Breaking News

ມາຮູ້ຈັກກັບ ການກະທໍາໃນຊີວິດປະຈໍາວັນທີ່ເປັນມຸງຄຸນແກ່ຊີວິດ (ມຸງຄຸນຊີວິດ 35 ປະການ) ແຊຮເອົາບຸນນໍາກັນ

ແບ່ງປັນ

ມຸງຄຸນຊີວິດ 35 ປະການ

ສະບາຍດີສາວໆແຟນໆຂັວນໃຈທີ່ໜ້າຮັກ ມື້ນີ້ມາພົບກັນໃນຄໍບຸນເນາະ ຈະພາສາວໆໄປຮູ້ຈັກກັບ ມຸງຄຸນຊີວິດ 35 ປະການ ໂດຍມຸງຄຸນຊີວິດນີ້ແມ່ນຕັ້ງຢູ່ບົນພື້ນຖານຂອງພຸດທະສາສະໜາ ເປັນຄໍາສອນຂອງພຸດທະສາສະໜາ ທີ່ຕັ້ງໄວ້ເພື່ອສອນໃຫ້ຊາວພຸດທະບໍຣິສັດທັງຫຼາຍ ບໍ່ກະທໍາກໍາຊົ່ວ, ເຮັດແຕ່ສິ່ງດີໆ ແລ້ວເຮົາກໍຈະໄດ້ສິ່ງດີໆເຫຼົ່ານັ້ນກັບຄືນມານັ້ນເອງ. ແຕ່ກົງກັນຂ້າມເມື່ອເຮົາກະທໍາກັມຊົ່ວ ຄິດບໍ່ດີ, ກະທໍາບໍ່ດີກັບຄົນອື່ນ ສິ່ງບໍ່ດີເຫຼົ່ານັ້ນກໍຈະກັບຄືນມາຫາເຮົາບໍ່ໄວ ກໍຊ້າ ແຕ່ເຊື່ອວ່າກັມນັ້ນບໍ່ຫາຍໄປໃສແນ່ນອນ ນີ້ກໍແມ່ນຫຼັກຄໍາສອນຂອງພຸດທະສາສະໜາເຊັ່ນດຽວກັນ.

ສາວໆແຟນໆຂັວນໃຈ ເມື່ອເວົ້າເຖິງມຸງຄຸນຊີວິດນັ້ນກໍມີຫຼາຍປະການດ້ວຍກັນ ແຕ່ມື້ນີ້ເຮົາຈະມານໍາສະເໜີແຟນໆພຽງ 35 ປະການເທົ່ານັ້ນ ເພາະຖ້າສະເໜີໄປຫຼາຍດຽວຈະເບື່ອອ່ານກັນກ່ອນເນາະ ໄປເບີ່ງກັນເລີຍ

  1. ການບໍ່ຄົບຄົນພານເປັນມົງຄຸນແກ່ຊີວິດ
  2. ການຄົບບັນດິດຊີວິດມີມົງຄຸນ
  3. ການບູຊາຄົນທີ່ຄວນບູຊາ
  4. ການຢູ່ໃນບ່ອນອັນສົມຄວນ
  5. ເຄີຍເຮັດບຸນມາກ່ອນ
  6. ການຕັ້ງຄົນທີ່ມັກ
  7. ການເປັນພະຫູສູດ (ມັກສູດມົນ)
  8. ການຮອບຮູ້ໃນສິລະປະ
  9. ມີວິໄນທີ່ດີ
  10. ກ່າວວາຈາອັນສຸພາບ, ອ່ອນນ້ອມ
  11. ການບໍາລຸງບິດາມາດາ
  12. ການສົງເຄາະບຸດ
  13. ການສົງເຄາະພັນລະຍາ
  14. ການເຮັດວຽກບໍ່ໃຫ້ຄ້າງຄາ
  15. ການໃຫ້ທານ
  16. ການປະພຶດທັມ
  17. ການສົງເຄາະຍາດພີ່ນ້ອງ
  18. ເຮັດວຽກທີ່ບໍ່ມີໂທດ (ເຮັດວຽກສຸດຈະລິດ, ບໍ່ຜິດກົດໝາຍບ້ານເມືອງ)
  19. ລະເວັ້ນຈາກບາບ
  20. ລະເວັ້ນການກະທໍາບໍ່ດີ ທີ່ເກີດຈາກນໍ້າເມົາ
  21. ບໍ່ປະໝາດໃນທັມທັງຫຼາຍ
  22. ມີຄວາມເຄົາລົບຕໍ່ຜູ້ອື່ນ
  23. ມີຄວາມຖ່ອມຕົວ
  24. ມີຄວາມເດັດດ່ຽວ
  25. ມີຄວາມກະຕັນຍູ
  26. ການຟັງທັມມະຕາມການເວລາ
  27. ມີຄວາມອົດທົນ
  28. ເປັນຄົນເວົ້າງ່າຍ, ຟັງງ່າຍ
  29. ການສົນທະນາທັມມະຕາມການເວລາ
  30. ການບໍາເພັນກຸສົນ
  31. ການເຫັນອະຣິຍະສັດ (ຄວາມທຸກ, ສາເຫດທີ່ພາໃຫ້ທຸກ, ການບໍ່ມີທຸກ ແລະ ຫົນທາງທີ່ນໍາໄປສູ່ການດັບທຸກ)
  32. ການເຮັດໃຫ້ແຈ້ງໃນພຣະນິບພານ
  33. ມີຈິດບໍ່ຫວັ່ນໄຫວໃນໂລກທັມ
  34. ມີຈິດບໍ່ໂສກເສົ້າ
  35. ມີຈິດທີ່ປາສະຈາກກິເລດ

By: BeautyGuru

ທີ່ມາ: www.kapook.com

 

ແບ່ງປັນ