Breaking News

ນາງແບບ-ນາຍແບບ ຈາກລາວຮ່ວມເດີນແບບທີ່ປະເທດໄທ

ແບ່ງປັນ

ນາງແບບ ແລະ ນາຍແບບ ຈາກປະເທດລາວເຮົາ  ຈາກຄ້າຍ First Modeling ຮ່ວມເດີນແບບໃນງານ “ເທສະການຮູບເງົາເມືອງແຄນ” ຄັ້ງທີ 3 ທີ່ຈັງຫວັດ ຂອນແກ່ນ ປະເທດໄທ, ເຊິ່ງໃນງານເຕັມໄປດ້ວຍການເດີນແບບສຸດອະລັງການຂອງນາງແບບ ນາຍແບບ ຈາກລາວ ແລະ ໄທ, ສຳລັບນາງແບບ-ນາຍແບບ ຈາກລາວເຮົານັ້ນນຳທີມໂດຍ ເມ ວະລິສະລາ ຕັງສຸວັນ,ເບບີ້ ປິຍະມາດ, ຈ່ອນນີ່ ໄຊຍະສານ, ມິມີ່ ພູນຊັບ  ແລະ ຍັງມີນ້ອງໆນາງແບບ-ນາຍແບບ ອີກຈຳນວນຫຼວງຫຼາຍ

ໃນການເດີນແບບໃນຄັ້ງນີ້ ຖືເປັນການໄດ້ເຜີຍແຜ່ຊຸດໄໝລາວ ເອກະລັກປະເພນີລາວ ແລະ ໄດ້ເຜີຍແຜ່ຄວາມສາມາດຂອງໄວໜຸ່ມຍຸກໃໝ່ຂອງລາວເຮົາ ທີ່ມີຄວາມສາມາດບໍ່ດ້ອຍຈາກປະເທດອື່ນ.

#ແຊຣໄປໃຫ້ໂລກຮູ້ວ່າລາວເຮົາມີດີ

     

ຂໍຂອບໃຈຮູບພາບຈາກ: Firstmodelinglao

ແບ່ງປັນ