Breaking News

ຄວາມຮັກເປັນສິ່ງທີ່ງົດງາມ ສົ່ງຜົນດີຕໍ່ຮ່າງກາຍ

ແບ່ງປັນ

ຄວາມຮັກເປັນສິ່ງທີ່ງົດງາມ ສົ່ງຜົນດີຕໍ່ຮ່າງກາຍ

ບໍ່ວ່າໃຜທີ່ມີຄວາມຮັກ ສັງເກດເບິ່ງວ່າ ໜ້າຕາຈະສົດໃສ ເບີກບານ ເບິ່ງຄືເປັນ ເດັກນ້ອຍລົງອາດຈະເປັນຍ້ອນຄວາມຮັກ ທີ່ມັນສາມາດສົ່ງຜົນຕໍ່ຮ່າງກາຍ ຂອງທ່ານໄດ້ເປັນຢ່າງດີ ເຊັ່ນ ຄວາມຮັກຊ່ວຍເບິ່ງແຍງ ຕື່ມຄວາມສຸກໃຫ້ກັບຫົວໃຈທ່ານໄດ້ ຍ້ອນການສະແດງຄວາມຮັກອອກທາງການກະທຳຕ່າງໆ ມັນສາມາດຊ່ວຍເຮັດໃຫ້ອັດຕາການເຕັ້ນຂອງຫົວໃຈ ຢູ່ໃນລະດັບທີ່ເໝາະສົມ ເຊິ່ງຈະຊ່ວຍຫຼຸດຄວາມຄຽດ ແລະ ຄວາມສຽງຂອງພະຍາດຕ່າງໆໄດ້ ນອກນັ້ນຍັງ ຊ່ວຍໃຫ້ທ່ານນອນລັບສະບາຍ ເພາະຈະຊ່ວຍຫຼຸດຄວາມຄຽດໃຫ້ທ່ານ ແລະ ເຮັດໃຫ້ທ່ານພັກຜ່ອນໄດ້ຢ່າງສະບາຍ, ຢາກເຊົາເຫຼົ້າ ເຊົາສູບຢາ ຄວາມຮັກຊ່ວຍໃຫ້ທ່ານຮູ້ສຶກພໍໃຈ ໃນຄວາມສຸກທີ່ມີຫຼາຍທີ່ສຸດ ເຊັ່ນດຽວກັບ  ຄວາມຫຼົງໄຫຼ ແລະ ຄວາມຮັກ ເມື່ອຄວາມຫຼົງໄຫຼ ແລະ ຄວາມຮັກ ທັງສອງສິ່ງນີ້ ລວມເຂົ້າກັນ ກໍຈະສາມາດຕໍ່ສູ້ກັບອາການຕິດເຫຼົ້າ ສູບຢາໄດ້ ແລະ ຍັງສາມາດບໍາບັດຈິດໃຈໄດ້ອີກດ້ວຍ.

 

ແບ່ງປັນ