Breaking News

ສາວໆຮູ້ບໍ່ວ່າການເຮັດບຸນ ທີ່ນອກຈາກການໃຫ້ທານແລ້ວ ສາວໆຍັງສາມາດເຮັດບຸນໄດ້ດ້ວຍວິທີໃດແດ່? (ມີຄໍາຕອບ)

ແບ່ງປັນ

ການເຮັດບຸນບຸນ 10 ຢ່າງທີ່ບາງຄົນອາດຍັງບໍ່ຮູ້
ສະບາຍດີສາວໆມາພົບກັບແອດຄົນເກົ່າອີກແລ້ວ ມື້ນີ້ກໍຈະມານໍາສະເໜີບັນດາສາວສາຍບຸນທັງຫຼາຍ ໃຫ້ຮູ້ຈັກກັບ ການເຮັດບຸນ 10 ຢ່າງທີ່ຫຼາຍຄົນຍັງບໍ່ຮູ້ ການເຮັດບຸນໃນທາງພຸດທະສາສະໜາ ນັ້ນ ສ່ວນໃຫຍ່ຊາວພຸດເຮົາເຄີຍປະຕິບັດກັນຕະຫລອດ ກໍ່ຄືຈະລີກບໍ່ພົ້ນ ເລື່ອງການໃຫ້ທານ ຖືວ່າເປັນການເຮັດບຸນທີ່ຍິ່ງໃຫຍ່ ແລະ ກໍເຊື່ອວ່າສິ່ງທີ່ເຮົາໃຫ້ທານໄປນັ້ນຈະກັບມາຫາເຮົາໃນພົບໜ້າ ຫຼືຊາດໜ້າ ຍິ່ງໃຫ້ທານຫຼາຍເທົ່າໃດໃນຊາດນີ້ ຊາດໜ້າ ຫຼືໃນພົບໜ້າເຮົາຈະໄດ້ຫັບມາຫຼາຍກວ່າ 2 ເທົ່າ ແລະ ເຊື່ອກັນວ່າຖ້າເຮັດບຸນດ້ວຍວິທີອື່ນ ທີ່ບໍ່ໄດ້ເປັນການໃຫ້ທານນັ້ນ ຊາວພຸດເຮົາເຊື່ຶອວ່າ ອາດຈະບໍ່ໄດ້ບຸນ ຫຼືໄດ້ບຸນໜ້ອຍກວ່າກນໍານໃຫ້ທານ ແຕ່ຄວາມເປັນຈິງແລ້ວ ການເຮັດບຸນໃນທາງພຸດທະສາດສະໜານັ້ນ ພຣະພຸດທະອົງໄດ້ກຳນົດໄວ້ ມີເຖິງ 10 ຢ່າງ ເຊິ່ງເຊື່ອວ່າຫຼາຍຄົນອາດຈະຍັງບໍ່ຮູ້ ການເຮັດບຸນ 10 ຢ່າງທີ່ກ່າວມານັ້ນໄດ້ແກ່:
1. ການເຮັດບຸນດ້ວຍການໃຫ້ທານ ສະຫຼະຊັບສິ່ງຂອງຊ່ວຍເຫຼືອຄົນຍາກຈົນ ແລະ ສາທາລະນະປະໂຫຍດຕ່າງໆ
2. ເຮັດບຸນດ້ວຍການຮັກສາສິນ ປະພຶດຖືກຕ້ອງດ້ວຍກາຍ ວາຈາ ແລະ ຈິດໃຈ
3. ເຮັດບຸນດ້ວຍການອົບຮົມຈິດໃຈ ຈະເລີນສະມາທິພາວະນາ ແລະ ປະຕິບັດທັມກັມມະຖານ
4. ເຮັດບຸນດ້ວຍການ ປະພຶດປະຕິບັດ ດ້ວຍຄວາມອ່ອນນ້ອມຖ່ອມຕົນຕໍ່ຜູ້ໃຫຍ່
5. ເຮັດບຸນດ້ວຍການຂົນຂວາຍ ໃນກິດຈະການອັ່ນຊອບທັມ
6. ເຮັດບຸນດ້ວຍການ ແບ່ງໃຫ້ຄົນອື່ນມີສ່ວນຮ່ວມໃນການທຳຄວາມດີຂອງຕົນເອງ
7. ເຮັດບຸນດ້ວຍການຍິນດີ ເມື່ອຄົນອື່ນໄດ້ດີ ແລະ ຮັບຮູ້ຄວາມດີງາມຂອງຜູ້ອື່ນ
8. ເຮັດບຸນດ້ວຍການຕັ້ງໃຈຟັງທັມມະ ໂດຍຄວາມເຄົາລົບ
9. ເຮັດບຸນດ້ວຍການແນະນຳແນວທາງ ທີ່ຖືກຕ້ອງດ້ວຍສິນທັມ
10. ເຮັດບຸນດ້ວຍການປັບແນວຄິດ ທຳຄວາມເຫັນໃຫ້ກົງຕາມຄວາມເປັນຈິງ.

By: BeautyGuru
ທີ່ມາ: ວັດທະນະທັມຊາວພຸດ

ໂດຍ: ພຣະອາຈານ ສຸນິກອນ ຈະເລີນສຸກ

ແບ່ງປັນ