Breaking News

ຂໍຊົມເຊີຍ! ນັກສຶກສາລາວໃສ່ຊຸດປະຈຳຊາດຂຶ້ນຮັບໃບປະກາດຈົບປະລິນຍາເອກ ທີ່ປະເທດຍິປຸ່ນ!

ແບ່ງປັນ
ຂໍຊົມເຊີຍ!!! ນາງ ອິນທິພອນ ໄຊຍາວົງ  ນັກສຶກສາລາວ ໃສ່ຊຸດປະຈຳຊາດຂຶ້ນຮັບໃບປະກາດ ຈົບປະລິນຍາເອກຂະແໜງເສດຖະສາດມະຫາພາກ, ທີ່ Hiroshima Shudo University ປະເທດຍິປຸ່ນ ການສຶກສາຕໍ່ປະລິນຍາເອກ ແມ່ນມີຄວາມຫຍຸ້ງຍາກ ແລະ ເຄັ່ງຄຽດນຳຫຼາຍບັນຫາທີ່ເກີດຂຶ້ນ , ໂດຍສະເພາະແມ່ນການເຮັດບົດນິພົນຫົວຂໍ້ : ການວິເຄາະນະໂຍບາຍມະຫາພາກ ພາຍໃຕ້ລະບົບເສດຖະກິດທີ່ມີການນຳໃຊ້ເງິນຕາຫລາຍສະກຸນຢູ່ປະເທດລາວ . ຕ້ອງໄດ້ໃຊ້ສະມາທິ ແລະ ຄວາມຕັ້ງໃຈເປັນຢ່າງສູງຈຶ່ງສາມາດຜ່ານຜ່າອຸປະສັກຕ່າງໆເຫຼົ່ານັ້ນມາໄດ້ . ພ້ອມກັນນັ້ນສິ່ງທີ່ຂາດບໍ່ໄດ້ເລີຍກໍ່ຄື .. ກຳລັງໃຈຈາກຄອບຄົວ, ຄົນຮັກ ແລະ ເພື່ອນມິດສະຫາຍ.. ນາງ ອິນທິພອນ ກ່າວ. (ຮູບພາບເມື່ອປີ 2015 ແຕ່ຍັງສ້າງຄວາມປະທັບໃຈ ແລະ ພາກພູມໃຈແກ່ຊາວລາວເຮົາ ບໍ່ເຄີຍປ່ຽນແປງ)
#ແຊຣໄປໃຫ້ໂລກຮູ້ເຖິງຄວາມສາມາດແລະຄວາມຮັກຊາດຂອງຄົນລາວເຮົາ
ທີ່ມາ ແລະ ຮູບພາບຈາກ: ຢາກແຕ້ມ & ຢາກເວົ້າ
ແບ່ງປັນ