Breaking News
KuanjaI FaceB

6 ພຶດຕິກໍາ ທີ່ຜູ້ຊາຍຍັງຄິດຮອດຄົນຮັກເກົ່າຢູ່

ແບ່ງປັນ

6 ພຶດຕິກໍາ ທີ່ຜູ້ຊາຍຍັງຄິດຮອດຄົນຮັກເກົ່າຢູ່

  1. ເຂົາຍັງຕິດຕໍ່ກັບຄົນຮັກເກົ່າຢູ່

ຖ້າເຂົາເປັນຫ່ວງຄວາມຮູ້ສຶກເຮົາແທ້ໆ ເຂົາຕ້ອງຄິດກ່ອນວ່າສິ່ງທີ່ເຂົາເຮັດ ຈະທໍາຮ້າຍຈິດໃຈເຮົາຫຼື ບໍ່. ແນ່ນອນ, ຖ້າເຂົາບໍ່ຍອມອອກຈາກຄົນຮັກເກົ່າເຂົາຈະມີຂໍ້ອ້າງວ່າ ເປັນພຽງ “ເພື່ອນ”

  1. ເຂົາຈະເວົ້າເຖິງຕອນທີ່ເຂົາເຄີຍໃຊ້ເວລາຢູ່ຮ່ວມກັບຄົນຮັກເກົ່າຕະຫຼອດ

ການເວົ້າເຖິງຄົນຮັກເກົ່າຕະຫຼອດ ມັນກໍອາດຈະເຮັດໃຫ້ເຮົາຄິດໄດ້ວ່າ ເຂົາຍັງຄິດຮອດ ຄົນຮັກເກົ່າຂອງລາວ ທີ່ເຄີຍມີຊ່ວງເວລາເກົ່າໆນັ້ນຢູ່ສະເໝີ.

  1. ເຂົາຍັງເກັບຂອງຂວັນຈາກຄົນຮັກເກົ່າທີ່ມີຄ່າທາງໃຈ

ແນ່ນອນວ່າ ເຂົາຍັງຢາກສະສົມສິ່ງທີ່ມີຄ່າໃນຄວາມຊົ່ງຈຳ ແລະ ບອກວ່າ ລາວຄົນນັ້ນຍັງມີຄວາມສຳຄັນກັບເຂົາຫຼາຍທີ່ສຸດ.

  1. ເຂົາອາລົມບໍ່ດີ ເມື່ອຄົນຮັກເກົ່າເຂົາກຳລັງຈະມີຄົນຮັກໃໝ່

ບໍ່ຕ້ອງອະທິບາຍຍາວສຳລັບຂໍ້ນີ້ ຖ້າຄົນຮັກເກົ່າເຮັດໃຫ້ຕົວເຂົາອາລົມບໍ່ດີ ເມື່ອຮູ້ວ່າຄົນຮັກເກົ່າກຳລັງຈະໄປມີຄົນຮັກໃໝ່ແລ້ວ ເຫັນແຈ້ງເລີຍວ່າເຂົາກໍາລັງຫຶງ.

  1. ເຂົາເອີ້ນຊື່ເຈົ້າເປັນຊື່ຄົນຮັກເກົ່າ

ຖ້າຄົນຮັກຂອງເຈົ້າກຳລັງເອີ້ນຊື່ເຈົ້າເປັນຊື່ຄົນຮັກເກົ່າຂອງລາວ ແບບນີ້ ໃຜໄດ້ງິນກໍຄົງເສຍໃຈທີ່ສຸດເພາະຕ້ອງຄິດວ່າ ໃນໃຈຂອງເຂົາຍັງຄິດຮອດຄົນຮັກເກົ່າຢູ່ແນ່ນອນ.

  1. ເຂົາມັກປຽບທຽບເຈົ້າກັບຄົນຮັກເກົ່າຂອງລາວ

ສິ່ງນັ້ນເປັນການບອກວ່າເຂົາກຳລັງຄິດຮອດໃນຊ່ວງເວລານັ້ນກັບຄົນຮັກເກົ່າ ເຂົາກໍາລັງຕັ້ງຄວາມຫວັງວ່າສາວໆຈະຕ້ອງມີນິດໄສ ຫຼື ຄວາມສົນໃຈເໝື່ອນກັບຄົນຮັກເກົ່າຂອງລາວ.

ແບ່ງປັນ