃຫ້ແຟນໆໄດ້ໃກ້ຊິດກັນຢ່າງອົບອຸ່ນ ແລະ ດາລາຊື່ດັງຍັງໄດ້ໂພສຄລິບກິນເຂົ້າຈີ່ປາເຕ້ຂອງລາວເຮົາເປັນເທື່ອທຳອິດ ພ້ອມທັງບອກວ່າແຊບຫຼາຍ ກິນເທື່ອດຽວເຖິງຂັ້ນຕິດໃຈ, ຍັງບໍ່ໝົດນາງຍັງມີຄວາມດີໃຈທີ່ແຟນຄຣັບຊາວລາວມອບສິ້ນຜືນງາມເປັນຂອງຝາກໃຫ້ດາລາສາວກັບບ້ານ ແລະ ນາງຍັງສັນຍາວ່າຖ້າມີໂອກາດໄດ້ມາ ປະເທດລາວ ອີກນາງກໍຈະນຸ່ງສິ້ນຜືນງາມມາໃຫ້ເບິ່ງແນ່ນອນ.

https://instagram.com/p/BRxtNWgBaNQ/

https://instagram.com/p/BR0JumYhDbJ/

ສຳລັບການເດີນທາງມາ ປະເທດລາວ ໃນເທື່ອນີ້ແມ່ນ ແພນເຄັກ ມາຮ່ວມເດີນແບບໃນງານ Vientiane WOW Fashion Week 2017 ໃນວັນທີ 18 ມີນາ 2017 ທີ່ຜ່ານມາ.

ຂໍຂອບໃຈ: IG/khemanito

 

ແບ່ງປັນ