ສະບາຍດີສາວໆຕ້ອນຮັບສູ່ຕອນເຊົ້າວັນພະຫັດ ມື້ນີ້ກໍບໍ່ມີຫຍັງຫຼາຍ BeautyGuru ຈະມາແນະນໍາໃຫ້ສາວໆຮູ້ຈັກກັບສາວງາມ ພ້ອມກັບຄວາມສາມາດ ເຈົ້າຂອງ Brand ເຄື່ອງນຸ່ງ ນ້ອງໃໝ່ທີ່ມາຮ່ວມໃນງານ Vientiane Wow Fashion Week 2017 . ເພາະເມື່ອເຫັນເສື້ອຜ້າ ແລະ ຊຸດທີ່ນາງອອກແບບແລ້ວ ເຫັນໄດ້ວ່າງາມສົມກັບຄົນອອກແບບ ແລະ ສະດູດຕາເຕັມໆເລີຍລະ. ສາວໆຢາກຮູ້ແລ້ວບໍ່ວ່າສາວຄົນນີ້ແມ່ນໃຜ? ມາເບີ່ງກັນເລີຍ!!!
ສາວຄົນນັ້ນກໍຄື: ສາວ ວີນາ ຈັນພະນາ ເຈົ້າຂອງ Brand Vina ນັ້ນເອງ ເຮົາໄປເບີ່ງທັງໜ້າຕາ ແລະ ເສື້ອຜ້າທີ່ນາງອອກແບບກັນເລີຍດີກວ່າ. ໄປເລີຍ
ວີນາ ເຈົ້າຂອງ Brand Vina
ຊຸດທີ່ໃຊ້ເຂົ້າໃນງານເດີນແບບ Vientiane Wow Fashion Week 2017
By: BeautyGuru
ຂໍຂອບໃຈຮູບຈາກ: Vina Brand and Vina Chanphana